ໃນວັນທີ 6 ເມສາຜ່ານມາ, ສະຫາຍ ພົນໂທ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມ, ກວດກາວຽກງານປັບປຸງລະບົບສູນບັນຊາ ກົມປ້ອງກັນອາກາດ, ໂດຍການຕ້ອນຮັບຂອງສະຫາຍ ພົນຈັດຕະວາ ອຸ່ນທອງ ບຸດສຸວັນ ຫົວໜ້າກົມປ້ອງກັນອາກາດ ກົມໃຫຍ່ເສນາທິການກອງທັບ ພ້ອມດ້ວຍຄະນະ.

ສະຫາຍ ພົນຈັດຕະວາ ອຸ່ນທອງ ບຸດສຸວັນ ໄດ້ລາຍງານຫຍໍ້ສະພາບລວມຂອງສູນບັນຊາ ຜ່ານມາແມ່ນຍັງໃຊ້ລະບົບພື້ນຖານໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະ ຊຶ່ງພາຍຫຼັງທີ່ໄດ້ຮັບການປັບປຸງໄດ້ປ່ຽນແທນອຸປະກອນເອເລັກໂຕຣນິກແບບເກົ່າເປັນລຸ້ນໃໝ່ທີ່ທັນສະໄໝ ຕອບສະໜອງການສະແດງຜົນລາຍງານຂໍ້ມູນທາງອາກາດໄດ້ຊັດແຈ້ງຂຶ້ນກວ່າເກົ່າ. ພ້ອມນັ້ນ, ຄະນະຍັງໄດ້ລົງກວດກາຍານພາຫະນະ-ອາວຸດທີ່ນໍາໃຊ້ເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ມີຄວາມພ້ອມ ປະກອບສ່ວນເຂົ້າໃນການປົກປັກຮັກສານ່ານຟ້າໃຫ້ມີຄວາມປອດໄພ 100% ແລະ ລົງກວດກາພື້ນທີ່ຈະປັບປຸງພັດທະນາຂອງກົມກອງຕື່ມອີກ.

