Homeຂ່າວດ່ວນກຽມຄວາມພ້ອມວຽກງານປ້ອງກັນ-ສະກັດກັ້ນອຸບັດເຫດ ໂອກາດສະຫຼອງສົ່ງທ້າຍປີເກົ່າ-ຕ້ອນຮັບປີໃໝ່ລາວ ພສ 2569

ກຽມຄວາມພ້ອມວຽກງານປ້ອງກັນ-ສະກັດກັ້ນອຸບັດເຫດ ໂອກາດສະຫຼອງສົ່ງທ້າຍປີເກົ່າ-ຕ້ອນຮັບປີໃໝ່ລາວ ພສ 2569

ເນື່ອງໃນໂອກາດສະເຫຼີມສະຫຼອງສົ່ງທ້າຍປີເກົ່າ ພສ 2568-ຕ້ອນຮັບປີໃໝ່ລາວ ພສ 2569 ໃກ້ຈະມາເຖິງນີ້, ທ່ານ ພັອ ຄໍາສອນ ສີດາວົງ ຫົວໜ້າກົມຕໍາຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດກະຊວງປ້ອງກັນຄວາມສະຫງົບ (ປກສ) ໄດ້ຖະແຫຼງຂ່າວກ່ຽວ​ກັບການກະກຽມຄວາມພ້ອມວຽກງານປ້ອງກັນ, ສະກັດກັ້ນອຸບັດເຫດຈະລາຈອນທາງບົກຕໍ່ສື່ມວນຊົນໃນວັນທີ 8 ເມສານີ້, ທີ່ກົມໃຫຍ່ຕໍາຫຼວດວ່າ: ເພື່ອເຮັດໃຫ້ໄລຍະການເຫຼີມສະຫຼອງສົ່ງທ້າຍປີເກົ່າ ພສ 2568-ຕ້ອນຮັບປີໃໝ່ລາວ ພສ 2569 ໃຫ້ມີຄວາມສະຫງົບ, ມີຄວາມປອດໄພ, ມີບັນຍາກາດເບີກບານມ່ວນຊື່ນ ແລະ ປາສະຈາກຜົນເສຍຫາຍທາງສຸຂະພາບ, ຊີວິດ ແລະ ຊັບສິນທີ່ເກີດຈາກອຸບັດເຫດຈະລາຈອນທາງບົກ, ກົມຕໍາຫຼວດຈະລາຈອນ ຈຶ່ງໄດ້ອອກແຈ້ງການມາຍັງປະຊາຊົນ, ພະນັກງານ, ທະຫານ, ຕໍາຫຼວດ ແລະ ຜູ້ໃຊ້ລົດ-ໃຊ້ຖະໜົນກ່ຽວກັບການປ້ອງກັນ-ສະກັດກັ້ນອຸບັດເຫດຈະລາຈອນທາງບົກຄື: ຜູ້ຂັບຂີ່ລົດຕ້ອງກຽມຄວາມພ້ອມດ້ານສຸຂະພາບຮ່າງກາຍ, ກ່ອນຈະເດີນທາງເພື່ອຮັບປະກັນບໍ່ໃຫ້ມີຄວາມອິດເມື່ອຍ, ອ່ອນເພຍ, ງ່ວງນອນໃນເວລາຂັບຂີ່. ພ້ອມກັນນັ້ນ, ຕ້ອງກະກຽມເອກະສານໃຫ້ຄົບຊຸດຕາມລະບຽບການເຊັ່ນ: ໃບຂັບຂີ່, ໃບທະບຽນ, ໃບກວດກາເຕັກນິກ, ໃບຢັ້ງ ຢືນການເສຍຄ່າທຳນຽມທາງ, ປະກັນໄພ ແລະ ໃບອະນຸຍາດດຳເນີນທຸລະກິດ ແລະ ອື່ນໆ ເພື່ອຢັ້ງຢືນໃນເວລາເຈົ້າໜ້າທີ່ກວດກາ; ຜູ້ຂັບຂີ່ລົດຈັກ ແລະ ຜູ້ຊ້ອນທ້າຍ ຕ້ອງໃສ່ໝວກກັນກະທົບ. ສໍາລັບລົດໃຫຍ່ ຜູ້ຂັບຂີ່ ແລະ ຜູ້ໂດຍສານຕ້ອງຮັດສາຍແອວນິລະໄພ ເພື່ອຮັບປະກັນຄວາມປອດໄພໃນເວລາເກີດອຸບັດເຫດ; ກ່ອນຈະນຳໃຊ້ຍານພາຫະນະຕ້ອງກວດກາສະພາບເຕັກນິກ ເປັນຕົ້ນ ໄຟສັນຍານ, ໄຟເຍືອງທາງ, ຟອຍປັດນ້ຳຝົນ, ຢາງຕີນລົດ ແລະ ຫ້າມລໍ້ (ເບກ) ມີຄວາມຮັບປະກັນ ຫຼື ບໍ່, ການບັນທຸກວັດຖຸສິ່ງຂອງຕ່າງໆ ຕ້ອງຫຸ້ມຫໍ່ມັດໃຫ້ແໜ້ນໜາຈຶ່ງອອກເດີນທາງ. ສຳລັບການສັນຈອນຢູ່ເສັ້ນທາງດ່ວນຄວາມໄວສູງສຸດບໍ່ໃຫ້ເກີນ 120 km/ ຊົ່ວໂມງ ແລະ ຄວາມໄວຕໍ່າສຸດບໍ່ໃຫ້ຫຼຸດ 80 km/ຊົ່ວໂມງ ແລະ ຄວນປະຕິບັດຕາມປ້າຍກໍານົດແຕ່ລະໄລຍະຂອງເສັ້ນທາງ. ສຳລັບການສັນຈອນຢູ່ເສັ້ນທາງໃນເທສະບານ (ຕົວເມືອງ), ຫ້າມໃຊ້ຄວາມໄວເກີນ 30-40 km/ຊົ່ວໂມງ, ເຂດນອກເມືອງໃຫ້ປະຕິບັດຕາມປ້າຍສັນຍານຈະລາຈອນທີ່ໄດ້ກຳນົດໄວ້.

ສໍາລັບຂໍ້ຫ້າມ ຕໍ່ຜູ້ຂັບຂີ່ຍານພາຫະນະຄື: ຫ້າມນຳໃຊ້ໂທລະສັບໃນເວລາຂັບຂີ່ຍານພາຫະນະຢ່າງເດັດຂາດ; ຫ້າມດື່ມສິ່ງມືນເມົາ (ເມົາຫ້າມຂັບຂີ່ລົດ) ຢ່າງເດັດຂາດ, ຖ້າຫາກກວດກາພົບເຫັນເຈົ້າໜ້າທີ່ຕໍາຫຼວດຈະລາຈອນຈະໄດ້ກັກຜູ້ຂັບຂີ່ໄວ້ໃຫ້ຊ່ວງເມົາແລ້ວຈຶ່ງອະນຸຍາດໃຫ້ໄປ ຫຼື ໃຫ້ຍາດພີ່ນ້ອງ, ໝູ່ຄູ່ມາຮັບເອົາເພື່ອຮັບປະກັນຄວາມປອດໄພ; ຫ້າມຂັບຂີ່ຍານພາຫະນະໄວເກີນກົດໝາຍກຳນົດ (ສໍາລັບລົດຂົນສົ່ງ, ໂດຍສານຫ້າມແລ່ນໄວເກີນ 70 Km/ຊົ່ວໂມງ ຕາມເສັ້ນທາງຫຼວງສະເພາະຢູ່ເຂດນອກເມືອງ); ຫ້າມຜູ້ຂັບຂີ່ນຳໃຊ້ຍານພາຫະນະທີ່ມີການດັດແປງສະພາບເຕັກນິກເຊັ່ນ: ການຕິດຕັ້ງອຸປະກອນເສີມປະເພດໄຟສະປອດໄລ້ທີ່ມີຄວາມສະຫວ່າງສູງ, ສັນຈອນຕາມເສັ້ນທາງໃນຍາມກາງຄືນຈະສົ່ງຜົນກະທົບຕໍ່ຜູ້ໃຊ້ລົດ-ໃຊ້ຖະໜົນຄັນອື່ນ ຊຶ່ງມີຄວາມສ່ຽງຈະພາໃຫ້ເກີດອຸບັດເຫດ; ຫ້າມຂັບຂີ່ຍານພາຫະນະເປັນພຶງເປັນແພກີດຂວາງການສັນຈອນ ແລະ ຊ່ວງຊິງກັນຕາມເສັ້ນທາງຢ່າງເດັດຂາດ; ຫ້າມຜູ້ໂດຍສານນັ່ງຂອບກະບະລົດ ຫຼື ນັ່ງຝາທ້າຍລົດໃນເວລາລົດກໍາລັງສັນຈອນຢ່າງເດັດຂາດ; ຫ້າມນຳໃຊ້ລົດຂົນສົ່ງໂດຍສານບັນທຸກສິນຄ້າ ແລະ ບັນ ທຸກຜູ້ໂດຍສານເກີນກຳນົດ ແລະ ຊ່ວງຊິງເອົາຜູ້ໂດຍສານຢ່າງເດັດຂາດ; ຫ້າມຜູ້ປົກຄອງປະປ່ອຍໃຫ້ເດັກ ນ້ອຍທີ່ອາຍຸບໍ່ເຖິິງກະສຽນຂັບຂີ່ພາຫະນະຢ່າງເດັດຂາດ; ຫ້າມຈອດລົດໃນເສັ້ນທາງດ່ວນຢ່າງເດັດຂາດ (ຍົກເວັ້ນກໍລະນີພາຫະນະເປ່ເພ) ແຕ່ຕ້ອງມີປ້າຍເຄື່ອງໝາຍເຕືອນໃຫ້ຜູ້ຂັບຂີ່ທີ່ຮ່ວມສັນຈອນໄດ້ແນມເຫັນ ແລະ ຫຼີກຢ່າງປອດໄພ. ພ້ອມນັ້ນ, ຜູ້ຂັບຂີ່ຍານພາຫະນະຕ້ອງເຄົາລົບ ແລະ ປະຕິບັດຕາມກົດຈະລາຈອນທາງບົກຢ່າງເຂັ້ມງວດ, ກໍລະນີລະເມີດທາງເຈົ້າໜ້າທີ່ຈະໄດ້ນຳໃຊ້ມາດຕະການສຶກສາອົບຮົມ, ລະເມີດຫຼາຍມາດຕາແມ່ນຈະຂຽນໃບສັ່ງ, ກັກເອກະສານທີ່ກ່ຽວຂ້ອງໄວ້ (ຖ້າລະເມີດຮ້າຍແຮງມີຄວາມສ່ຽງທີ່ຈະພາໃຫ້ເກີດອຸບັດເຫດເຈົ້າໜ້າທີ່ຈະໄດ້ກັກພາຫະນະໄວ້ຊົ່ວຄາວ). ກຳລັງຕຳຫຼວດຈະລາຈອນ ຈະໄດ້ເພີ່ມທະວີການກວດກາເຮັດໜ້າທີ່ເພື່ອໃຫ້ປະຊາຊົນຜູ້ໃຊ້ລົດ-ໃຊ້ຖະໜົນໄດ້ສັນຈອນໄປ-ມາ ໃນໄລຍະການສະເຫຼີມສະຫຼອງສົ່ງທ້າຍປີເກົ່າ-ຕ້ອນຮັບປີໃໝ່ລາວໃຫ້ມີຄວາມສະຫງົບ, ມີຄວາມສະດວກ ແລະ ປອດໄພ. ສໍາລັບກົມໃຫຍ່ ຕໍາຫຼວດໄດ້ວາງກໍາລັງກວດກາ-ປ້ອງກັນມີທັງໝົດ 94 ສະຫາຍ.

ທ່ານ ພັອ ຄໍາສອນ ສີດາວົງ ໃຫ້ຮູ້ຕື່ມວ່າ: ປີໃໝ່ລາວ ພສ 2568 ຜ່ານມາ, ທົ່ວປະເທດມີອຸບັດເກີດຂຶ້ນ 313 ລາຍ, ພາຫະນະເປ່ເພ 538 ຄັນ, ຄົນໄດ້ຮັບບາດເຈັບ 521 ຄົນ, ຄົນເສຍຊີວິດ 26 ຄົນ ຍິງ 7 ຄົນ, ສ້າງຜົນເສຍຫາຍທາງດ້ານສຸຂະພາບ, ຊີວິດ ແລະ ຊັບສິນຂອງລັດ, ຂອງລວມໜູ່ ແລະ ປະ ຊາຊົນບັນດາເຜົ່າຢ່າງຫຼວງຫຼາຍ ສາເຫດຫຼັກຂອງການເກີດອຸບັດເຫດຄື: ຄວາມໄວເກີນ, ດື່ມແລ້ວຂັບ.ຮຽກຮ້ອງມາຍັງອົງການຈັດຕັ້ງສັງຄົມ, ປະຊາຊົນ, ພະນັກງານ, ທະຫານ, ຕໍາຫຼວດ, ພໍ່ຄ້າຊາວຂາຍ, ຜູ້ໃຊ້ລົດໃຊ້ຖະໜົນ ຈົ່ງເປັນເຈົ້າການໃນການສຶກສາອົບຮົມ, ແນະນໍາລູກຫຼານ ແລະ ພະນັກງານທີ່ຢູ່ໃນຄວາມຮັບຜິດຊອບໃຫ້ມີສະຕິໃນການປ້ອງກັນຕົນເອງດ້ວຍການປະຕິບັດກົດຈະລາຈອນຢ່າງເຂັ້ມງວດ ປ່ຽນພຶດຕິກຳໃນການເມົາບໍ່ຂັບ, ຂັບຂີ່ລົດດ້ວຍຄວາມໄວຈຳກັດຕາມກົດໝາຍກຳນົດ ໃຫ້ກາຍເປັນວັດທະນະທຳໃໝ່ຂອງສັງຄົມລາວ ເພື່ອປາສະຈາກການເກີດອຸບັດເຫດ ແລະ ຜົນເສຍຫາຍຈະບໍ່ເກີດຂຶ້ນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments