ທ່ານ ນາງ ສອນທິດາ ອຸນາພົມ ຜູ້ອໍານວຍການບໍລິສັດ ພັດທະນາແຫຼ່ງທ່ອງທ່ຽວນໍ້າຕົກຕາດເຍືອງ ໃຫ້ຂໍ້ມູນ ໃນວັນທີ 7 ເມສາ ນີ້ວ່າ: ງານບຸນປີໃໝ່ລາວ ພສ 2569 ທີ່ຈະຈັດຂຶ້ນໃນວັນທີ 14 - 16 ເມສາ 2026 ນີ້, ແຫຼ່ງທ່ອງທ່ຽວນໍ້າຕົກຕາດເຍືອງ ເມືອງປາກຊ່ອງ ແຂວງຈຳປາສັກ ພວກເຮົາ ຈະສືບຕໍ່ເອົາໃຈໃສ່ປັບປຸງຮ້ານຂາຍເຄື່ອງທີ່ລະນຶກ ເພື່ອບໍລິການແຂກຄົນທີ່ມາທ່ຽວຊົມ.
ເຄື່ອງທີ່ລະນຶກຕ່າງໆ ທີ່ນໍາມາວາງສະແດງ ແລະ ຈໍາໜ່າຍຢູ່ຕາດເຍືອງ ສ່ວນໃຫຍ່ແມ່ນຜະລິດຕະພັນທີ່ຄົນລາວເຮົາຜະລິດເອງ ໂດຍສະເພາະແມ່ນຜະລິດຕະພັນຂອງປະຊາຊົນໃນທ້ອງຖິ່ນ ເພື່ອໃຫ້ປະຊາຊົນມີລາຍຮັບແກ່ຄອບຄົວ.

ດ້ານບຸກຄະລາກອນ ກໍແມ່ນນໍາໃຊ້ລູກຫຼານຂອງປະຊາຊົນໃນທ້ອງຖິ່ນ; ສ່ວນອາຫານ ກໍເນັ້ນໃສ່ອາຫານປອດສານພິດ ໂດຍນໍາໃຊ້ວັດຖຸດິບ ແລະ ພືດຜັກ ພາຍໃນທ້ອງຖິ່ນ ທີ່ແຫຼ່ງທ່ອງທ່ຽວຕາດເຍືອງ ຊຸກຍູ້ສົ່ງເສີມໃຫ້ປະຊາຊົນປູກ ເຊັ່ນ: ໝາກສະເວີ່, ຜັກອີ່ຄູ້, ໝາກຮຸ່ງ, ໝາກເລັ່ນ (ໝາກເຂືອສົ້ມ), ໝາກເຂືອຂົນ (ໝາກເຂືອເອິກ), ໜໍ່ໄມ້ ແລະ ອື່ນໆ ເຊິ່ງຮ້ານອາຫານພວກເຮົາຊື້ພືດຜັກທຸກຢ່າງທີ່ປະຊາຊົນປູກ ແລະ ເອົາມາຂາຍໃຫ້ ໃນລາຄາທີ່ສູງກ່ວາຕະຫຼາດ ເພື່ອປຸງແຕ່ງເປັນອາຫານ.
ສໍາລັບອາຫານທີ່ບໍລິການຢູ່ແຫຼ່ງທ່ອງທ່ຽວນໍ້າຕົກຕາດເຍືອງ ມີທັງອາຫານແບບລາວໆ, ອາຫານໄທ ແລະ ອາຫານຝຣັ່ງ, ໃນນັ້ນ ອາຫານທີ່ເປັນເອກະລັກສະເພາະແມ່ນແກງໜໍ່ໄມ້, ຕໍາໝາກຮຸ່ງ, ປີ້ງຊີ້ນໝູໝັກເຂົ້າກໍ່າ, ປີ້ງໄກ່ລາດທາປາແດກ, ປີ້ງຊີ້ນແຫ້ງ ແລະ ແຈ່ວຜັກອີ່ຄູ້. ນອກນີ້ ກໍມີອາຫານຕາມສັ່ງ, ມີລາບ, ກ້ອຍ, ຕົ້ມຄົບຊຸດ. ຮ້ານອາຫານ ກໍກ້ວາງຂວາງ ສາມາດຮອງຮັບແຂກ ໄດ້ 300 ຄົນ, ການບໍລິການກໍມີຄວາມວ່ອງໄວ.

ທ່ານຜູ້ອໍານວຍການບໍລິສັດ ພັດທະນາແຫຼ່ງທ່ອງທ່ຽວນໍ້າຕົກຕາດເຍືອງ ກ່າວຕື່ມວ່າ: ໂດຍລວມແລ້ວ ແຫຼ່ງທ່ອງທ່ຽວນໍ້າຕົກຕາດເຍືອງພວກເຮົາ ມີຄວາມພ້ອມຮອບດ້ານໃນການຕ້ອນຮັບແຂກຄົນທີ່ຈະມາທ່ອງທ່ຽວ ໂດຍສະເພາະແມ່ນໃນໄຍລະປີໃໝ່ລາວ.
ນໍ້າຕົກຕາດເຍືອງ ເປັນແຫຼ່ງທ່ອງທ່ຽວທໍາມະຊາດ ອີກແຫ່ງໜຶ່ງທີ່ນອນຢູ່ໃນລາຍການນໍາທ່ຽວຂອງແຂວງຈໍາປາສັກ, ຕັ້ງຢູ່ບ້ານຫຼັກ 40 ເມືອງປາກຊ່ອງ ຫ່າງຈາກເສັ້ນທາງເລກທີ 16 ປະມານ 800 ແມັດ. ເປັນແຫຼ່ງທ່ອງທ່ຽວທໍາມະຊາດສີຂຽວ, ສະອາດ, ສວຍງາມ ເຊິ່ງພັດທະນາຕິດພັນກັບການຊຸກຍູ້ສົ່ງເສີມການຜະລິດກະສິກໍາຂອງປະຊາຊົນໃນທ້ອງຖິ່ນ ເພື່ອເຮັດໃຫ້ປະຊາຊົນມີວຽກເຮັດງານທໍາ ແລະ ມີລາຍຮັບແກ່ຄອບຄົວ.
* ຂ່າວ-ພາບ: ທູນທອງໃຈ *

