ໃນວັນທີ 6 ເມສາ 2026, ສະຫາຍ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍຄະນະ ເຂົ້າຢ້ຽມຢາມ ແລະ ອວຍພອນ ສະຫາຍ ບຸນທອງ ຈິດມະນີ ອະດີດ ກຳມະການກົມການເມືອງສູນກາງພັກ ອະດີດຜູ້ປະຈຳການຄະນະເລຂາທິການສູນກາງພັກ, ອະດີດຮອງປະທານປະເທດ ເນື່ອງໃນໂອກາດບຸນປີໃໝ່ລາວ ທີ່ໃກ້ຈະມາເຖິງນີ້.
ໂອກາດນີ້, ສະຫາຍ ຄຳພັນ ເຜີຍຍະວົງ ໄດ້ກ່າວຢື່ຢາມຖາມຂ່າວ ແລະ ອວຍພອນໄຊອັນປະເສີດຕໍ່ສະຫາຍ ບຸນທອງ ຈິດມະນີ ເນື່ອງໃນໂອກາດວັນບຸນປີໃໝ່ລາວ ພສ2569 ທີ່ຈະມາເຖິງນີ້ ໃຫ້ມີສຸຂະພາບແຂງແຮງ, ມີຄວາມສຸກທາງກາຍ ແລະ ໃຈ, ມີຄວາມສຸກສ່ວນຕົວ ແລະ ຄອບຄົວ. ທັງນີ້, ກໍເພື່ອເປັນການສະແດງເຖິງຄວາມຮູ້ບຸນຄຸນ ຕໍ່ສະຫາຍ ບຸນທອງ ຈິດມະນີ ອະດີດ ກຳມະການກົມການເມືອງສູນກາງພັກ ອະດີດຜູ້ປະຈຳການຄະນະເລຂາທິການສູນກາງພັກ, ອະດີດຮອງປະທານປະທດ ທີ່ໄດ້ທຸ່ມເທເຫື່ອແຮງ ສະຕິປັນຍາ, ຄວາມຮູ້-ຄວາມສາມາດ ໃນການນໍາພາ- ຊີ້ນໍາ ວຽກງານການເມືອງ-ແນວຄິດລວມ ເວົ້າສະເພາະກໍ່ຄືວຽກງານໂຄສະນາອົບຮົມ ໃນໄລຍະຜ່ານມາ ທີ່ໄດ້ສ້າງການຫັນປ່ຽນໃໝ່ດ້ານເນື້ອໃນ, ຮູບການ ແລະ ວິທີການ ທັງຍົກສູງຄຸນນະພາບ, ປະສິດທິພາບຂອງວຽກງານການເມືອງ-ແນວຄິດ ໃນສະພາບເງື່ອນໄຂໃໝ່.

ໂອກາດດັ່ງກ່າວ, ສະຫາຍ ບຸນມອງ ຈິດມະນີ ໄດ້ສະແດງຄວາມຂອບໃຈ ຕໍ່ ສະຫາຍ ຄຳພັນ ເຜີຍຍະວົງ ພ້ອມຄະນະ ທີ່ໄດ້ມາຢ້ຽມຢາມ ແລະ ອວຍພອນ ໃນຄັ້ງນີ້, ພ້ອມທັງ ອວຍພອນໄຊໃຫ້ ຄະນະນຳ ຄະນະໂຄສະນາອົບຮົມສູນກາງພັກ ຕະຫຼອດຮອດພະນັກງານຄະນະໂຄສະນາອົບຮົມໃນຂອບເຂດທົ່ວປະເທດ ຈົ່ງມີສຸຂະພາບແຮງແຮງ, ມີພະລານາໄມສົມບູນ, ເຮັດສໍາເລັດໜ້າທີ່ການເມືອງຕາມຄາດໝາຍທີ່ວາງໄວ້, ສືບຕໍ່ເສີມຂະຫຍາຍມູນເຊື້ອຄວາມສາມັກຄີເປັນຈິດໜຶ່ງໃຈດຽວ, ສຸມທຸກກໍາລັງແຮງ ແລະ ສະຕິປັນຍາ ເຂົ້າໃນການສ້າງການຫັນປ່ຽນໃໝ່ຢ່າງແທ້ຈິງ ບົນຈິດໃຈບຸກບືນສູ້ຊົນ, ຍົກສູງສະຕິຊາດ, ເອກະລາດ, ເປັນເຈົ້າຕົນເອງຢ່າງແຂງແຮງ, ພ້ອມກັນພັດທະນາປະເທດຊາດອັນແສນຮັກ ແລະ ຫວງແຫນ ຂອງພວກເຮົາ ໃຫ້ມີຄວາມເຂັ້ມແຂງ ແລະ ຈະເລີນຮຸ່ງເຮືອງ ຍິ່ງໆຂຶ້ນ.

