Homeບຸນປະເພນີປະເພນີເອົານ້ຳທ່ຽງຂອງປູ່ເຍີຍ່າເຍີ ຂອງຊາວຫລວງພະບາງ

ປະເພນີເອົານ້ຳທ່ຽງຂອງປູ່ເຍີຍ່າເຍີ ຂອງຊາວຫລວງພະບາງ

ແຫ່ງຂ່າວຈາກແຂວງຫລວງພະບາງ ໃຫ້ຮູ້ວ່າ: ໃນບຸນປີໃໝ່ລາວຂອງທຸກປີ ຊາວຫລວງພະບາງ ໄດ້ພ້ອມກັນສືບສານປະເພນີຂອງ ປູ່ເຍີ ຍ່າເຍີ ໂດຍບໍ່ຂາດ, ກິດຈະກຳຂອງປູ່ເຍີ ຍ່າເຍີ ລ້ວນແລ້ວແຕ່ເປັນປະເພນີທີ່ສຳຄັນຂອງຊາດ ກ່ອນຈະນໍາເອົາປູ່ເຍີ ຍ່າເຍີ ອອກໄປເຄື່ອນໄຫວນັ້ນ ຈະຕ້ອງໄດ້ເຮັດພິທີທາງສາສະໜາສາກ່ອນ. ໃນນັ້ນ, ກິດຈະກຳໜຶ່ງທີ່ສຳຄັນແມ່ນການເອົານ້ຳທ່ຽງ ຊຶ່ຈະມີຂຶ້ນໃນມື້ສັງຂານລ່ວງ ຕາມການບອກເລົ່າຂອງຄົນບູຮານ ໄລຍະຜ່ານມາ ປູ່ເຍີ ຍ່າເຍີ ໄດ້ໄປຕັກເອົານ້ຳຄານ ທີ່ທ່າຜາບັງ ຫລື ເອີ້ນວ່າທ່າອ້າຍຄຳຫລ້າ ອ້າຍຫົງຄຳ ໜຶ່ງໃນຕຳນານນາກ 15 ຕະກຸນ ທີ່ເປັນເຈົ້າຮັກສາແມ່ນ້ຳ ໃນຫລວງພະບາງ, ແຕ່ຜ່ານມາຫລາຍປີ ຈົນເຖິງປັດຈຸບັນ ໄດ້ຂໍນຳພະແມ່ທໍລະນີ ແລະ ພະຍານາກ ປ່ຽນທ່າມາຕັກເອົານ້ຳທ່ຽງ ຢູ່ເບື້ອງເທິງປາກຫ້ວຍມາວ ຊຶ່ງເອີ້ນວ່າ ທ່າອ້າຍແອນ້ອຍ. ນ້ຳທ່ຽງ ຖືວ່າເປັນນ້ຳສັກສິດ ສະອາດ ບໍລິສຸດ, ເພື່ອເອົາໄວ້ຫົດສົງອົງພະບາງ ໃນມື້ອັງເຊີນອົງພະບາງລົງມາຫົດສົງ ແລະ ຫົດສົງທາດໜ້າຫໍ. ຕາມນິທານເລົ່າຂານສືບຕໍ່ກັນມາຫຼາຍເຊັ່ນຄົນ ປູ່ເຍີ ຍ່າເຍີ ແມ່ນຜູ້ທີ່ຕັດເຄືອເຂົາກາດໃຫຍ່ ທີ່ບັງແສງສະຫວ່າງຈາກດວງອາທິດ ມາສູ່ໂລກມະນຸດ, ພາຍຫຼັງທີ່ໄດ້ຕັດເຄືອເຂົາກາດສຳເລັດ ທັງສອງໄດ້ຖືກເຄືອເຂົາກາດ ລົ້ມທັບຈົນເສຍຊີວິດ, ແຕ່ກ່ອນຈະຕັດເຄືອເຂົານັ້ນ ປູ່ເຍີ ຍ່າເຍີ ໄດ້ຂໍຮ້ອງກັບມວນມະນຸດວ່າ: ກ່ອນຈະເດີນທາງໄປທາງໃດ ຫຼື ຈະກະທຳອັນໃດ ຂໍໃຫ້ນຶກເຖິງບຸນຄຸນຂອງຕົນເອງທັງສອງ, ຊາວລາວບັນດາເຜົ່າ ໂດຍສະເພາະແມ່ນຊາວຫຼວງພະບາງ ເມືອງມໍລະດົກໂລກ ມັກຈະລົງທ້າຍທຸກຖ້ອຍຄຳເວົ້າດ້ວຍສະຫຼະເອີ. ສຳລັບປູ່ເຍີ ຍ່າເຍີ ແມ່ນໄດ້ຮັບການເຄົາລົບນັບຖື ມາຫຼາຍເຊັ່ນຄົນ, ປັດຈຸບັນກິດຈະກຳທີ່ກ່ຽວພັນກັບ ປູ່ເຍີ ຍ່າເຍີ ຫຼື ຫໍເທວະດາຫຼວງ ຄອບຄົວ ພົງສະຫັວນ ໄດ້ນຳພາລູກຫຼານ ແລະປະຊາຊົນບັນດາເຜົ່າ ພ້ອມກັນອານຸລັກວັດທະນະທຳ ການເຊື່ອຖືນີ້ມາໂດຍຕະຫຼອດ, ພໍຮອດປີໃໝ່ລາວທຸກປີ ໄດ້ມີການທຳພິທີທາງສາສະໜາເພື່ອບູຊາແດ່ປູ່ເຍີ ຍ່າເຍີ ດ້ວຍເຂົ້າໜົມ ຂອງຫວານ.

ສຳລັບປະເພນີການໄປຕັກນ້ຳທ່ຽງ ຂອງ ປູ່ເຍີ ຍ່າເຍີ ໄດ້ມີຂື້ນໃນມື້ສັງຂານລ່ວງຂອງທຸກປີ ພາຍຫລຫງສຳເລັດການຕົບພະທາດຊາຍ ພາຍໃນວັດອາຮາມ ໄດ້ແຫ່ຂະບວນອອກຈາກຫໍເທວະດາຫລວງ ວັດອາຮາມ ໄປຕາມເສັ້ນທາງແຕ່ບ້ານວີຊຸນ ຫາບ້ານໝື່ນນາ ແລ້ວລົງໄປຫາທ່ານ້ຳຄານເພື່ອຕັກເອົານ້ຳທ່ຽງ ແລ້ວແຫ່ກັບຄືນສູ່ຫໍ. ນອກຈາກການຕັກນ້ຳທ່ຽງ ປູເຍີ-ຍ່າເຍີ ແລະ ສິງແກ້ວສິງຄໍາ ຈະເຂົ້າຮ່ວມຂະບວນແຫ່ຫວໍ່ ຈາກວັດມະຫາທາດ ເຖິງ ວັດຊຽງທອງ ໃນມື້ສັງຂານເນົາ ແລະ ແຫ່ກັບຄືນ ຈາກວັດ ຊຽງທອງ ຫາ ວັດມະຫາທາດ ໃນມື້ສັງຂານຂຶ້ນ, ພ້ອມນັ້ນ ຈະເຂົ້າຮ່ວມພິທີ ຫົດສົງອົງພະບາງ ໃນມື້ອັງເຊີນລົງຫົດສົງ ແລະ ຕອນແລງ ຈະມີພິທີຟ້ອນລຳຖວາຍພະເຈົ້າອົງຫລວງວັດວິຊຸນນະຣາຊ, ຕອນບ່າຍວັນທີ 18 ເມສາ ຈະມີພິທີສູດປະຣິຕະມຸງຄຸນ ຖວາຍ ປູ່ເຍີ-ຍ່າເຍີ ແລະ ສິງແກ້ວສິງຄໍາ, ຟ້ອນລຳຖວາຍ ພະທາດປາກເຂັດ ພະທາດປາກຍຳ ແລະ ພະທາດຄຳໄຂ ພາຍຫລັງສຳເລັດ ອັນເຊີນເຂົ້າຮ່ວມຫີບ ເກັບຮັກສາໄວ້ ພາຍໃນວັດອາຮາມ ອຸຕຸມະຣາຊະທານີ ຕາມເດີມ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments