ແຫລ່ງຂ່າວຈາກ ແຂວງຄໍາມ່ວນ ໃຫ້ຮູ້ວ່າ: ໂຄງການປັບປຸງ ກໍ່ສ້າງທາງຫລວງແຫ່ງຊາດ ເລກ 12 ແຕ່ຕົວເມືອງທ່າແຂກ ຫາ ດ່ານນາເພົ້າ ແຂວງຄໍາມ່ວນ ມີຄວາມຍາວທັງໝົດ 147,5 ກິໂລແມັດ ໄດ້ເລີ່ມລົງນາມເຊັນສັນຍາການຮັບເໝົາກໍ່ສ້າງ ໃນເດືອນພຶດສະພາ 2025, ມີໄລຍະການປັບປຸງກໍ່ສ້າງ 30 ເດືອນ, ມາຮອດປັດຈຸບັນໂຄງການດັ່ງກ່າວມີຄວາມຄືບໜ້າ 11%.

ຂໍມູນກັ່ງກ່າວ ໄດ້ຮັບການລາຍງານ ໃນໂອກາດທີ່ ທ່ານ ໝັ້ນຍືນ ຄິນສະໝອນ ຮອງປະທານຄະນະກຳມະການປົກຄອງແຂວງຄໍາມ່ວນ ພ້ອມດ້ວຍຕາງໜ້າຈາກກະຊວງໂຍທາທິການ ແລະ ຂົນສົ່ງ, ພະແນກການກ່ຽວຂ້ອງຂອງແຂວງ ແລະ ບໍລິສັດຮັບເໝົາການກໍ່ສ້າງ ລົງຕິດຕາມຄວາມຄືບໜ້າໂຄງ ການປັບປຸງກໍ່ສ້າງເສັ້ນທາງຫລວງແຫ່ງຊາດ ເລກທີ 12 ແລະ ຕິດຕາມການແກ້ໄຂ ບັນຫາການສັນຈອນລົດບັນທຸກ ໃນທາງຂຶ້ນຫາດ່ານ ຊ່ວງຈຸດສຸມຫລັງຄັງ ຫາ ດ່ານນາເພົ້າ ໃນວັນທີ 19 ເມສາ 2026 ຊຶ່ງໂຄງການໂຄງການປັບປຸງ ກໍ່ສ້າງ ທາງຫລວງແຫ່ງຊາດ ເລກ 12 ແຕ່ຕົວເມືອງທ່າແຂກ ຫາ ດ່ານນາເພົ້າ ແຂວງຄໍາມ່ວນ ແມ່ນນໍາໃຊ້ທຶນກູ້ຢືມ ແລະ ຊ່ວຍເຫລືອລ້າ ຈາກອົງການ ເນດ້າ (NEDA) ຣາຊະອານາຈັກໄທ, ໃນວົງເງິນທັງໝົດ 1.833 ລ້ານກວ່າບາດ (ສະກຸນເງິນໄທ). ໃນນີ້, ເງິນກູ້ຢືມ 1.742 ລ້ານກວ່າບາດ ເທົ່າກັບ 95,03% ແລະ ເງິນຊ່ວຍເຫລືອລ້າ 91 ລ້ານກວ່າບາດ ເທົ່າກັບ 4,97%.
ພາຍຫລັງໂຄງການດັ່ງກ່າວສໍາເລັດ ຈະເປັນເງື່ອນໄຂທີ່ສໍາຄັນ ເຮັດໃຫ້ການຂົນສົ່ງຂອງແຂວງ ກໍຄືພາກພື້ນມີຄວາມສະດວກ, ໂລ່ງລ່ຽນ, ສາມາດດຶງດູດນັກທ່ອງທ່ຽວ ແລະ ເປັນແຮງກະຕຸ້ນເຮັດໃຫ້ເສດຖະກິດຂອງບັນດາເມືອງຕາມແລວທາງມີການຂະຫຍາຍຕົວເພີ່ມຂຶ້ນ.

