Homeຂ່າວພາຍໃນອກສລ ສາມາດເກັບກູ້ລາຍຮັບມອບຄືນງົບປະມານແຫ່ງລັດໄດ້ 5.303 ຕື້ກວ່າກີບ

ອກສລ ສາມາດເກັບກູ້ລາຍຮັບມອບຄືນງົບປະມານແຫ່ງລັດໄດ້ 5.303 ຕື້ກວ່າກີບ

ອົງການກວດສອບແຫ່ງລັດ (ອກສລ) ຈັດກອງປະຊຸມວຽກງານກວດສອບແຫ່ງລັດທົ່ວປະເທດ ປະຈຳປີ 2026 ໃນວັນທີ 6 ເມສາ 2026 ໂດຍການເປັນປະທານຂອງ ທ່ານ ວຽງທະວີສອນ ເທບພະຈັນ ກໍາມະການສູນກາງພັກ, ປະທານອົງການກວດສອບແຫ່ງລັດ, ມີຮອງປະທານ ອົງການກວດສອບແຫ່ງລັດ, ຄະນະນໍາອົງການກວດສອບປະຈໍາພາກ, ບັນດາກົມ, ຫ້ອງການ, ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມວຽກງານກວດສອບ, ພະນັກງານນັກກວດສອບທັງສູນກາງ ແລະ ທ້ອງຖິ່ນ ເຂົ້າຮ່ວມ. ໃນຂະນະທີ່ ປີ 2025 ຜ່ານມາ, ສາມາດດຳເນີນການກວດສອບໄດ້ທັງໝົດ 154 ເປົ້າໝາຍເທົ່າກັບ 100% ຂອງແຜນການ. ຜ່ານການກວດສອບ ແລະ ຊຸກຍູ້ການແກ້ໄຂ, ສາມາດເກັບກູ້ລາຍຮັບມອບຄືນງົບປະມານແຫ່ງລັດໄດ້ທັງໝົດ 5.303 ຕື້ກວ່າກີບ ແລະ 310.000 ໂດລາສະຫະລັດ.

ໃນກອງປະຊຸມ, ໄດ້ລາຍງານການເຄື່ອນໄຫວວຽກງານປະຈໍາປີ 2025, ທິດທາງແຜນການປີ 2026 ຂອງອົງການກວດສອບແຫ່ງລັດ. ນອກຈາກນີ້, ຍັງໄດ້ຍົກໃຫ້ເຫັນຜົນສຳເລັດຂອງ 6 ແຜນວຽກຈຸດສຸມ ໂດຍສະເພາະການບັນຈຸວຽກງານກວດສອບເຂົ້າໃນລັດຖະທຳມະນູນ ສະບັບປີ 2025 ເພື່ອເພີ່ມສິດໃຫ້ອົງການກວດສອບແຫ່ງລັດ ດຳເນີນການກວດສອບຢ່າງເປັນເອກະລາດ. ກອງປະຊຸມຍັງໄດ້ປຶກສາຫາລືຢ່າງກ່ຽວກັບການກວດສອບໃນຂົງເຂດທີ່ມີຄວາມສ່ຽງ ເປັນຕົ້ນ ການກວດສອບຂຸດຄົ້ນແຮ່ຄຳແບບທົດລອງທີ່ພົບເຫັນການຂຸດຄົ້ນເກີນເນື້ອທີ່, ການຄຸ້ມຄອງເຂດເສດຖະກິດພິເສດ, ລວມເຖິງການເລັ່ງທວງມອບລາຍຮັບເຂົ້າງົບປະມານຈາກບັນດາໂຄງການລົງທຶນ ແລະ ວິສາຫະກິດລັດ.

ໂອກກາດນີ້, ທ່ານ ວຽງທະວີສອນ ເທບພະຈັນ ໄດ້ເນັ້ນໃຫ້ທົ່ວອົງການກວດສອບແຫ່ງລັດ ເລັ່ງໃສ່ລະດົມມັນສະໝອງ ແລະ ຄວາມຄິດຄວາມເຫັນ ເພື່ອປັບປຸງແບບແຜນວິທີເຮັດວຽກ ໃຫ້ມີບາດກ້າວໃໝ່ ທີ່ໜັກແໜ້ນ, ຊັດເຈນ ແລະ ເກີດດອກອອກຜົນດີຂຶ້ນກວ່າເກົ່າ ເພື່ອສ້າງຄວາມເຂົ້າໃຈທີ່ເປັນເອກະພາບໃນການຈັດຕັ້ງປະຕິບັດ. ພ້ອມນັ້ນ, ທ່ານຍັງໄດ້ຊີ້ນຳໃຫ້ແຕ່ລະພາກສ່ວນຮີບຮ້ອນກວດກາຄືນບັນຫາທີ່ຍັງຄ້າງຄາ ໂດຍສະເພາະການເກັບກູ້ລາຍຮັບຢູ່ນອກລະບົບງົບປະມານ ໃຫ້ມີຜົນ ສຳເລັດຕົວຈິງ. ພ້ອມນີ້, ທ່ານຍັງໄດ້ເນັ້ນໃຫ້ຜູ້ເຂົ້າຮ່ວມກອງປະຊຸມຍົກສູງຄວາມຮັບຜິດຊອບ, ລະດົມສະຕິປັນຍາ ເພື່ອສ້າງບາດກ້າວຫັນປ່ຽນໃໝ່ ໃຫ້ວຽກງານກວດສອບມີຄວາມໜັກແໜ້ນ ແລະ ຊັດເຈນກວ່າເກົ່າ.

ຂ່າວ: ອກສລ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments