ແຫລ່ງຂ່າວຈາກ ແຂວງອຸດົມໄຊ ໃຫ້ຮູ້ວ່າ: ແຂວງອຸດົມໄຊ ຈັດກອງປະຊຸມ ວຽກງານການເມືອງ-ແນວຄິດ ທົ່ວແຂວງ ຄັ້ງທີ II ໃນວັນທີ 20 ເມສາ 2026 ພາຍໃຕ້ການເປັນປະທານຂອງ ສະຫາຍ ບຸນຄົງ ຫລ້າຈຽມພອນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ມີ ກຳມະການປະຈຳພັກແຂວງ, ກຳມະການພັກແຂວງ, ຄະນະພັກກອງບັນຊາການ ປກຊ-ປກສ ແຂວງ, ຄະນະພັກຮາກຖານ, ຄະນະໜ່ວຍພັກຮາກຖານ, ເລຂາ, ຮອງເລຂາພັກເມືອງ ແລະ ພາກສ່ວນກ່ຽວ ຂ້ອງ ເຂົ້າຮ່ວມ.
ໃນກອງປະຊຸມ ໄດ້ເຜີຍແຜ່ເຊື່ອມຊຶມ ແລະ ຜັນຂະຫຍາຍເອກະສານກອງປະຊຸມໃຫຍ່ຜູ້ແທນ ທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ, ກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ X ຂອງ ອົງຄະນະພັກແຂວງອຸດົມໄຊ ແລະ ນິຕິກຳອື່ນໆ ຕິດພັນກັບການເຄື່ອນໄຫວວຽກງານການເມືອງ-ແນວຄິດ ແລະ ສະຫລຸບຕີລາຄາຄືນ ໝາກຜົນແຫ່ງການນໍາພາຈັດຕັ້ງປະຕິບັດວຽກງານຕົວຈິງ ຢູ່ໃນຄວາມຮັບຜິດຊອບຂອງຕົນ ດ້ານຕັ້ງໜ້າ ແລະ ພົ້ນເດັ່ນ ຈະສືບຕໍ່ເສີມຂະຫຍາຍ, ຕ້ອງຕີລາຄາ, ວິເຄາະ, ວິ ໄຈບັນຫາທີ່ຍັງເປັນສິ່ງກົດໜ່ວງ, ຈຸດອ່ອນ, ຂໍ້ຄົງຄ້າງ ແລະ ພ້ອມກັນມີວິທີການປັບປຸງ, ແກ້ໄຂ ເພື່ອສາມາດຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່.

ໂອກາດນີ້, ສະຫາຍ ບຸນຄົງ ຫລ້າຈຽມພອນ ໄດ້ມີຄໍາເຫັນວ່າ: ວຽກງານເມືອງ-ແນວຄິດ ເວລາໃດກໍເປັນວຽກງານກົກ, ເປັນວຽກງານແຖວໜ້າ ແລະ ເປັນວຽກງານທີ່ປະກອບສ່ວນສໍາຄັນເຂົ້າໃນໄຊ ຊະນະລວມ ໃນພາລະກິດຕໍ່ສູ້ປົດປ່ອຍຊາດ ແລະ ພາລະກິດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ຕະຫລອດໄລຍະຜ່ານມາ ຄະນະບໍລິຫານງານສູນກາງພັກ ກໍຄື ຄະນະບໍລິຫານງານພັກແຂວງ ໄດ້ຖືວຽກງານສຶກສາອົບຮົມ ການເມືອງ-ແນວຄິດ ເປັນວຽກງານສໍາຄັນ ສອດຫ້ອຍເຂົ້າໃນທຸກຂົງເຂດວຽກງານ ເປັນຕົ້ນ ການຫັນເອົາບັນດາແນວທາງນະໂຍບາຍ, ມະຕິ, ຄໍາສັ່ງຂອງພັກ, ມູນເຊື້ອຂອງຊາດ, ຂອງພັກ ແລະ ນິຕິກຳຕ່າງໆ ມາເຜີຍແຜ່ເຊື່ອມຊຶມ ດ້ວຍຫລາຍຮູບແບບ ແລະ ວິທີການຢ່າງຕໍ່ເນື່ອງ ເຮັດໃຫ້ສະມາຊິກພັກ, ພະນັກງານ, ທະຫານ, ຕຳຫລວດ, ແລະ ປະຊາຊົນບັນດາ ເຜົ່າ ມີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ, ການຄຸ້ມຄອງບໍລິຫານລັດ, ເປັນເຈົ້າການປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາ ແຂວງອຸດົມໄຊ, ເຮັດໃຫ້ແຂວງຮັບປະກັນສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບເປັນລະບຽບຮຽບຮ້ອຍ, ເສດຖະ ກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງ, ແກ້ໄຂດີຂຶ້ນເປັນກ້າວໆ. ພ້ອມກັນຄົ້ນຄວ້າບັນດາເນື້ອໃນເອກະສານທີ່ສໍາຄັນ ໂດຍສະເພາະສະຫລຸບຕີລາຄາສະພາບການຈັດຕັ້ງປະຕິບັດມະຕິກອງປະຊຸມວຽກງານການເມືອງ-ແນວຄິດ ທົ່ວແຂວງ ໄລຍະ 5 ປີ(2021-2025) ແລະ ທິດທາງແຜນການ, ຄາດໝາຍສູ້ຊົນຮອດ ປີ 2030, ສະຫລຸບຕີລາຄາການຈັດຕັ້ງປະຕິ ບັດວຽກງານໂຄສະນາອົບຮົມທົ່ວແຂວງ ປະຈຳປີ 2025 ແລະ ທິດທາງແຜນການ ປີ 2026, ສະ ຫລຸບວຽກງານຕິດຕາມ, ເກັບກຳສະພາບແນວຄິດ-ຫາງສຽງສັງຄົມ ທົ່ວແຂວງ 5 ປີ (2021-2025) ແລະ ປະຈຳປີ 2025; ເຜີຍແຜ່ບົດແນະນໍາຂອງ ຄະນະໂຄສະນາອົບຮົມສູນກາງພັກ ວ່າດ້ວຍການສ້າງເອກະລາດ ເປັນເຈົ້າຕົນເອງ ວຽກງານໂຄສະນາອົບຮົມ ໃນໄລຍະໃໝ່ ແລະ ອື່ນໆ.
ຂ່າວ: ສຸວັນທອງ ປັນຍາຂັນ

