ປີໃໝ່ລາວ ແມ່ນປາງບຸນໃຫຍ່ ຂອງຄົນລາວ, ພໍເຖິງປີໃໝ່ລາວ (ເດືອນ 5 ລາວ, ເດືອນ 4 ສາກົນ) ຂອງທຸກໆປີແມ່ນມີຄວາມໝາຍສໍາຄັນ ໂດຍສະເພາະ “ວັນສັງຂານເນົາ”.
ພະອາຈານ ດາວສະເດັດ ເລີດມະນີ ເຈົ້າອະທິການວັດໃໝ່ໂຊກຄຳ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໃຫ້ສໍາພາດຕໍ່ສື່ມວນຊົນ ວ່າ: ວັນສັງຂານເນົາ, ວັນນີ້ ແມ່ນຢູ່ລະຫວ່າງປີເກົ່າ ແລະ ກ້າວສູ່ປີໃໝ່ ເຊື່ອກັນວ່າ ຈະບໍ່ນິຍົມອອກເຮືອນ-ບ້ານ ໝາຍຄວາມວ່າ ຈະພ້ອມກັບ ພໍ່, ແມ່, ລູກ, ຫລານ ເຕົ້າໂຮມກັນ(ເຕົ້າໂຮມຄວາມສາມັກຄີ) ຢູ່ເຮືອນ ຫລື ພ້ອມພາກັນໄປຫົດສົງພະພຸດທະຮູບຢູ່ຕາມວັດວາອາຮາມ, ບາງຄອບຄົວກໍເອົາພະພຸດທະຮູບອົງສັກສິດ, ເຄື່ອງຄໍ້າຂອງຄໍ້າຄູນ ນໍາອອກມາຫົດສົງດ້ວຍນໍ້າຫອມ, ບູຊາດ້ວຍດອກໄມ້ສີຂາວ, ສີເຫລືອງ ຕາມທີ່ເຄີຍປະຕິບັດສືບທອດກັນມາ, ພາຍໃນຄອບຄົວ ພ້ອມພາກັນມ້ຽນມັດເຄື່ອງຂອງພາຍໃນເຮືອນ ດ້ວຍຄວາມເປັນລະບຽບຈົບງາມ ເພື່ອກຽມຄວາມພ້ອມ ໃນການຕ້ອນຮັບແຂກ ທີ່ເຂົ້າມາຢ້ຽມຢາມ, ຖາມຂ່າວສຸກ, ທຸກ ແລະ ຖາມເລື່ອງການສ້າງສາພັດທະນາອື່ນໆ. ເຊື່ອກັນວ່າ “ວັນເນົາ” ເປັນວັນຄ້າງຄາ, ເປັນວັນເນົາຢູ່ຢັ້ງ, ເປັນວັນທີ່ວ່າງ ຢູ່ລະຫວ່າງປີເກົ່າ ແລະ ປີໃໝ່ ບໍ່ໃຫ້ຊັກເຄື່ອງ, ບໍ່ໃຫ້ມ້ຽນເຄື່ອງເຮືອນຂອງຊານ ເພາະວ່າ ເຄາະເຂັນຈັງໄຮ ຈະບໍ່ຫາຍໄປ. ດັ່ງນັ້ນ, ໃນມື້ວັນເນົາ ບູຮານ ຈຶ່ງຖືວ່າ ໃຫ້ພາກັນພັກຜ່ອນຢູ່ເຮືອນຢ່າງສະບາຍ ຫລື ຈະກຽມຮັບແຕ່ແຂກເທົ່ານັ້ນ. ນອກນັ້ນ, ຍັງບູຊາເຮືອນ-ຊານ, ເຕົາໄຟ, ປະຕູເຮືອນ ເຂົ້າ-ອອກ ດ້ວຍດອກດາວເຮືອງ, ໃບຊົມຊື່ນ, ດອກຈໍາປາ, ດອກໄມ້ສີຂາວ ຫລື ດອກໄມ້ຊະນິດອື່ນໆ ຕາມຄວາມເໝາະສົມ.
ພະອາຈານ ດາວສະເດັດ ເລີດມະນີ ໄດ້ກ່າວຕື່ມວ່າ: ຂໍໃຫ້ອອກຕົນຍາດໂຍມ ຈົ່ງສະເຫລີມສະຫລອງປີໃໝ່ດ້ວຍຄວາມເບີກບານມ່ວນຊື່ນ, ພ້ອມກັນອະນຸລັກ, ສົ່ງເສີມ, ຊົມໃຊ້ ຮີດຄອງປະເພນີ, ວັດທະນະທໍາຂອງລາວ(ຊົນເຜົ່າ) ໃຫ້ມີຄວາມຍືນຍົງຕະຫລອດກາລະນານ ເພື່ອເປັນສິ່ງເອກອ້າງທະນົງໃຈໃນຄວາມເປັນຊາດລາວ, ຄົນລາວ ຢ່າງແທ້ຈິງ ຊຶ່ງກ່ອນຈະຫົດສົງຜູ້ໃຫຍ່, ແຂກຕ່າງປະເທດອື່ນໆ ກໍຈົ່ງໄດ້ຂໍອະນຸຍາດສາກ່ອນ ເມື່ອໄດ້ຮັບອະນຸຍາດແລ້ວ ຈຶ່ງຫົດສົງໃສ່ບ່າ-ບ່າໄຫລ່, ຫົດສົງໃສ່ມື ພ້ອມທັງກ່າວ ຄໍາອວຍພອນທີ່ດີງາມ. ກົງກັນຂ້າມ ບໍ່ຄວນເອົານໍ້າເປື້ອນນໍາໄປຫົດສົງກັນ ເພາະວ່າ ຈະເຮັດໃຫ້ສູນເສຍພາບພົດ ທີ່ບໍ່ດີຕໍ່ການທ່ອງທ່ຽວຂອງລາວ. ຄຽງຄູ່ກັນນັ້ນ ການນຸ່ງ-ຖື ໃຫ້ສະອາດຈົບງາມ, ດີແທ້ໆຜູ້ຍິງຄວນນຸ່ງສິ້ນຢ່າງສະໝໍ່າສະເໝີ-ເສື້ອທີ່ງາມ ທັງເປັນການເອກອ້າງ-ສະແດງເຖິງ ວິຖີຊີວິດຂອງຄົນລາວຕໍ່ນັກທ່ອງທ່ຽວໄດ້ເຫັນ-ໄດ້ຊົມ ເພາະວ່າ ວັດທະນະທໍາລາວ ຄືມົນສະເໜ່, ມົນຂັງແຫ່ງຄວາມສວຍສົດງົດງາມໃນແບບລາວໆ. ຈົ່ງເປັນຄົນລາວ ທີ່ມີຄວາມເມດຕາ ກະລຸນາ, ໂອບເອື້ອອາລີເຊິ່ງກັນ ແລະ ກັນ ຂຶ້ນຊື່ວ່າ ປີໃໝ່ຂອງລາວແລ້ວ ໃຫ້ມ່ວນຊື່ນລື່ນເລີງ, ຍິ້ມແຍ້ມເບີກບານ. ພະອາຈານ ດາວສະເດັດ ເລີດມະນີ ໃນນາມ ຄະນະສົງວັດໃໝ່ໂຊກຄໍາ ຂໍອວຍພອນໄຊອັນປະເສີດມາຍັງ ການນໍາພັກ, ລັດ, ພະນັກງານ, ທະຫານ, ຕໍາຫລວດ ຕະຫລອດຮອດ ພໍ່, ແມ່, ປວງຊົນທຸກຖ້ວນໜ້າ ຂໍໃຫ້ປາສະຈາກ ເຂາະເຂັນເວນຮ້າຍ ອັນຕະລາຍທັງປວງ, ອາຍຸໝັ້ນຂວັນຍືນ, ຢູ່ຊຸ່ມກິນເຢັນ ຂໍໃຫ້ພົບແຕ່ໂຊກໄຊ, ໂຊກລາບ ມັ່ງມີ ເປັນເສດຖີເງິນລ້ານ, ໂຊກລາບໝານເງິນຄໍາ, ປາຖະໜາສິ່ງໃດ ຂໍໃຫ້ປະສົບຜົນສໍາເລັດທຸກປະການກໍຂ້າເທີ້ນ.

