ກະຊວງສຶກສາທິການ ແລະ ກິລາ (ສສກ) ເປີດບັ້ນສອບເສັງແຂ່ງຂັນນັກຮຽນເກັ່ງ ຊັ້ນມັດທະຍົມສຶກສາ ລະດັບຊາດ ທົ່ວປະເທດ ປະຈໍາສົກຮຽນ 2025-2026 ໃນຕອນເຊົ້າວັນທີ 20 ເມສາ ນີ້ ທີ່ໂຮງແຮມດອນຈັນພາເລດ ນະຄອນຫຼວງວຽງຈັນ, ໂດຍການເປັນປະ ທານຂອງ ທ່ານນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີທ່ານ ນາງ ນວມຄໍາ ຈັນທະບູລີ ຫົວໜ້າກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະຮັບຜີດຊອບເຂົ້າຮ່ວມ.

ໂອກາດນີ້, ທ່ານ ນາງ ດາລາວອນ ກິດຕິພັນ ໄດ້ຮຽກຮ້ອງຕໍ່ກັບຄະນະກຳມະການ, ອະນຸກຳມະການທຸກຝ່າຍ ຕ້ອງຍົກສູງການປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ, ຍຸຕິ ທໍາ, ໂປ່ງໃສ ແລະ ສາມາດກວດສອບໄດ້; ຕໍ່ກັບຄູນໍາພານັກຮຽນ ໃຫ້ມີຄວາມຮັບຜິດຊອບ ໃນການຊີ້ນໍາ-ນໍາພານັກຮຽນຂອງຕົນປະຕິບັດລະບຽບການຕ່າງໆຢ່າງເຂັ້ມງວດ, ຮັກສາຄວາມປອດໄພ, ປະຕິບັດໂມງເວລາ, ການໄປ-ມາ. ນອກນັ້ນ, ກໍຕ້ອງເອົາໃຈໃສ່ເກັບກຳຮູບແບບການຈັດກິດຈະກໍາຕ່າງໆ ກ່ຽວກັບການສອບເສັງແຂ່ງຂັນ ແລະ ຖອດຖອນບົດຮຽນດ້ານດີ ເພື່ອນໍາໄປຈັດຕັ້ງຜັນຂະຫຍາຍເຂົ້າໃນຂົງເຂດທີ່ຕົນເອງຮັບຜິດຊອບ ສ່ວນນັກສອບເສັງແຂ່ງຂັນກໍຕ້ອງມີຄວາມຊື່ສັດ, ປະຕິບັດຕາມກົດລະບຽບຂອງການສອບເສັງຢ່າງເຂັ້ມງວດ, ມີສະມາທິ ແລະ ຕັ້ງໃຈຈົດຈໍ່ຕໍ່ຄຳຖາມໃນການສອບເສັງ, ສ້າງຄວາມຮັກແພງສາມັກຄີກັບໝູ່ເພື່ອນທີ່ເປັນນັກສອບເສັງດ້ວຍກັນ, ເວລາໄປທັດສະນະສຶກສາກໍຕ້ອງຈົດຈໍາຮຽນຮູ້ບົດຮຽນຕ່າງໆ ເພື່ອໄປບອກເລົ່າໃຫ້ໝູ່ເພື່ອນພີ່ນ້ອງໃນທ້ອງຖິ່ນຂອງຕົນ.

ການສອບເສັງແຂ່ງຂັນນັກຮຽນເກັ່ງຊັ້ນມັດທະຍົມສຶກສາລະດັບຊາດ ປະຈຳສົກຮຽນ 2025-2026 ມີການສອບເສັງໃນ 4 ວິຊາຫຼັກ ຄື: ວິຊາພາສາລາວ – ວັນນະຄະດີ, ຄະນິດ ສາດ, ຟີຊິກສາດ ແລະ ວິຊາເຄມີສາດ ພ້ອມທັງມີການສອບເສັງ ຖາມ-ຕອບວິທະຍາສາດ ສຳ ລັບ ຊັ້ນ ມ.4 ແລະ ມ.7 ໂດຍມີນັກສອບເສັງທີ່ມາຈາກ ນະຄອນຫຼວງວຽງຈັນ ແລະ 17 ແຂວງ ລວມທັງໝົດ 288 ຄົນ ຍິງ 165 ຄົນ (ໃນນັ້ນມີ ສຳມະເນ 2 ອົງ ແລະ ຕົວແທນຈາກ ໂຮງຮຽນເອກະຊົນ 59 ຄົນ).
ການສອບເສັງຄັ້ງນີ້, ເປັນກິດຈະກຳບຸລິມະສິດທີ່ມີຄວາມສໍາຄັນ ແລະ ໄດ້ຈັດຕັ້ງປະ ຕິບັດທຸກສົກຮຽນ ເພື່ອວັດ ແລະ ປະເມີນຜົນຜົນສໍາເລັດດ້ານການສິດສອນ ຂອງຄູ ແລະ ຜົນການຮຽນຂອງນັກຮຽນ; ສ້າງໂອກາດໃຫ້ນັກຮຽນໄດ້ສະແດງອອກ ດ້ານຄວາມຮູ້ – ຄວາມສາມາດ, ພອນສະຫວັນ ແລະ ຫົວຄິດປະດິດສ້າງຂອງຕົນເອງ; ສົ່ງເສີມ ແລະ ຊຸກ ຍູ້ຂະບວນການສອນດີ – ຮຽນເກັ່ງ ຢູ່ໃນໂຮງຮຽນມັດທະຍົມ ໃນຂອບເຂດທົ່ວປະເທດ ໃຫ້ມີລັກສະນະແຂ່ງຂັນ ແລະ ມີຄຸນນະພາບ ແລະ ໃຫ້ນັກຮຽນໄດ້ ມີຄວາມບຸກບືນ ແລະ ແຂ່ງຂັນກັນຮຽນຫຼາຍຂຶ້ນ. ນອກຈາກການສອບເສັງແລ້ວຍັງຈະໄດ້ນໍາພານັກຮຽນໄປທັດສະ ນະສຶກສາ ສະຖານທີ່ປະຫັວດສາດ, ມູນເຊື້ອວັດທະນະທໍາ ແລະ ໂຮງຮຽນມັດທະຍົມນາ ນາຊາດ ຕື່ມອີກ.

