Homeຂ່າວໜ້າໜຶ່ງປະທານ ສນຊ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງປະທານ ສສຍລ

ປະທານ ສນຊ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງປະທານ ສສຍລ

ທ່ານ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ(ສນຊ) ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ນາງ ອາລີ ວົງໜໍ່ບຸນທຳ ກໍາມະການສູນກາງພັກ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ(ສສຍລ) ພ້ອມຄະນະ ໃນວັນທີ 6 ເມສາຜ່ານມາ ທີ່ ສນຊ.

ໃນພິທີ, ທ່ານ ນາງ ອາລີ ວົງໜໍ່ບຸນທຳ ໄດ້ກ່າວສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ພ້ອມທັງແຈ້ງຈຸດປະສົງຂອງການເຂົ້າພົບປະຢ້ຽມຢາມ ແລະ ສະແດງຄວາມຍິນດີຊົມເຊີຍຕໍ່ການດໍາລົງຕໍາແໜ່ງປະທານ ສນຊ ຂອງທ່ານ ໂດຍສະເພາະຊົມເຊີຍຜົນສໍາເລັດໃນການເລືອກຕັ້ງ ສສຊ ທີ່ຜ່ານມາ. ພ້ອມນັ້ນ, ຍັງໄດ້ສະແດງຄວາມຫວັງວ່າຈະໄດ້ຮັບການຊີ້ນໍາ, ນໍາພາ ແລະ ການສະໜັບສະໜູນຈາກທ່ານ ເພື່ອຊຸກຍູ້ ແລະ ພັດທະນາວຽກງານອົງການຈັດຕັ້ງມະຫາຊົນໃນຕໍ່ໜ້າ.

ໂອກາດນີ້, ທ່ານ ປະທານ ສນຊ ໄດ້ຕີລາຄາສູງຕໍ່ການມາຢ້ຽມຢາມຂອງປະທານ ສສຍລ ໃນຄັ້ງນີ້. ພ້ອມທັງສະແດງຄວາມຊົມເຊີຍຜົນງານອັນໂດດເດັ່ນຂອງ ສສຍລ ທີ່ບັນລຸໄດ້ໃນໄລຍະຜ່ານມາ ຊຶ່ງທັງສອງຝ່າຍ, ໄດ້ປຶກສາຫາລື ແລະ ແລກປ່ຽນທັດສະນະກ່ຽວກັບຫຼາຍປະເດັນ ໂດຍສະເພາະການປັບປຸງກົງຈັກການຈັດຕັ້ງຂອງອົງການເພື່ອໃຫ້ການບໍລິຫານ, ການຄຸ້ມຄອງ ແລະ ການບໍລິການເຂົ້າເຖິງສະມາຊິກຂອງຕົນໃນທ້ອງຖິ່ນຮາກຖານຢ່າງທົ່ວເຖິງ. ໃນນີ້, ທ່ານຍັງເນັ້ນໜັກໃຫ້ສືບຕໍ່ປະສານສົມທົບກັນ ເພື່ອສ້າງການຫັນປ່ຽນໃໝ່ໄປສູ່ອະນາຄົດທີ່ດີໃຫ້ອົງການຈັດຕັ້ງມະຫາຊົນໃນຕໍ່ໜ້າ.

ໂອກາດດຽວກັນນີ້, ຄະນະນໍາ ສສຍລ ຍັງໄດ້ມອບກະຕ່າດອກໄມ້ເພື່ອອວຍພອນໄຊອັນປະເສີດແດ່ທ່ານປະທານ ສນຊ ເນື່ອງໃນໂອກາດບຸນປີໃໝ່ລາວ ພສ 2569 ທີ່ຈະມາເຖິງ ພ້ອມທັງອວຍພອນໃຫ້ມີສຸຂະພາບແຂງແຮງ ແລະ ປະສົບຜົນສໍາເລັດໃນໜ້າທີ່ວຽກງານທຸກປະການ.

ຂ່າວ-ພາບ: ລີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments