ກອງປະຊຸມກວດກາຄວາມພ້ອມ ເພື່ອກະກຽມແລະ ດໍາເນີນກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດ ທົ່ວປະເທດ ຄັ້ງທີ XII ຈັດຂຶ້ນໃນວັນທີ 17 ເມສາ 2026 ທີ່ສູນກາງແນວລາວສ້າງຊາດ(ສນຊ) ພາຍໃຕ້ການເປັນປະທານຂອງ ສະຫາຍ ກິແກ້ວ ໄຂຄໍາພິທູນປະທານສູນກາງແນວລາວສ້າງຊາດ.

ໃນກອງປະຊຸມໄດ້ຮັບຟັງການລາຍງານ ວຽກງານບຸກຄະລາກອນກອງປະຊຸມໃຫຍ່, ເນື້ອໃນ, ການປັບປຸງກົດລະບຽບແນວລາວສ້າງຊາດ ສະໄໝທີ XII. ຈາກນັ້ນ, ຜູ້ເຂົ້າຮ່ວມໄດ້ພ້ອມກັນປະກອບຄໍາຄິດຄໍາເຫັນ ແລະ ຮັບຟັງທິດຊີ້ນໍາຈາກປະທານ ສນຊ ຕໍ່ການກະກຽມຄວາມພ້ອມຮອບດ້ານ ຂອງແຕ່ລະໜ້າວຽກ ແນໃສ່ເຮັດໃຫ້ການດໍາເນີນກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດ ທົ່ວປະເທດ ຄັ້ງທີ XII ທີ່ຈະໄຂຂຶ້ນໃນອີກບໍ່ດົນນີ້ ໄດ້ມີຜົນສໍາເລັດຢ່າງຈົບງາມ ຕາມຄາດໝາຍວາງໄວ້.
ຂ່າວ: ຂ່າວສານແນວໂຮມ

