Homeຂ່າວຕ່າງປະເທດທ່ານ ໂຕເລິມ ໄດ້ຮັບການເລືອກຕັ້ງດຳລົງຕຳແໜ່ງ​ເປັນປະ​ທານ​ປະ​ເທດ ສ​ສ ຫວຽດ​ນາມ

ທ່ານ ໂຕເລິມ ໄດ້ຮັບການເລືອກຕັ້ງດຳລົງຕຳແໜ່ງ​ເປັນປະ​ທານ​ປະ​ເທດ ສ​ສ ຫວຽດ​ນາມ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນຕອນ​ເຊົ້າ​ວັນ​ທີ 7 ເມ​ສາ ນີ້ ຢູ່​ນະ​ຄອນຫຼວງ​ຮ່າ​ໂນ້ຍ, ດ້ວຍ​ບັດ​ເຫັນ​ດີ 495/495 ສະ​ມາ​ຊິກ​ເຂົ້າ​ຮ່ວມ​ການ​ລົງ​ປະ​ຊາ​ມະ​ຕິ​ຮັບ​ຮອງ​ເອົາ, ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XVI ໄດ້​ຮັບ​ຮອງ​ເອົາ​ມະ​ຕິ​ວ່າດ້ວຍການ​ເລືອກ​ຕັ້ງ​ທ່ານ ໂຕ​ເລິມ​ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິ​ດ ຫວຽດ​ນາມ, ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XVI ເປັນ​ປະ​ທານ​ປະ​ເທດ ສ​ສ ຫວຽດ​ນາມ ອາ​ຍຸ​ການ 2026 – 2031.

ພາຍຫຼັງ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ຈາກ​ສະ​ພາ​ແຫ່ງ​ຊາດ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ສາ​ບານ​ຕົວ​ວ່າ: ພາຍ​ໃຕ້​ທຸງ​ແດງ​ດາວ​ຄຳ​ອັນສັກ​ສິດ​ຂອງ​ປະ​ເທດ​ຊາດ, ຕໍ່​ໜ້າ​ສະ​ພາ​ແຫ່ງ​ຊາດ, ພໍ່​ແມ່​ປະ​ຊາ​ຊົນ ແລະ ຜູ້​ມີ​ສິດ​ເລືອກ​ຕັ້ງ, ຂ້າ​ພະ​ເຈົ້າ, ປະ​ທານ​ປະ​ເທດ ສາ​ທາ​ລະ​ນະ​ລັດ ສັງ​ຄົມ​ນິ​ຍົມ ຫວຽດ​ນາມ ຂໍ​ສາ​ບານ​ຕົວ​ຈົງ​ຮັກ​ພັກ​ດີ​ຕໍ່​ປະ​ເທດ​ຊາດ, ຕໍ່ປະ​ຊ​າ​ຊົນ, ຕໍ່​ລັດ​ຖະ​ທຳ​ມະ​ນູນ ສ​າ​ທາ​ລະ​ນະ​ລັດ ສັງ​ຄົມ​ນິ​ຍົມ ຫວຽດ​ນາມ ແລະ ມາ​ນະ​ພະ​ຍາ​ຍາມ​ປະ​ຕິ​ບັດ​ສຳ​ເລັດ​ທຸກ​ໜ້າ​ທີ່​ໆພັກ, ລັດ ແລະ ປະ​ຊາ​ຊົນ​ມອບ​ໝາຍ​ໃຫ້.

ທ່ານ ໂຕ​ເລິມ ​ເລ​ຂາ​ທິ​ການ​ໃຫຍ່ ປະ​ທານ​ປະ​ເທດ ກ່າວ​ຄຳ​ເຫັນ​ຮັບ​ດຳ​ລົງ​ຕຳ​ແໜ່ງວ່າ:​ ເລື່ອງ​ດຳ​ລົງ​ຕຳ​ແໜ່ງ​ເປັນ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ປະ​ທານ​ປະ​ເທດ ສາ​ທາ​ລະ​ນະ​ລັດ ສັງ​ຄົມ​ນິ​ຍົມ ຫວຽດ​ນາມ ແມ່ນ​ຄວາມ​ເປັນ​ກຽດ​ອັນ​ຍິ່ງ​ໃຫຍ່, ແມ່ນ​ຄວາມ​ຮັ​ບ​ຜິດ​ຊອບ ແລະ ພັນ​ທະ​ອັນ​ສັກ​ສິດ, ສູງ​ສົ່ງ, ພ້ອມ​ທັງ​​ແມ່ນ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ຄວາມ​ຄາດ​ຫວັງ​ຂອ​ງ​ທົ່ວ​ພັກ, ທົ່ວ​ປວງ​ຊົນ, ທົ່ວ​ກອງ​ທັບ ຕໍ່​ຜູ້​ນຳ​ໜ້າ​ພັກ ແລະ ລັດ.

ບຸ​ລິ​ມະ​ສິດ​ແຖວ​ໜ້າ​ຂອງຂ້າ​ພະ​ເຈົ້າ​ໃນ​ຖາ​ນະ​ເປັນ​ເລ​ຂາ​ທິ​ການ​ໃຫຍ່ ປະ​ທານ​ປະ​ເທດ ສາ​ທາ​ລະ​ນະ​ລັດ ສັງ​ຄົມ​ນິ​ຍົມ ຫວຽດ​ນາມ​ ແມ່ນ​ຮັກ​ສາ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ສັ​ນ​ຕິ​ພາບ, ມີ​ສະ​ຖຽນ​ລະ​ພາບ, ຊຸກ​ຍູ້ປະ​ເທດ​ຊາດ​ພັດ​ທ​ະ​ນາ​ໂດຍ​ໄວ, ຍືນ​ຍົງ, ຍົກ​ສູງ​ການ​ດຳ​ລົງ​ຊີ​ວິດ​ທຸກ​ດ້ານຂອງ​ປະ​ຊາ​ຊົນ, ເພື່ອ​ໃຫ້​ປະ​ຊາ​ຊົນ​ໄດ້​ຊົມ​ໃຊ້​ທຸກ​ໝາກ​ຜົນ​ຂອງ​ການ​ພັດ​ທະ​ນາ, ເພີ່ມ​ທະ​ວີ​ການ​ປະ​ກອບ​ສ່ວນ​ຂອງ​ ຫວຽດ​ນາມ ໃຫ້​ແກ່​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ການ​ພັດ​ທະ​ນາ ແລະ ຄວາມ​ກ້າວ​ໜ້າ​ໃນ​ພາກ​ພື້ນ ແລະ ໂລກ. ພ້ອມ​ກັບ​ທົ່ວ​ພັກ, ທົ່ວ​ປວງ​ຊົນ, ທົ່ວ​ກອງ​ທັບ​ສຸມ​ໃສ່​ກໍ່​ສ້າງ​ລັດ​ແຫ່ງ​ກົດ​ໝາຍ​ສັງ​ຄົມ​ນິ​ຍົມ, ສ້າງ​ພື້ນ​ຖານ​ເສດ​ຖະ​ກິດ​ທີ່​ເປັນ​ເຈົ້າ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ, ສ້າງ​ພື້ນ​ຖານ​ປ້ອງ​ກັນ​ຊາດ-​ປ້ອງ​ກັນ​ຄວາມ​ສະ​ຫງົບ​ທົ່ວ​ປວງ​ຊົນ, ຮອບ​ດ້ານ ແລະ ທັນ​ສະ​ໄໝ, ລະ​ບົບ​ການ​ເມືອງ​ກະ​ທັດ​ຮັດ, ມີ​ປະ​ສິດ​ທິ​ຜົນ, ປະ​ສິດ​ທິ​ພາບ, ສັງ​ຄົມ​ພັດ​ທະ​ນາ, ສາ​ມັກ​ຄີ, ວັດ​ທະ​ນະ​ທຳ ແລະ ມະ​ນຸດ​ສະ​ທຳ.

​ໃນ​ຕອນ​ເຊົ້າຂອງວັນດຽວກັນນີ້, ສະ​ພາ​ແຫ່​ງ​ຊາດ​ໄດ້​ລົງ​ປະ​ຊາ​ມະ​ຕິ​ຮັບ​ຮອງ​ເອົາ​ມະ​ຕິ​ກ່ຽວ​ກັບ​ໂຄງ​ປະ​ກອບ​ການ​ຈັດ​ຕັ້ງ​ລັດ​ຖະ​ບານ​ອາ​ຍຸ​ການ 2026 – 2031.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments