ໃນວັນທີ 8 ເມສານີ້ ທີ່ຫ້ອງວ່າການສູນກາງພັກ ໄດ້ຈັດພິທີພົບປະກັບອະດີດການນຳ, ພະນັກງານອາວຸໂສບຳນານຂຶ້ນ, ໂດຍການເຂົ້າຮ່ວມຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ຊຶ່ງມີອະດີດການນຳ, ພະນັກງານອາວຸໂສບຳນານ ເຂົ້າຮ່ວມ 150 ກວ່າສະຫາຍ. ການພົບປະດັ່ງກ່າວແມ່ນໄດ້ດໍາເນີນໄປພາຍຫຼັງຜົນສຳເລັດຂອງກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ດ້ວຍບັນຍາກາດຟົດຟື້ນທີ່ທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ ກຳລັງອອກແຮງແຂ່ງຂັນ ແລະ ສຸມໃສ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໃຫ້ເຂົ້າສູ່ລວງເລິກ, ແຂງແຮງ ດ້ວຍຈິດໃຈບຸກທະລຸ ແລະ ມີປະສິດທິພາບ ແລະ ປະສິດທິຜົນຍິ່ງຂຶ້ນ.
ໂອກາດນີ້, ສະຫາຍເລຂາທິການໃຫຍ່ ປະທານປະເທດ ໄດ້ສະເໜີໂດຍສັງເຂບກ່ຽວກັບເນື້ອໃນຈິດໃຈສຳຄັນເປັນຕົ້ນແມ່ນການຄົ້ນຄວ້າ ແລະ ພິຈາລະນາ ຮັບຮອງເອົາບັນດາແນວທາງ, ນະໂຍບາຍ, ການປັບປຸງ, ປ່ຽນແປງ ຂອງພັກ ແລະ ລັດ ແນໃສ່ຜັນຂະຫຍາຍແນວທາງປ່ຽນແປງໃໝ່ໃນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກເຊັ່ນ: ການປະຕິຮູບລະບົບການບໍລິຫານລັດ ໃຫ້ມີຄວາມຄ່ອງຕົວ, ມີປະຊາທິປະໄຕລວມສູນກວ່າເກົ່າ; ຕົກລົງແບ່ງພາລະບົດບາດຂອງຜູ້ເປັນເລຂາພັກນະຄອນຫຼວງ, ແຂວງ ກັບປະທານຄະນະກຳມະການປົກຄອງນະຄອນຫຼວງ, ແຂວງ, ເມືອງ; ຕົກລົງສ້າງຕັ້ງຕາແສງຄືນໃໝ່ປ່ຽນແທນການສ້າງກຸ່ມບ້ານ; ຍຸບ ແລະ ໂຮມບາງກະຊວງ-ຂະແໜງການ ທີ່ມີບົດບາດຄ້າຍຄືກັນເຂົ້າເປັນກະຊວງດຽວ; ຫັນເປັນທັນສະໄໝໃນການເກັບລາຍຮັບ ແລະ ຄຸ້ມຄອງລາຍຈ່າຍ, ການຄຸ້ມຄອງວຽກງານງົບປະມານ ແລະ ວຽກງານເງິນຕາໃຫ້ຮັດກຸມ; ປັບປຸງລະບົບກວດກາ, ກວດສອບການຕ້ານການສໍ້ລາດບັງຫຼວງ, ຕ້ານປະກົດການຫຍໍ້ທໍ້ດ້ານອື່ນໆ.

ສະຫາຍ ທອງລຸນ ສີສຸລິດ ໄດ້ຍົກໃຫ້ເຫັນເຖິງຄວາມໝາຍຄວາມສຳຄັນຂອງກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກຖືເປັນເຫດການການເມືອງ ທີ່ມີຄວາມໝາຍສໍາຄັນອີກບັ້ນໜຶ່ງ ທີ່ບັນທຶກໄວ້ໃນໜ້າປະຫວັດສາດ ຂອງພັກ ແລະ ຊາດລາວ ຊຶ່ງໄດ້ດໍາເນີນພາຍໃຕ້ຄໍາຂວັນ “ຍົກສູງບົດບາດການນຳພາທີ່ເຂັ້ມແຂງ ຂອງພັກ, ຕັ້ງໜ້າສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ, ສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ໜັກແໜ້ນກ້າວຂຶ້ນສູ່ສັງຄົມນິຍົມ”; ເປັນການເປີດສາກໃຫ້ແກ່ໄລຍະໃໝ່ແຫ່ງການປົກປັກຮັກສາ ແລະ ພັດ ທະນາປະເທດຊາດ; ເປີດວິໄສທັດໄລຍະຍາວ, ກໍານົດເປົ້າໝາຍທີ່ຈະແຈ້ງ; ຢັ້ງຢືນເຖິງຄວາມຕັດສິນໃຈທີ່ກ້າຫານໃນການສະແຫວງຫາສັດຈະທຳໃນຄວາມເປັນຈິງ ໃນສະຕິປັນຍາ ແລະ ຄວາມສາມາດໃນການນຳພາຂອງພັກ; ຕັດສິນໃຈສືບຕໍ່ນໍາພາປະເທດຊາດກ້າວເດີນ, ກ້າວຂຶ້ນສູ່ສັງຄົມນິຍົມດ້ວຍເງື່ອນ ໄຂແຫ່ງຄວາມເປັນຈິງ ຂອງປະເທດເຮົາ ຊຶ່ງເອກະສານສຳຄັນ ທີ່ຜ່ານ ແລະ ຖືກຮັບຮອງເອົາຂອງກອງປະຊຸມໃຫຍ່ຄັ້ງທີ XII ໂດຍສະເພາະແມ່ນໂຄງການການເມືອງ ສະບັບທີ 3 ຂອງພັກ ທີ່ໄດ້ວາງວິໄສທັດ, ໜ້າທີ່ຍຸດທະສາດຂອງການປະຕິວັດ, ເສັ້ນທາງກ້າວເດີນ ຂອງປະເທດຊາດ ທີ່ຈະແຈ້ງ, ເປັນລະບົບ, ມີຄວາມຕໍ່ເນື່ອງ ຮອດປີ 2055 ຄື:“ສູ້ຊົນໃຫ້ປະເທດເຮົາ ເປັນປະເທດກໍາລັງພັດທະນາທີ່ມີລາຍຮັບປານກາງສູງ ຫຍັບເຂົ້າໃກ້ປະເທດທີ່ມີລາຍຮັບສູງ, ມີລະບົບການເມືອງທີ່ເຂັ້ມແຂງ, ມີພື້ນ ຖານເສດຖະກິດທີ່ທັນສະໄໝ, ກໍາລັງການຜະລິດ ໄດ້ຮັບການພັດທະນາຢ່າງຮອບດ້ານ ໂດຍມີການພົວພັນການຜະລິດທີ່ສອດຄ່ອງ ແລະ ກ້າວໜ້າ, ຊີວິດການເປັນຢູ່ ຂອງປະຊາຊົນບັນດາເຜົ່າໄດ້ມີພື້ນ ຖານອັນໜັກແໜ້ນ ກ້າວສູ່ຄວາມອີ່ມໜໍາສໍາລານ”.
ພ້ອມກັນນີ້, ກອງປະຊຸມໄດ້ປະກອບຄຳຄິດ-ຄຳເຫັນ ກໍຄືຂໍ້ສະເໜີແນະຕ່າງໆ ທີ່ເປັນປະໂຫຍດຢ່າງກົງໄປກົງມາ ຈາກບັນດາອະດີດການນຳ, ພະນັກງານອາວຸໂສບຳນານ ເພື່ອນຳໄປຄົ້ນຄວ້າ, ວິເຄາະວິໄຈ, ຊີ້ນໍາ-ນຳພາ ແລະ ດຳເນີນການແກ້ໄຂ ຢ່າງທັນການ. ສະຫາຍເລຂາທິການໃຫຍ່ ປະທານປະເທດ ໄດ້ສະແດງຄວາມເຊື່ອໝັ້ນ ແລະ ຫວັງເປັນຢ່າງຍິ່ງວ່າ ບັນດາສະຫາຍອະດີດການນຳ, ພະນັກງານອະວຸໂສບຳນານ ຈະສືບຕໍ່ໃຫ້ການສະໜັບສະໜູນ, ໃຫ້ກໍາລັງໃຈ ແລະ ໃກ້ຊິດຕິດ ແທດ, ຊ່ວຍຊີ້ແນະ ແລະ ປະກອບຄໍາເຫັນ ທີ່ເປັນປະໂຫຍດ, ສ້າງສັນ ຕໍ່ສູນກາງພັກ, ສະພາແຫ່ງຊາດ, ລັດຖະບານ ກໍຄືບັນດາອົງການໃນລະບົບການເມືອງ ແຕ່ສູນກາງລົງຮອດທ້ອງຖິ່ນ ຕໍ່ການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ໃນ 5 ປີຕໍ່ໜ້າ, ເຮັດໃຫ້ຄາດໝາຍສູ້ຊົນຕ່າງໆທີ່ວາງອອກ ໄດ້ຮັບຜົນສໍາເລັດທີ່ເປັນຮູບປະທໍາ. ພ້ອມທັງອວຍພອນໃຫ້ ບັນດາສະຫາຍອະດີດການນຳ, ພະນັກງານອະວຸໂສບຳນານ ຈົ່ງມີສຸຂະພາບແຂງແຮງ, ມີຄວາມເບີກບານມ່ວນຊື່ນ ແລະ ມີຄວາມສຸກກາຍສະບາຍໃຈ ເນື່ອງໃນໂອກາດປີໃໝ່ລາວ ພສ 2569 ທີ່ຈະມາເຖິງນີ້.

