Homeຂ່າວຕ່າງປະເທດປະ​ທາ​ນາ​ທິ​ບໍ​ດີ​​ບ​ຣາ​ຊິນຕຳ​ໜິ​ຕິ​ຕຽນ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ​ທີ່​ຂົ່ມ​ຂູ່​ປະ​ເທດອື່ນດ້ວຍ​ສົງ​ຄາມ​ເລື້ອຍໆ

ປະ​ທາ​ນາ​ທິ​ບໍ​ດີ​​ບ​ຣາ​ຊິນຕຳ​ໜິ​ຕິ​ຕຽນ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ​ທີ່​ຂົ່ມ​ຂູ່​ປະ​ເທດອື່ນດ້ວຍ​ສົງ​ຄາມ​ເລື້ອຍໆ

ທ່ານ ລູ​ອິ​ສ ອີ​ນາ​ຊີ​ໂອ ລູ​ລາ ດາ ຊິນ​ວາ ປະ​ທາ​ນາ​ທິ​ບໍ​ດີບ​ຣາ​ຊິນ ໄດ້​ຕຳ​ໜິ​ຕິ​ຕຽນ ທ່ານ ໂດ​ນັນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ​ໃນ​ຫວ່າງ​ມໍ່ໆ​ມາ​ນີ້ ໂດຍ​ໄດ້ສະ​ແດງ​ຄວາມ​ຄັດ​ຄ້ານ​ອາ​ເມ​ຣິ​ກາ​​ທີ່​ຂົ່​ມ​ຂູ່​ປະ​ເທດ​ອື່ນດ້ວຍ​ສົງ​ຄາມເລື້ອຍໆ.

ທ່ານ ລູ​ອິ​ສ ອີ​ນາ​ຊີ​ໂອ ລູ​ລາ ດາ ຊິນ​ວາ ກ່າ​ວ​ຕື່ມ​ວ່າ: ທ່ານ ໂດ​ນັນ ທ​ຣຳ ບໍ່​ຄວນ​ຂົ່​ມ​ຂູ່​ປະ​ເທດ​ອື່ນ​ດ້ວຍ​ສົງ​ຄາມ​ເລື້ອຍໆ, ​ປະ​ເທດ​ໃດໆ​ລ້ວນ​ແຕ່​ບໍ່​ມິ​ສິດ​ທຳ​ລາຍ​ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຂອງ​ປະ​ເທດ​ອື່ນ. ປະ​ເທດ​ໃດໆ​ລ້ວນ​ແຕ່​ຕ້ອງ​ເຄົາ​ລົບ​ນັບ​ຖື​ອະ​ທິ​ປະ​ໄຕ​ຂອງ​ປະ​ເທດ​ອື່ນ. ນະ​ໂຍ​ບາຍ​ແຊກ​ແ​ຊງ​ຂອງລັດ​ຖະ​ບານ​ອາ​ເມ​ຣິ​ກາ​ທີ່​ນຳ​ພາ​ໂດຍ​ທ່ານ ໂດ​ນັນ ທ​ຣຳ ​ອາດ​ຈະ​ເຮັດ​ໃຫ້​ສະ​ຖາ​ນະ​ການ​ເຄັ່ງ​ຕຶງ​ຂອງ​ໂລກ​ຮຸນ​ແຮງກວ່າ​ເກົ່າ. ອາ​ເມ​ຣິ​ກາໂຈມ​ຕີ​ທາງ​ການ​ທະ​ຫາ​ນຕໍ່​ອີ​ຣານ​ໄດ້​ສົ່ງ​ຜົນ​ກະ​ທົບ​ໃຫ້​ແກ່​ປະ​ຊາ​ຊົນ​ຂອງ​ປະ​ເທດ​ຈຳ​ນວນ​ໜຶ່ງ​ຢູ່​ອາ​ຟ​ຣິ​ກາ ແລະ​ອາ​ເມ​ຣິ​ກາລາ​ຕິນ, ຄື: ຕົ້ນ​ທຶນ​ດ້ານ​ສະ​ບຽງ​ອາ​ຫານ ແລະ​ຊີ​ວິດ​ການ​ເປັນ​ຢູ່​ໄດ້​ເພີ່ມ​ຂຶ້ນ.

ທີ່ມາ: CMG

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments