Homeສາລະໜ້າຮູ້ວິທີເຮັດ # ເຂົ້າກໍ່າ ສັງຂະຫຍາ #

ວິທີເຮັດ # ເຂົ້າກໍ່າ ສັງຂະຫຍາ #

ສ່ວນປະກອບ:

1) ສ່ວນປະສົມເຂົ້າກໍ່າ.

– ເຂົ້າກໍ່າ 2 ຈອກ.

– ນໍ້າກະທິຫມາກພ້າວ 1 ຈອກ.

-1 ⁄2 ຖ້ວຍນໍ້າຕານ.

-ເກືອ 1 ⁄2 ບ່ວງກາເຟ.

2) ສ່ວນປະກອບຂອງສັງຂະຫຍາ:

-ໄຂ່ໄກ່ 4 ຫນ່ວຍ

– ນໍ້າກະທິຫມາກພ້າວ 1 ຈອກ.

-ນໍ້າຕານປີບ 3 ⁄4 ຈອກ

-ເກືອ 1/2 ບ່ວງ.

-ໃບເຕີຍ 3–4 (ຄວນມັດເພື່ອໃຫ້ຫອມຂຶ້ນ)

ວິທີເຮັດ

1. ລ້າງເຂົ້າກໍ່າ 2-3 ເທື່ອ ຈົນກວ່າຈະສະອາດ. ແຊ່ນ້ໍາໃນຂ້າມຄືນເພື່ອເຮັດໃຫ້ເມັດອ່ອນລົງ ແລ້ວເອົາໄປໜື້ງດ້ວຍຄວາມຮ້ອນປານກາງຈົນກວ່າຈະສຸກ.

2. ຕັ້ງຫມໍ້ດ້ວຍນໍ້າກະທິຫມາກພ້າວ, ນໍ້າຕານ ແລະ ເກືອ ຕົ້ມດ້ວຍຄວາມຮ້ອນຕ່ໍາ ຄົນນ້ໍາຕານໃຫ້ລະລາຍ ບໍ່ຈໍາເປັນຕ້ອງລະລາຍກໍ່ໄດ້ ເມື່ອມັນເຂົ້າກັນດີ, ຖອກໃສ່ເຂົ້າກໍ່າເລີຍ.

3. ຄົນໃຫ້ທົ່ວ ປິດຝາໄວ້ ປະມານ 30 ນາທີ ໃຫ້ນ້ໍາກະທີຫມາກພ້າວເຂົ້າກັບເຂົ້າກໍ່າດີ ຊື່ງເຂົ້້າກໍ່າຈະມີຄວາມເງົາງາມ ນຸ້ມ ຫອມ ຫວານ ມັນດີ.

4. ການເຮັດສັງຂະຫຍາສ ຕີໄຂ່ໃສ່ຖ້ວຍປະສົມ, ໃສ່ກະທິຫມາກພ້າວ, ນ້ໍາຕານ, ເກືອ ຕີເບົາໆ (ຢ່າໃຫ້ມີຟອງຫລາຍ).

5. ໃສ່ໃບເຕີຍ ແລ້ວກັ່ນຕອງດ້ວຍຜ້າຂາວ 1 ຄັ້ງ ເພື່ອຈະໄດ້ເນື້ອງາມລຽບນຽນ.

6. ຖອກສ່ວນປະສົມລົງໃນຖາດສະແຕນເລດ ແລ້ວໄປໜື້ງດ້ວຍຄວາມຮ້ອນຕ່ໍາ ຈົນກວ່າສັງຂະຫຍາຈະສຸກ ແຫນ້ນ ແລະ ບໍ່ມີ.

ເຄັດລັບ

  • ຄວນໃຊ້ໄຟອ່ອນໆ ຈະເຮັດໃຫ້ຫນ້າສັງຂະຫຍານຽນ ລຽບ ແລະ ບໍ່ໂພງ.
  • ບໍ່ຕ້ອງຍົກຝາເປີດເບິ່ງມັນເລື້ອຍໆ ເພາະໜ້າສັງຂະຫຍາຂອງເຈົ້າຈະລະເບີດ.

7. ພ້ອມເສີບ ຄວາມຫວານຂອງມັນແມ່ນຢູ່ໃນຈານ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments