ແຫລ່ງຂ່າວຈາກ ແຂວງຫລວງພະບາງ ໃຫ້ຮູ້ວ່າ: ການຫົດສົງອົງພະບາງພຸດທະຣາວັນ ອົງພະທີ່ສັກສິດ ອັນເປັນທີ່ເຄົາລົບນົບໄຫວ້ຂອງປວງຊົນລາວທັງຊາດ ໃນໂອກາດບຸນຕຸດສົງການປີໃໝ່ ລາວ ຈສ 1388 ໄດ້ສໍາເລັດຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 20 ເມສ 2026 ພາຍຫລັງທີ່ໄດ້ອັງເຊີນຈາກຫໍພະບາງ ໃນຫໍພິພິທະພັນແຫ່ງຊາດຫລວງພະບາງ ມາຫົດສົງຢູ່ວັດໃໝ່ ສຸວັນນະພູມມາຣາມ ນັບແຕ່ວັນທີ 17 ຜ່ານມາ.

ພິທີອາຣາດຖະນາອົງພຣະບາງ ກັບຄືນປະທັບທີ່ຫໍພະບາງຕາມເດີມ ເລີ່ມຕົ້ນດ້ວຍພິທີທາງສາສະໜາ ໂດຍພະເຖລານຸເຖຣະ ນຳພາອອກຕົນຍາດໂຍມ ຊາວພຸດທະສາຊະນິກະຊົນທີ່ເຂົ້າຮ່ວມ ກ່າວຄຳຄາລະວະ ແລະ ອາລາດຖະນາອົງພະບາງ ກັບຄືນສູ່ຫໍພະບາງ. ຈາກນັ້ນ, ໄດ້ອັງເຊີນອົງພະບາງຂຶ້ນປະທັບໃນຫວໍ່ເທິງລາດສະລົດ ຫລື ບຸດສະບົກ ແລ້ວໄດ້ມີຂະບວນແຫ່ ຈາກວັດໃໝ່ສຸວັນນະພູມມາຣາມ ສູ່ຫໍພະບາງ ໃນຫໍພິພິທະພັນແຫ່ງຊາດຫລວງພະບາງ ຊຶ່ງຂະບວນແຫ່ປະກອບມີ ຂະບວນທຸງ ຊາດ, ທຸງສາສະໜາ, ຂະບວນເສບດົນຕີພື້ນເມືອງ, ຂະບວນພາມມະນາຈານ, ຂະບວນເປົ່າຫອຍສັງ, ຂະບວນພະເຖຣະ 9 ອົງ, ຂະບວນກອງຄຸມ-ທຽນອາດ-ຣາດສະລົດພະບາງ, ຂະບວນພະເຖຣານຸເຖ ຣະ, ຂະບວນການນຳ ນຳໂດຍ ທ່ານ ບຸນເລື່ອມ ມະນີວົງ ປະທານສະພາປະຊາຊົນແຂວງຫລວງພະບາງ, ພ້ອມດ້ວຍຂະບວນມວນຊົນທົ່ວໄປ. ແຕ່ລະຂະບວນແມ່ນມີເອກະລັກແບບດັ້ງເດີມ ຮັກສາໄດ້ມູນ ເຊື້ອທາງດ້ານວັດທະນະທຳອັນດີງາມ ຂອງຊາວນະຄອນຫລວງງພະບາງ ທີ່ເຄີຍປະຕິບັດກັນມາຫລາຍ ເຊັ່ນຄົນ ອັນໄດ້ສ້າງຄວາມປະທັບໃຈ ໃຫ້ແກ່ຜູ້ທີ່ໄດ້ເຂົ້າຮ່ວມງານເປັນຢ່າງດີ, ທຸກຄົນຕ່າງກໍມີຄວາມເບີກບານມ່ວນຊື່ນ, ເມື່ອເຖີງຫໍພະບາງ ໄດ້ອັງເຊີນອົງພະບາງຂຶ້ນແທ່ນປະທັບໃນຫໍ ແລະ ກ່າວຄຳຄາລະວະອົງພະບາງ ຖືວ່າຈົບພິທີ.
ກິດຈະກຳການຫົດສົງອົງພະບາງພຸດທະຣາວັນ ແມ່ນກິດຈະກຳສຸດທ້າຍ ໃນການສະເຫລີມສະ ຫລອງບຸນປີໃໝ່ລາວ ທີ່ນະຄອນຫລວງພະບາງ, ແຕ່ຈະມີການສືບຕໍ່ອັງເຊີນພະພຸດທະຮູບລົງຫົດສົງຢູ່ແຕ່ລະວັດ, ທັງຈະມີການສືບຕໍ່ການບາສີ ຢູ່ສຳນັກງານ-ອົງການ, ບ້ານ, ຄອບຄົວ ໄປອີກໄລຍະໜຶ່ງ ຕື່ມອີກ. ນອກຈາກນີ້, ຈະມີພິທີອັງເຊີນພະເຈົ້າມ່ານ ອົງພະທີ່ສັກສິດອີກ 1 ອົງ ລົງຫົດສົງຢູ່ວັດຊຽງທອງ ໃນວັນທີ 22-26 ເມສາ 2026.