ແຫລ່ງຂ່າວຈາກ ແຂວງອຸດົມໄຊ ໃຫ້ຮູ້ວ່າ: ເນື່ອງໃນໂອກາດສະເຫລີມສະຫລອງບຸນປີໃໝ່ລາວ ປະຈຳປີ ພສ 2568-2569 ໃນມື້ແຮມ 14 ຄໍ່າເດືອນ 5 ລາວ ກົງກັບ ວັນທີ 16 ເມສາ 2026 ນີ້, ເປັນມື້ສັງຂານຂຶ້ນ ປ່ຽນ ຈສ 1387 ເປັນ ຈສ 1388 ທີ່ປວງຊົນຊາວພຸດ ແລະ ປະຊາຊົນລາວບັນດາເຜົ່າເຄີຍປະຕິບັດກັນມາແຕ່ດົນນານແລ້ວ. ໃນຂະນະດຽວກັນທີ່ວັດພະເຈົ້າ ສິງຄຳ ໄຊຍາຣາມ ເມືອງຫລາ ແຂວງອຸດົມໄຊ ໄດ້ມີບັນດາຄອບຄົວການນຳຂອງແຂວງ ແລະ ເມືອງ ເຂົ້າຮ່ວມໃສ່ບາດ ແລະ ລາທະນາ ອັນເຊີນພະພຸດທະຮູບຂຶ້ນສູ່ແທ່ນ.
ພາຍຫລັງທີ່ໄດ້ອັນເຊີນພະເຈົ້າສິງຄຳອົງສັກສິດ ຊຶ່ງເປັນພະຄູ່ບ້ານຄູ່ເມືອງຂອງປະຊາຊົນບັນດາເຜົ່າເມືອງຫລາ ກໍຄືຊາວແຂວງອຸດົມໄຊ ໃນວັນທີ 14 ເມສາ 2026 ຊຶ່ງເປັນມື້ສັງຂານລ່ວງ ລົງສູ່ຫໍສົງ ແລະ ໃຫ້ບັນດາຊາວພຸດທະບໍລິສັດທັງຫລາຍ ໄດ້ຫົດສົງ ຕະຫລອດ 3 ວັນຂອງການສະເຫລີມສະຫລອງປີໃໝ່ລາວ ມາວັນທີ 16 ເມສາ ນີ້ກໍໄດ້ລາທະນາອັນເຊີນພະພຸດທະຮູບ ຂຶ້ນສູ່ແທ່ນ.

ເຂົ້າຮ່ວມໃນພິທີໂດຍມີ ທ່ານ ສອນສຸວັນ ປັນຍາວົງ ເລຂາຄະນະບໍລິຫານງານພັກເມືອງ, ທ່ານ ສົມພາວັນ ສຸດຈະລິດ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງ ພ້ອມດ້ວຍຄະນະນຳຂອງເມືອງ ແລະ ພຸດທະສາສະນິກະຊົນ ກໍຄືພໍ່ແມ່ປະຊາຊົນບັນດາເຜົ່າ ພາຍໃນເມືອງຫລາ ໄດ້ພ້ອມກັນນໍາເອົາປັດໄຈໄຊຍະທານຕ່າງໆ ເພື່ອນໍາໄປຖວາຍແກ່ພະສົງ-ສາມະເນນ ໃນນີ້, ໄດ້ມີພິທີໃສ່ບາດ, ຍາດນໍ້າ ແລະ ພິທີ ລາທະນາ ອັນເຊີນພະພຸດທະຮູບຂຶ້ນສູ່ແທ່ນ ຕາມຮີດຄອງປະເພນີທີ່ສືບທອດກັນມາ ຊຶ່ງເຫັນວ່າບັນຍາກາດ ການໃສ່ບາດຂອງອອກຕົນຍາດໂຍມແມ່ນມີຄວາມເບີກບານມ່ວນຊື່ນ, ມີຄວາມເປັນລະບຽບຮຽບຮ້ອຍຈົບງາມ ແລະ ຮັກສາໄດ້ຕາມຮີດຄອງປະເພນີ ແລະ ວັດທະນະທໍາອັນດີງາມຂອງຊາດ-ຂອງທ້ອງຖິ່ນໄດ້ເປັນຢ່າງດີ.
ຂ່າວ-ພາບ: ວົງເດືອນ ຄຳສະຫວັນ

