Homeຂ່າວຕ່າງປະເທດຈີນ ຮຽກຮ້ອງໃຫ້ທຸກຝ່າຍຮ່ວມກັນປະຕິຮູບ ແລະ ປັບປຸງການບໍລິຫານສິດທິມະນຸດທົ່ວໂລກ

ຈີນ ຮຽກຮ້ອງໃຫ້ທຸກຝ່າຍຮ່ວມກັນປະຕິຮູບ ແລະ ປັບປຸງການບໍລິຫານສິດທິມະນຸດທົ່ວໂລກ

ຂ່າວສານຊີອາໄອລາຍງານ ໃນວັນທີ 6 ເມສາ ຜ່ານມາວ່າ: ກອງປະຊຸມສະພາສິດທິມະນຸດອົງການສະຫະປະຊາຊາດ ຄັ້ງທີ 61 ໄດ້ຈັດຂຶ້ນຢູ່ນະຄອນເຊີແນວ ໃນມໍ່ໆມານີ້. ຜູ້ຕາງໜ້າຈີນໄດ້ຮຽກຮ້ອງໃຫ້ທຸກຝ່າຍ ຈົ່ງຮ່ວມກັນປະຕິຮູບ ແລະ ປັບປຸງການບໍລິຫານສິດທິມະນຸດທົ່ວໂລກ, ພ້ອມທັງຊຸກຍູ້ການພັດທະນາພາລະກິດສິດທິມະນຸດຢ່າງປອດໃສຕື່ມອີກ.

ຂ່າວລະບຸວ່າ: ໃນໄລຍະກອງປະຊຸມ, ຜູ້ຕາງໜ້າຈີນປະກອບຄຳເຫັນວ່າຈີນຍິນດີຮ່ວມກັບບັນດາປະເທດ ຊຸກຍູ້ການພັດທະນາພາລະກິດສິດທິມະນຸດສາກົນຢ່າງປອດໃສ. ຈີນຮຽກຮ້ອງໃຫ້ທຸກຝ່າຍຖືເອົາວັນຄົບຮອບ 20 ປີຂອງການສ້າງຕັ້ງສະພາສິດທິມະນຸດສະຫະປະຊາຊາດ, ທົບທວນຄືນຈຸດປະສົງເບື້ອງຕົ້ນໃນການສົ່ງເສີມ ແລະ ປົກປ້ອງສິດທິມະນຸດ, ພ້ອມທັງເຮັດສິ່ງທີ່ເປັນຮູບປະທຳເພື່ອຊຸກຍູ້ພາລະກິດສິດທິມະນຸດ.

ຈີນ ຍັງໄດ້ກ່າວຄຳປາໄສຮ່ວມໂດຍຕາງໜ້າໃຫ້ແກ່ 63 ປະເທດ ເພື່ອບັນຍາຍເຖິງຄວາມໝາຍດ້ານສິດທິມະນຸດທີ່ອຸດົມສົມບູນຢູ່ໃນຂໍ້ລິເລີ່ມການບໍລິຫານທົ່ວໂລກ, ພ້ອມທັງຮຽກຮ້ອງໃຫ້ທຸກຝ່າຍຈົ່ງຮ່ວມກັນສ້າງລະບົບການບໍລິຫານສິດທິມະນຸດທົ່ວໂລກທີ່ຍຸຕິທຳ ເປັນທຳ ແລະ ຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments