Homeຂ່າວໜ້າໜຶ່ງສື່ມວນຊົນ ລາວ-ຈີນ ຮ່ວມແບ່ງປັນເລື່ອງລາວ ທາງລົດໄຟ ລາວ-ຈີນ

ສື່ມວນຊົນ ລາວ-ຈີນ ຮ່ວມແບ່ງປັນເລື່ອງລາວ ທາງລົດໄຟ ລາວ-ຈີນ

ບໍລິສັດທາງລົດໄຟ ລາວ-ຈີນ ຈຳກັດ ຈັດກອງປະຊຸມສະຫລຸບການເຄື່ອນໄຫວກິດຈະກໍາ ແບ່ງປັນເລື່ອງລາວ ທາງລົດໄຟ ລາວ-ຈີນ ພາຍໃຕ້ຫົວຂໍ້: “ສ້າງເສັ້ນທາງສາຍທອງຄຳ ອຳນວຍຄວາມສະດວກໃຫ້ແກ່ປະຊາຊົນ ລາວ-ຈີນ” ໃນວັນທີ 18 ເມສາ 2026 ໂດຍມີຜູ້ຕາງໜ້າຈາກພະແນກໂຄສະນາ ກຸ່ມບໍລິສັດລົດໄຟແຫ່ງຊາດຈີນ, ຄະນະໂຄສະນາແຂວງຢຸນນານ, ສະຖານທູດຈີນປະຈຳ ລາວ, ກົມສື່ມວນຊົນ, ສະພາການຄ້າຈີນປະຈຳລາວ, ວິທະຍາໄລເຕັກນິກວິຊາອາຊີບການລົດໄຟ, ພ້ອມດ້ວຍ ສື່ມວນຊົນ ລາວ-ຈີນ ເຂົ້າຮ່ວມ.

ກິດຈະກໍາ ແບ່ງປັນເລື່ອງລາວ ທາງລົດໄຟ ລາວ-ຈີນ ໃນຄັ້ງນີ້, ບໍລິສັດ ທາງລົດໄຟ ລາວ-ຈີນ ຈຳກັດ ໄດ້ນໍາພານັກຂ່າວຈາກ ສປ ຈີນ ແລະ ນັກຂ່າວຈາກສຳນັກຂ່າວທາງການ ຂອງ ສປປ ລາວ ຮ່ວມສຳພາດ ແລະ ເກັບພາບບັນຍາກາດລຽບຕາມແລວທາງລົດໄຟ ລາວ-ຈີນ ໃນຫົວຂໍ້: “ຮ່ວມສໍາຜັດບັນຍາກາດຕາມເສັ້ນທາງລົດໄຟ ລາວ-ຈີນ” ຢູ່ແຂວງຫລວງພະບາງ ແລະ ນະຄອນຫລວງວຽງຈັນ ເນື່ອງໃນໂອກາດ ຄົບຮອບ 3 ປີ ຂອງການເປີດດໍາເນີນງານຂະບວນລົດໄຟຂ້າມແດນ ແລະ ຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນທາງການທູດ ລາວ-ຈີນ.

ທ່ານ ສົມສະຫວາດ ພົງສາ ຫົວໜ້າກົມສື່ມວນຊົນ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ມີຄຳເຫັນວ່າ: ກິດຈະກໍາຄັ້ງນີ້, ເປັນກິດຈະກໍາທີ່ດີ ທີ່ສ້າງໂອກາດໃຫ້ສື່ມວນຊົນ ລາວ-ຈີນ ໄດ້ເຄື່ອນໄຫວວຽກງານແລກປ່ຽນຂໍ້ມູນຂ່າວສານຮ່ວມກັນ ແລະ ນໍາເອົາຂໍ້ມູນຂ່າວສານທີ່ເປັນຈິງ, ຖືກຕ້ອງ ໂດຍສ່ອງແສງໃຫ້ເຫັນ ບັນດາຜົນປະໂຫຍດທີ່ປະຊາຊົນໄດ້ຮັບ ເປັນຕົ້ນ ການສ້າງວຽກເຮັດງານທໍາໃຫ້ປະຊາຊົນລາວ, ນັກທ່ອງທ່ຽວເຂົ້າມາເພີ່ມຂຶ້ນ ແລະ ຜົນປະໂຫຍດອື່ນໆ ໄປເຜີຍແຜ່ໃຫ້ສັງຄົມ ກໍຄື ປະຊາຊົນ ໄດ້ເຂົ້າໃຈຢ່າງຖືກຕ້ອງ ພ້ອມທັງໂຄສະນາດຶງດູດການທ່ອງທ່ຽວ ຜ່ານທາງເສັ້ນທາງລົດໄຟ ລາວ-ຈີນ. ຕະຫລອດໄລຍະຜ່ານມາ, ສື່ມວນຊົນ ລາວ-ຈີນ ໄດ້ຮ່ວມມືກັນຢ່າງແໜ້ນແຟ້ນ, ອັນພົ້ນເດັ່ນ ແມ່ນການລົງນາມຮ່ວມມືເພື່ອໂຄສະນາວຽກງານພາຍໃຕ້ຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນ ທາງ” ແລະ ໄດ້ຮ່ວມກັນ ເອົາໃຈໃສ່ໂຄສະນາຕອບຕ້ານບັນດາຂ່າວບິດເບື່ອນ, ໃສ່ຮ້າຍປ້າຍສີ ຂອງກຸ່ມຄົນບໍ່ດີ ຕໍ່ກັບການພົວພັນຮ່ວມມືທີ່ດີລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ, ຈີນ-ລາວ ຢ່າງຕໍ່ເນື່ອງ. ນອກນັ້ນ, ສື່ມວນຊົນລາວ ຍັງໄດ້ໂຄສະນາໃຫ້ແກ່ການຈັດຕັ້ງຜັນຂະຫຍາຍແຜນແມ່ບົດຄູ່ຮ່ວມມືຊາຕາກໍາ ລາວ-ຈີນ, ຈີນ-ລາວ ຢູ່ຂົງເຂດວຽກງານຕ່າງໆ ໃນນັ້ນລວມທັງວຽກງານໂຄສະນາແລກປ່ຽນ ຂໍ້ມູນຂ່າວສານຜ່ານສື່ມວນຊົນ ແລະ ສື່ມວນຊົນກໍໄດ້ກາຍເປັນປັດໄຈຍູ້ແຮງທີ່ສຳຄັນ ໃນການໂຄສະນາດຶງດູດນັກທ່ອງທ່ຽວໃນໄລຍະຜ່ານມາ. ທ່ານ ສົມສະຫວາດ ພົງສາ ຍັງໄດ້ສະເໜີໃຫ້ບັນດາສື່ມວນຊົນ ລາວ-ຈີນ ແລະ ພາກສ່ວນທີ່ກ່ຽວຂ້ອງ ສືບຕໍ່ຮ່ວມມືແລກປ່ຽນຂໍ້ມູນຂ່າວສານ ເຊິ່ງກັນ ແລະ ກັນ ເພື່ອໂຄສະນາຜົນສໍາເລັດການນໍາໃຊ້ເສັ້ນທາງລົດໄຟ ລາວ-ຈີນ ໃຫ້ມີບັນຍາກາດອັນຄຶກຄື້ນ.

ທ່ານ ລູ່ ຫາຍໂຈ່ວ ຜູ້ອຳນວຍການໃຫຍ່ ບໍລິສັດ ທາງລົດໄຟ ລາວ-ຈີນ ກໍໄດ້ກ່າວວ່າ: ທາງລົດໄຟ ລາວ-ຈີນ ແມ່ນໂຄງການສັນຍະລັກຂອງຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ”, ແມ່ນເສັ້ນທາງແຫ່ງມິດຕະພາບ, ເສັ້ນທາງແຫ່ງການພັດທະນາ ແລະ ເສັ້ນທາງແຫ່ງຄວາມສຸກ ທີ່ເຊື່ອມຈອດສອງປະເທດ ລາວ-ຈີນ ເຂົ້າຫາກັນ. ການຄຸ້ມຄອງ ແລະ ດຳເນີນງານທາງລົດໄຟ ສາຍນີ້ໃຫ້ດີ ແມ່ນຄວາມມຸ່ງຫວັງ ແລະ ການມອບໝາຍອັນສຳຄັນຈາກຜູ້ນຳສູງສຸດຂອງສອງພັກ, ສອງລັດ, ທັງແມ່ນການຈັດຕັ້ງປະຕິບັດຍຸດທະສາດການຫັນປ່ຽນຈາກ “ປະເທດທີ່ບໍ່ມີທາງອອກສູ່ທະເລ” ໃຫ້ກາຍເປັນ “ປະເທດເຊື່ອມຈອດພາກພື້ນ”. ພະນັກງານທັງໝົດຂອງບໍລິສັດ ທາງລົດໄຟ ລາວ-ຈີນ ຍຶດໝັ້ນໃນການສ້າງຄວາມກ້າວໜ້າບົນພື້ນຖານຄວາມສະຖຽນລະພາບ, ປະຕິຮູບ ແລະ ສ້າງສັນສິ່ງໃໝ່, ຊຸກຍູ້ວຽກງານຈຸດສຸມຢ່າງຮອບດ້ານ ເປັນຕົ້ນ ການຄວບຄຸມຄວາມປອດໄພ, ການດຳເນີນງານທີ່ໄດ້ມາດຕະຖານ ແລະ ການບໍລິຫານຈັດການທຸລະກິດ, ເຮັດໃຫ້ຄວາມປອດໄພໃນການຂົນສົ່ງມີຄວາມສະຖຽນລະພາບຢ່າງຕໍ່ເນື່ອງ.

ໃນກອງປະຊຸມ ຜູ້ຕາງໜ້າ ສື່ມວນຊົນ ຈາກ ລາວ-ຈີນ ແລະ ພາກສ່ວນທີ່ກ່ຽວຂ້ອງ ຂອງບໍລິສັດທາງລົດໄຟ ລາວ-ຈີນ ໄດ້ຜັດປ່ຽນກັນ ແບ່ງປັນປະສົບການໃນການເຄື່ອນໄຫວກິດຈະກຳ ດັ່ງກ່າວ ຕະຫລອດໄລຍະເວລາ 4 ວັນ ນັບແຕ່ວັນທີ 15-18 ເມສາ 2026.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments