ວັນທີ 17 ເມສານີ້, ທ່ານ ໂມຮຳມັດ ບາກເຮີ ກາລີບາຟ ປະທານສະພາອິສລາມອີຣານ ໄດ້ແຈ້ງຂ່າວຜ່ານທາງສື່ສັງຄົມອອນລາຍວ່າ: ສິດຄວບຄຸມຊ່ອງແຄບອີຣານຂຶ້ນກັບອີຣານ, ອີຣານເດັດດ່ຽວບໍ່ປະລະການຄວບຄຸມຊ່ອງແຄບໂຮມູສ.
ທ່ານ ໂມຮຳມັດ ບາກເຮີ ກາລີບາຟ ກ່າວຕື່ມວ່າ: ທ່ານ ໂດນັນ ທຣຳ ປະທານາທິບໍດີອາເມຣິກາ ຫວັງຢາກບັນລຸສັນຍາກັບອີຣານທີ່ສຸດ, ເຊິ່ງສະແດງໃຫ້ເຫັນວ່າ: ແຜນທຳລາຍອະລິຍະທຳອີຣານຂອງອາເມຣິກາໄດ້ລົ້ມເຫຼວ. ປັດຈຸບັນນີ້, ອາເມຣິກາຍັງບໍ່ທັນໄດ້ນຳໃຊ້ມາດຕະການທາງການທະຫານໃນຂະບວນການອັດຕັນທາງທະເລຕໍ່ອີຣານ, ອີຣານກໍຈະບໍ່ປ່ອຍໃຫ້ອາເມຣິກາເຮັດຕາມລຳພັງໃຈຢ່າງເດັດຂາດ.
ທີ່ມາ: CMG

