Homeບຸນປະເພນີບັນຍາກາດແຫ່ຫວໍ່ ໃນມື້ສັງຂານເນົາ ທີ່ນະຄອນຫລວງພະບາງ ຄຶກຄື້ນຫລາຍ

ບັນຍາກາດແຫ່ຫວໍ່ ໃນມື້ສັງຂານເນົາ ທີ່ນະຄອນຫລວງພະບາງ ຄຶກຄື້ນຫລາຍ

ແຫລ່ງຂ່າວຈາກ ແຂວງ​ຫລວງພະບາງ ໃຫ້ຮູ້ວ່າ: ພິທີແຫ່ຫວໍ່ໃນມື້ສັງຂານເນົາ ໃນໂອກາດບຸນປີໃໝ່ລາວ ພສ 2569 ຄສ 2026 ຢູ່ນະຄອນ ຫລວງພະບາງ ເມືອງມໍລະດົກໂລກ ຈັດຂຶ້ນດ້ວຍບັນຍາກາດທີ່ຢ່າງຄືກຄື້ນມ່ວນຊື່ນ ໃນຕອນບ່າຍຂອງວັນທີ 15 ເມສາ 2025 ຊຶ່ງເລີ່ມແຕ່ວັດມະຫາທາດ ຫລື ວັດທາດນ້ອຍ ໄປຫາວັດຊຽງທອງ ໂດຍມີເກືອບ 40 ຂະບວນ ທີ່ມາຈາກພະແນກການ, ເມືອງ ແລະ ບ້ານຈຳນວນໜຶ່ງ ພາຍໃນແຂວງຫລວງພະບາງ 3.000 ກວ່າຄົນ ໂດຍເຂົ້າຮ່ວມຊົມມີ ທ່ານ ຄຳພັນ ເຜີຍຍະວົງ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍ ອະດີດການນຳຂັ້ນສູງ, ການນຳຂັ້ນແຂວງ, ເມືອງ-ນະຄອນ ຫລວງພະບາງ, ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ຕະຫລອດຮອດ ມວນຊົນເປັນຈຳນວນຫລວງຫລາຍ.

ທ່ານ ສະເຫວີຍ ສີລາວັນ ປະທານຄະນະກຳມະການປົກຄອງ ນະຄອນ ຫລວງພະບາງ ຮອງປະທານຈັດງານ ໄດ້ກ່າວວ່າ: ພິທີແຫ່ຫວໍ່ ແມ່ນພິທີກຳທາງສາສະໜາ ຂອງປະຊາຊົນບັນດາເຜົ່າຫລວງພະບາງ ທີ່ໄດ້ສືບທອດກັນມາແຕ່ດົນນານ ໂດຍໄດ້ນິມົນພະສົງ ຂຶ້ນນັ່ງຫວໍ່ ເພື່ອໃຫ້ປະຊາຊົນບັນດາເຜົ່າ ໄດ້ນໍາເອົາ ນໍ້າໃສນໍ້າອົບປະສົມນໍ້າຫອມ ຫົດສົງລ້າງສ່ວຍ ແລ້ວເຮັດພິທີສົມມາຄາລະວະ ເພື່ອໃຫ້ເກີດຄວາມເປັນສິລິມຸງຄຸນ, ມີຄວາມຢູ່ດີກິນດີ, ຢູ່ເຢັນ-ເປັນສຸກ ນໍາໂຊກລາບ ມາສູ່ຕົນເອງ ແລະ ຄອບຄົວ. ປີນີ້ມີຂະບວນທີ່ປະກອບເຂົ້າໃນພິທີແຫ່ຫວໍ່ 37 ຂະບວນ, ມີຈຳນວນພົນເຂົ້າຮ່ວມ 3.000 ກວ່າຄົນ, ໃນນັ້ນ, ມີຂະບວນຫວໍ່ພະສົງ 6 ຫວໍ່, ສາມະເນນ 300 ອົງ, ຂະບວນນາງສັງຂານ, ຂະບວນຂອງ ບັນດາພະແນກການຂອງແຂວງ, ຂະບວນຈາກບັນດາບ້ານພາຍໃນນະຄອນຫລວງພະບາງ, ພິເສດ ມີຂະບວນແຫ່ຈາກເມືອງຊຽງເງິນ, ເມືອງຈອມເພັດ ແລະ ເມືອງປາກອູ ເຂົ້າຮ່ວມ.

ພິທີເລີ່ມຕົ້ນດ້ວຍ ຂະບວນການນາງສາວຖືປ້າຍຄໍາຂວັນ, ຕໍ່ດ້ວຍຂະບວນທຸງຊາດ-ທຸງທິວ ແລະ ທຸງຊາດຂອງ 10 ປະເທດສະມາຊິກອາຊຽນ, ຂະບວນປູ່ເຍີ-ຍ່າເຍີ-ສິງແກ້ວ-ສິງຄຳ, ຂະບວນເຖົ້າແກ່ຍິງ-ຊາຍຖືຂັນດອກໄມ້, ຂະບວນຫວໍ່ພະສົງ, ຂະບວນປ້າຍລາງວັນ ແລະ ນາມມະຍົດທີ່ຫລວງພະບາງໄດ້ຮັບໃນໄລຍະຜ່ານມາ, ຂະບວນຈາກບັນດາພະແນກການ-ເມືອງ, ຂະບວນນາງຫວໍ່-ນາງສັງຂານ, ຂະບວນຊົນເຜົ່າ ແລະ ອື່ນໆ ຊຶ່ງແຕ່ລະຂະບວນລ້ວນແລ້ວແຕ່ສ່ອງແສງ ໃຫ້ເຫັນເຖິງຂະນົບທຳນຽມ, ຮີດຄອງປະເພນີ ທີ່ເປັນເອກະລັກສະເພາະຂອງຊາວຫລວງພະບາງ ທີ່ໄດ້ຮັບການສືບທອດກັນມາ ໃນທຸກປີ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments