Homeຂ່າວພາຍໃນສື່ມວນຊົນ ລາວ-ຈີນ ຮ່ວມສຳພາດຕາມແລວທາງ ລົດໄຟ ລາວ-ຈີນ

ສື່ມວນຊົນ ລາວ-ຈີນ ຮ່ວມສຳພາດຕາມແລວທາງ ລົດໄຟ ລາວ-ຈີນ

ໃນລະຫວ່າງວັນທີ 15-18 ເມສາ 2026 ນີ້, ບໍລິສັດ ທາງລົດໄຟ ລາວ-ຈີນ ຈັດກິດຈະກຳ ນໍາພາສື່ມວນຊົນ ຈາກ ສປປ ລາວ ແລະ ສປ ຈີນ ຮ່ວມສຳພາດ ແລະ ເກັບພາບບັນຍາກາດ ລຽບຕາມແລວທາງລົດໄຟ ລາວ-ຈີນ ຢູ່ແຂວງຫລວງພະບາງ ແລະ ນະຄອນຫລວງວຽງຈັນ ໃນຫົວຂໍ້ “ຮ່ວມສໍາຜັດບັນຍາກາດຕາມເສັ້ນທາງລົດໄຟລາວ-ຈີນ” ເນື່ອງໃນໂອກາດເປີດດໍາເນີນງານ ຄົບຮອບ 3 ປີ ຂະບວນລົດໄຟຂ້າມແດນ.

ໃນວັນທີ 16 ເມສາ 2026 ສື່ມວນຊົນລາວ ແລະ ສື່ມວນຊົນ ຈາກ 13 ສຳນັກຂ່າວຈາກ ສປ ຈີນ ໄດ້ຮ່ວມກັນລົງສຳພາດ ແລະ ເກັບກຳພາບບັນຍາກາດ ການເຄື່ອນໄຫວ ຈັດຕັ້ງປະຕິບັດວຽກງານດ້ານຕ່າງໆ ຢູ່ສະຖານີຫລວງພະບາງ, ສູນບໍາລຸງຮັກສາທາງລົດໄຟ ຫລວງພະບາງ, ພ້ອມທັງ ສຳພາດຜູ້ໂດຍສານ ກໍຄື ຜູ້ມາໃຊ້ບໍລິການລົດໄຟ ລາວ-ຈີນ ກ່ຽວກັບຜົນດີ ແລະ ຜົນປະໂຫຍດ ພາຍຫລັງມີລົດໄຟ ລາວ-ຈີນ. ສ່ວນ ໃນວັນທີ 17 ເມສາ 2026 ສື່ມວນຊົນ ລາວ-ຈີນ ຍັງຈະສືບຕໍ່ເຄື່ອນໄຫວສຳພາດກ່ຽວກັບການຈັດຕັ້ງປະຕິບັດວຽກງານ ຢູ່ສະຖານີວຽງຈັນໃຕ້, ຈຸດຄ່ຽນຖ່າຍວຽງຈັນໃຕ້ ແລະ ຍັງຈະໄປທ່ຽວຊົມສໍາຜັດບັນຍາກາດຢູ່ແຄມຂອງ ຕື່ມອີກ. ສຳລັບ ວັນທີ 18 ເມສາ ສື່ມວນຊົນລາວ ແລະ ຈີນ ຍັງຈະໄດ້ເຂົ້າຮ່ວມກອງປະຊຸມແບ່ງປັນເລື່ອງລາວທາງລົດໄຟ ລາວ-ຈີນ ໃນຫົວຂໍ້ “ສ້າງເສັ້ນທາງ ສາຍທອງຄໍາ ອໍານວຍປະໂຫຍດໃຫ້ແກ່ປະຊາຊົນລາວ-ຈີນ ” ຕື່ມອີກ.

ການຈັດກິດຈະກຳໃນຄັ້ງນີ້, ນອກຈາກເປັນການໂຄສະນາ ເຜີຍແຜ່ຜົນປະໂຫຍດ ແລະ ຜົນໄດ້ຮັບ ຂອງ ລົດໄຟ ລາວ-ຈີນ ແລ້ວ ຍັງເປັນການຮັດແໜ້ນການພົວພັນຮ່ວມມື ລະຫວ່າງ ສື່ມວນຊົນລາວ ແລະ ຈີນ ໃຫ້ແໜ້ນແຟ້ນຂຶ້ນກວ່າເກົ່າ ແລະ ສືບຕໍ່ໃຫ້ການລະໜັບສະໜູນ, ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ໃນອະນາຄົດ ແລະ ຍາວນານ.

ນັບແຕ່ທາງລົດໄຟ ລາວ-ຈີນ ໄດ້ເປີດໃຫ້ບໍລິການເປັນຕົ້ນມາ, ລົດໄຟ “ຂະບວນຟູຊິງ” ແລະ “ຂະບວນລ້ານຊ້າງ” ໄດ້ດໍາເນີນການແລ່ນດ້ວຍຄວາມປອດໄພ, ເປັນມິດກັບສິ່ງແວດລ້ອມ, ວ່ອງໄວ ແລະ ສະດວກສະບາຍ, ສາມາດຫລຸດຜ່ອນໄລຍະຫ່າງທາງລະຫວ່າງຕົວເມືອງຕ່າງໆ ຕາມແລວທາງລົດໄຟໄດ້ຢ່າງຫລວງຫລາຍ, ໄດ້ຮັບຄວາມນິຍົມຊົມຊອບຈາກປະຊາຊົນທັງສອງປະເທດ ແລະ ກາຍເປັນທາງເລືອກອັນດັບຕົ້ນໆໃນການເດີນທາງຂອງພໍ່ແມ່ປະຊາຊົນ. ພາກສ່ວນຕ່າງໆຂອງທາງລົດໄຟຂອງທັງສອງປະເທດ ລາວ-ຈີນ ໄດ້ວິເຄາະການປ່ຽນແປງຂອງປະລິມານຜູ້ໂດຍສານຢ່າງມີຫລັກການ, ຈັດສັນກຳລັງການຂົນສົ່ງຢ່າງຖືກຕ້ອງ, ເພີ່ມຜະລິດຕະພັນການບໍລິການຜູ້ໂດຍສານ, ປັບປຸງມາດຕະຖານການບໍລິການຂອງສະຖານີ ແລະ ຂະບວນລົດໄຟ, ສາມາດຕອບສະໜອງຄວາມຕ້ອງການດ້ານການເດີນທາງຂອງຜູ້ໂດຍສານໄດ້ເປັນຢ່າງດີ. ຮອດວັນທີ 9 ເມສາ 2026 ນີ້, ທາງລົດໄຟໃນສ່ວນຂອງ ສປປ ລາວ ສະເລ່ຍແລ່ນລົດໄຟໂດຍສານ 10 ຄູ່/ມື້, ສູງສຸດ 12 ຄູ່/ມື້, ສົ່ງຜູ້ໂດຍສານສູງສຸດ 10.197 ເທື່ອຄົນ/ມື້, ມີການແລ່ນລົດໄຟ EMU ແລະ ລົດໄຟຄວາມໄວທໍາມະດາຮ່ວມກັນ, ລວມຍອດການສົ່ງຜູ້ໂດຍສານທັງໝົດ 2,17 ລ້ານເທື່ອຄົນ, ໄດ້ເປີດສະຖານີໂດຍສານກາສີ, ເມືອງງາ, ນາໝໍ້ ແລະ ອື່ນໆຕື່ມ, ເຮັດໃຫ້ຈຳນວນສະຖານີທີ່ໃຫ້ບໍລິການຜູ້ໂດຍສານເພີ່ມຂຶ້ນຈາກ 7 ສະຖານີໃນໄລຍະເລີ່ມຕົ້ນ ມາເປັນ 10 ສະຖານີໃນປັດຈຸບັນ, ໄດ້ເປີດນຳໃຊ້ລະບົບຂາຍປີ້ຜ່ານອິນເຕີເນັດຄືແອັບ LCR Ticket ເຮັດໃຫ້ຜູ້ໂດຍສານສາມາດຊື້ປີ້, ປ່ຽນປີ້ ແລະ ວາງແຜນການເດີນທາງ ຜ່ານລະບົບອອນລາຍ ໂດຍບໍ່ຕ້ອງອອກຈາກເຮືອນ, ພ້ອມທັງໄດ້ເປີດຈຸດຂາຍປີ້ຕາມເມືອງໃຫຍ່ຕ່າງໆ ແລະ ຂະຫຍາຍເວລາຈອງປີ້ລ່ວງໜ້າ ຊຶ່ງໄດ້ອຳນວຍຄວາມສະດວກຢ່າງຫລວງຫລາຍ ໃຫ້ແກ່ປະຊາຊົນລາວ ໃນການຊື້ປີ້ ແລະ ເດີນທາງດ້ວຍລົດໄຟ. ສຳລັບ ທາງລົດໄຟ ລາວ-ຈີນ ໃນສ່ວນຂອງຈີນ ສະເລ່ຍແລ່ນລົດໄຟໂດຍສານ 42 ຄູ່/ມື້, ສູງສຸດ 65 ຄູ່/ມື້, ສົ່ງຜູ້ໂດຍສານສູງສຸດ 74.000 ເທື່ອຄົນ/ມື້, ລວມຍອດການສົ່ງຜູ້ໂດຍສານທັງໝົດ 11,76 ລ້ານເທື່ອຄົນ, ມີການບໍລິການດ້ວຍຫລາຍພາສາ ແລະ ມີຮູບແບບການຂາຍປີ້ແບບໃໝ່ ເພື່ອເພີ່ມທະວີປະສົບການການເດີນທາງຂອງຜູ້ໂດຍສານຢ່າງຕໍ່ເນື່ອງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments