ມວນອາກາດຮ້ອນເອົົ້າຍັງສືບຕໍ່ປົກຄຸມຢູ່ທົົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງປານກາງ, ສົມທົບກັບກະແສລົມຕາເວັນຕົກພັດປົກຄຸມພາກເໜືອ ແລະ ກະແສລົມຕາເວັນອອກສ່ຽງໃຕ້ພັດປົກຄຸມພາກກາງ ແລະ ພາກໃຕ້, ຊຶ່ງຈະເຮັດໃຫ້ອາກາດຍັງຈະຮ້ອນ ຫາ ຮ້ອນເອົົ້າຢູ່ທົົ່ວໄປ ພ້ອມຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ແລະ ຈະມີລົມພັດແຮງຢູ່ໃນແຕ່ລະພາກຕືຶ່ມອີກ.

ດັ່ງນັ້ນ, ຂໍແຈ້ງເຕືອນເຖິງປະຊາຊົນບັນດາເຜົົ່າ, ອົງການປົກຄອງ ແລະ ອົງການຈັດຕັ້ງທຸກພາກສ່ວນ, ຈົົ່ງມີສະຕິລະມັດລະວັງຕໍ່ສະພາບອາກາດຮ້ອນເອົົ້າຫລາຍ, ຊຶ່ງຈະເຮັດໃຫ້ເກີດມີອັກຄີໄພ, ມີຜົນກະທົບຕໍ່ສຸຂະພາບຂອງຜູ້ເຖົົ້າ ແລະ

ເດັກນ້ອຍ, ໂລກລົມແດດ (Heat stroke) ພ້ອມນີ້ໃຫ້ຫລີກລ່ຽງກິດຈະກໍາກາງແຈ້ງເປັນເວລາດົນ. ຊຶ່ງໃນໄລຍະນີ້ອາດຈະເຮັດໃຫ້ເກີດມີຟ້າຮ້ອງ ຟ້າເຫລື້ອມ, ຟ້າຜ່າ, ໝາກເຫັບຕົກ ແລະ ລົມພັດແຮງຢູ່ບາງທ້ອງຖິ່ນ. ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນືຶ່ອງ.

