ສະຫາຍ ໂຕ ເລິມ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ໄດ້ສົ່ງຈົດໝາຍອວຍພອນປີໃໝ່ລາວ ພສ 2569 ເຖິງ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ໂດຍເນື້ອໃນຂອງຈົດໝາຍອວຍພອນ ມີດັ່ງນີ້:
ເນື່ອງໃນໂອກາດ ບຸນປະເພນີປີໃໝ່ລາວ, ຕາງໜ້າ ພັກ, ລັດ ແລະ ປະຊາຊົນຫວຽດນາມ, ຂ້າພະເຈົ້າ ຂໍຖືເປັນກຽດສົ່ງຄໍາອວຍພອນໄຊອັນປະເສີດ ມາຍັງ ສະຫາຍ ແລະ ບັນດາສະຫາຍການນໍາ ພັກ, ລັດ ແລະ ປະຊາຊົນລາວ.
ຂ້າພະເຈົ້າ ຮູ້ສຶກປິຕິຊົມຊື່ນເປັນຢ່າງຍິ່ງ ທີ່ເຫັນວ່າ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ຫວຽດນາມ-ລາວ ໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ, ນັບມື້ໄດ້ຮັບການພັດທະນາຢ່າງເລິກເຊິ່ງ, ແທດຕົວຈິງ ແລະ ມີປະສິດທິຜົນ; ພິເສດ, ການທີ່ສອງປະເທດພວກເຮົາ ໄດ້ເພີ່ມເຕີມເນື້ອໃນ “ການເປັນຫຸ້ນສ່ວນຍຸດທະສາດ” ໃນປີ 2025, ເຊິ່ງເປັນຂີດໝາຍອັນສໍາຄັນ, ກໍານົດທິດອັນຍາວນານໃຫ້ແກ່ການພົວພັນ ລະຫວ່າງ ສອງພັກ, ສອງລັດ; ສ້າງພື້ນຖານອັນໝັ້ນຄົງໃຫ້ແກ່ການພັດທະນາ ເພື່ອຜົນປະໂຫຍດຂອງປະຊາຊົນ, ເພື່ອສັນຕິພາບ, ສະຖຽນລະພາບ ຢູ່ໃນພາກພື້ນ. ຂ້າພະເຈົ້າ ເຊື່ອໝັ້ນວ່າ ພາຍໃຕ້ການນໍາພາຂອງ ພັກປະຊາຊົນປະຕິວັດລາວ, ນໍາໜ້າໂດຍ ສະຫາຍ ທອງລຸນ ສີສຸລິດ, ປະເທດຊາດລາວ ຈະສືບຕໍ່ຍາດໄດ້ຜົນສໍາເລັດອັນໃຫຍ່ຫຼວງ, ຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII, ແຜນພັດທະນາເສດຖະກິດ – ສັງຄົມ 5 ປີ ຄັ້ງທີ X ຢ່າງມີໄຊ, ສ້າງປະເທດຊາດໃຫ້ນັບມື້ວັດທະນະຖາວອນ, ປະຊາຊົນນັບມື້ອີ່ມໜໍາສໍາລານ, ມີຄວາມຜາສຸກ.
ຂ້າພະເຈົ້າ ຂໍສະແດງຄວາມຂອບໃຈມາຍັງ ສະຫາຍ ທີ່ໄດ້ສົ່ງຄໍາອວຍພອນໄຊອັນປະເສີດມາຍັງ ຂ້າພະເຈົ້າ ໃນໂອກາດທີ່ໄດ້ຮັບເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນ ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ໃນວາລະກອງປະຊຸມຄັ້ງປະຖົມມະລຶກຂອງ ສະພາແຫ່ງຊາດ ຊຸດທີ XVI ຄັ້ງວັນທີ 7 ເມສາ 2026.
ອວຍພອນໃຫ້ ສາຍພົວພັນສາມັກຄີພິເສດ ຫວຽດນາມ-ລາວ, ລາວ-ຫວຽດນາມ ຈົງສວຍສົດງົດງາມ ແລະ ໝັ້ນຄົງຂະໜົງແກ່ນຕະຫຼອດໄປ.

