Homeບຸນປະເພນີຫົວໜ້າ ຄອສພ ຮ່ວມພິທີໃສ່ບາດ ໃນໂອກາດບຸນປີໃໝ່ລາວ ທີ່ແຂວງຫລວງພະບາງ

ຫົວໜ້າ ຄອສພ ຮ່ວມພິທີໃສ່ບາດ ໃນໂອກາດບຸນປີໃໝ່ລາວ ທີ່ແຂວງຫລວງພະບາງ

ໃນຕອນເຊົ້າຂອງວັນທີ 16 ເມສາ 2026ນີ້, ຊຶ່ງເປັນມື້ສັງຂານຂຶ້ນ ຫລື ມື້ເລີ່ມຕົ້ນສັງກາດໃໝ່ ຂອງການສະເຫລີມສະຫລອງບຸນປີໃໝ່ລາວ ພສ 2569, ກົງກັບມື້ແຮມ 14 ຄໍ່າ ເດືອນ 5 ລາວ, ທ່ານ ຄໍາພັນ ເຜີຍຍະວົງ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ພ້ອມດ້ວຍ ພັນລະຍາ ໄດ້ຮ່ວມໃສ່ບາດຢາດນໍ້າ ເພື່ອເປັນສິລິມຸງຄຸນ ທີ່ໜ້າວັດແສນ ສຸຂາຣາມ ນະຄອນ-ຫລວງພະບາງ, ມີທ່ານ ບຸນເລື່ອມ ມະນີວົງ ເລຂາພັກແຂວງຫລວງພະບາງ ພ້ອມດ້ວຍພະນັກງານ-ລັດຖະກອນ, ປະຊາຊົນບັນດາເຜົ່າ ແລະ ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມຢ່າງຫລວງຫລາຍ.

ທັງນີ້ກໍເພື່ອສືບສານຮີດຄອງປະເພນີອັນດີງາມຂອງຊາດ ກໍຄືຂອງຊາວຫລວງພະບາງ ທີ່ໄດ້ປະຕິບັດສືບທອດກັນມາແຕ່ດົນນານ. ການຮ່ວມໃສ່ບາດໃນຄັ້ງນີ້ ບໍ່ພຽງແຕ່ເປັນການບໍາເພັນກຸສົນຕາມຫລັກພຸດທະສາສະໜາ ເນື່ອງໃນໂອກາດປີໃໝ່ເທົ່ານັ້ນ, ແຕ່ຍັງເປັນການສະແດງໃຫ້ເຫັນເຖິງຄວາມສາມັກຄີປອງດອງ ແລະ ການເອົາໃຈໃສ່ຂອງການນໍາພັກ-ລັດ ໃນການສົ່ງເສີມວັດທະນະທໍາ-ຮີດຄອງປະເພນີ ແລະ ການທ່ອງທ່ຽວລາວ ໃຫ້ມີບັນຍາກາດຟົດຟື້ນ ແລະ ມີຄວາມໝາຍຄວາມສໍາຄັນຢ່າງເລິກເຊິ່ງ.

ພາຍຫລັງສໍາເລັດການໃສ່ບາດ, ທ່ານ ຄໍາພັນ ເຜີຍຍະວົງ ຍັງໄດ້ກ່າວຄຳອວຍພອນໄຊອັນປະເສີດແດ່ການນໍາແຂວງ ແລະ ປະຊາຊົນບັນດາເຜົ່າຫລວງພະບາງ ໃຫ້ມີຄວາມສຸກ, ມີສຸຂະພາບເຂັ້ມແຂງ ແລະຮ່ວມກັນພັດທະນາເສດຖະກິດ-ສັງຄົມຂອງແຂວງ ໃຫ້ມີການຫັນປ່ຽນໃໝ່ທີ່ດີຂຶ້ນໃນສົກປີໃໝ່ນີ້.

ຂ່າວ: ເພັດສາຄອນ ສິມມະວົງ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments