ໃນໄລຍະສະເຫລີມສະຫລອງບຸນປີໃໝ່ລາວ 2026 ທີ່ຈະມາເຖິງນີ້, ເພື່ອຮັບປະກັນໃຫ້ແກ່ການສະໜອງເຄື່ອງອຸປະໂພກ-ບໍລິໂພກ, ທັງຮັບປະກັນຄວາມປອດໄພການເດີນທາງ ແລະ ເຮັດ ໃຫ້ການສະເຫລີມສະຫລອງບຸນປີໃໝ່ລາວ 2026 ໃຫ້ດໍາເນີນຖືກຕ້ອງຕາມຮີດຄອງປະເພນີ, ເຕັມໄປດ້ວຍຄວາມສາມັກຄີຮັກແພງ, ຮັກສາໄດ້ຄວາມສະຫງົບປອດໄພ ແລະ ຄວາມເປັນລະບຽບ ຮຽບຮ້ອຍ ລັດຖະບານ ກໍຄື ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ອອກແຈ້ງການ ເນັ້ນໃຫ້ ການສະເຫລີມສະຫລອງບຸນປີໃໝ່ລາວ ປີນີ້, ໃຫ້ຢູ່ບົນພື້ນຖານປະຢັດ, ໃຊ້ຈ່າຍຢ່າງມີແບບແຜນ, ຫລຸດຜ່ອນການເດີນທາງ ຖ້າບໍ່ຈຳເປັນ, ຫັນມານໍາໃຊ້ລົດໄຟຟ້າ ເພື່ອເປັນການຊ່ວຍປະຢັດນໍ້າມັນເຊື້ອໄຟ.
ພ້ອມນີ້, ຍັງຮຽກຮ້ອງໃຫ້ລັດຖະມົນຕີ, ຫົວໜ້າອົງການລັດທຽບເທົ່າກະຊວງ, ປະທານຄະນະກຳມະການປົກຄອງນະຄອນຫລວງວຽງຈັນ ແລະ ບັນດາປະທານຄະນະກຳມະການປົກຄອງແຂວງ ໃນຂອບເຂດທົ່ວປະເທດ ເອົາໃຈໃສ່ຈັດຕັ້ງປະຕິບັດບາງວຽກທີ່ສໍາຄັນ ເປັນຕົ້ນ ມອບໃຫ້ກະຊວງອຸດສາ ຫະກຳ ແລະ ການຄ້າ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ບັນດາຂະແໜງການ ກ່ຽວຂ້ອງ ສົມທົບກັບຄະນະກຳມະການປົກຄອງນະຄອນຫລວງວຽງຈັນ ແລະ ຄະນະກຳມະການປົກຄອງແຂວງ ໃນຂອບເຂດທົ່ວປະເທດ ເອົາໃຈໃສ່ຊຸກຍູ້, ສົ່ງເສີມການຜະລິດສະບຽງອາຫານ, ການສະໜອງເຄື່ອງອຸປະ ໂພກ ແລະ ບໍລິໂພກ ໃຫ້ພຽງພໍກັບຄວາມຕ້ອງການຂອງສັງຄົມ, ພ້ອມທັງຕິດຕາມ, ກວດກາຄຸນນະພາບສິນຄ້າ ແລະ ຄຸ້ມຄອງລາຄາສິນຄ້າ ໃນທ້ອງຕະຫລາດ ລວມທັງຄ່າບໍລິການຕ່າງໆ ເປັນຕົ້ນ ຄ່າໂດຍສານ, ຄ່າເຂົ້າຢ້ຽມຊົມສະຖານທີ່ທ່ອງທ່ຽວ ເພື່ອບໍ່ໃຫ້ມີການສວຍໂອກາດຂຶ້ນລາຄາສິນຄ້າ, ຄ່າອາຫານ ແລະ ຄ່າບໍລິການຕ່າງໆໂດຍບໍ່ມີເຫດຜົນ; ໃຫ້ບັນດາອົງການຈັດຕັ້ງທັງສູນກາງ ແລະ ທ້ອງຖິ່ນ ໃນຂອບເຂດທົ່ວປະເທດ ເອົາໃຈໃສ່ຊີ້ນໍາ ໃນການຮັກສາຄວາມສະຫງົບ, ຄວາມປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ໂດຍໃຫ້ມີການແບ່ງຄວາມຮັບຜິດຊອບ ໃນການຕິດຕາມ, ກວດກາເວນຍາມ ແລະ ປະຈຳການຄັກແນ່ ໃນຕະຫລອດໄລຍະຫລິ້ນບຸນປີໃໝ່ລາວ ແລະ ໃຫ້ສາມາດປະສານງານໄດ້ຢ່າງປົກກະຕິ; ໃຫ້ກະຊວງປ້ອງກັນຄວາມສະຫງົບ ສົມທົບກັບກະຊວງໂຍທາທິການ ແລະ ຂົນ ສົ່ງ, ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ ແລະ ທ້ອງຖິ່ນ ຈັດສັນເສັ້ນທາງການຈະລາຈອນ ລົດທີ່ຈະເດີນທາງໄປ-ມາຕາມຖະໜົນ ເພື່ອຮອງຮັບໃຫ້ແກ່ນັກທ່ອງທ່ຽວທັງຈາກພາຍໃນ ແລະ ຕ່າງ ປະເທດ ໃຫ້ມີຄວາມສະດວກໃນການສັນຈອນ ແລະ ມີຄວາມປອດໄພ.

ພ້ອມນັ້ນ, ກໍໃຫ້ເພີ່ມທະວີໂຄສະນາເຜີຍແຜ່ກົດລະບຽບຈະລາຈອນ ຜ່ານສື່ໂທລະພາບ, ວິທະ ຍຸ ແລະ ສື່ສັງຄົມອອນລາຍຕ່າງໆ ເພື່ອສ້າງຈິດສໍານຶກໃຫ້ພົນລະເມືອງ ໃນທົ່ວສັງຄົມ ຫລິ້ນບຸນປີໃໝ່ ຢ່າງເບີກບານມ່ວນຊື່ນ, ມີສະຕິ ແລະ ເຄົາລົບກົດລະບຽບຈະລາຈອນ ເພື່ອປ້ອງກັນການເກີດອຸບັດ ເຫດ ແລະ ບໍ່ໃຫ້ມີການຈັດເປັນກຸ່ມຫລິ້ນປີໃໝ່ຢ່າງຊະຊາຍຕາມຖະໜົນຫົນທາງ ເພື່ອຫລີກເວັ້ນການສັນຈອນແອອັດ. ພ້ອມນັ້ນ, ໃຫ້ເອົາໃຈໃສ່ຄຸ້ມຄອງບັນດາຜູ້ປະກອບການສະຖານທີ່ບັນເທິງ ໃຫ້ປະຕິ ບັດໂມງເປີດ-ປິດ ຢ່າງເຂັ້ມງວດ; ມອບໃຫ້ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ, ຄະນະກຳມະ ການປົກຄອງນະຄອນຫລວງວຽງຈັນ ແລະ ບັນດາຄະນະກຳມະການປົກຄອງແຂວງ ໃນຂອບເຂດທົ່ວປະເທດ ເພີ່ມທະວີໂຄສະນາການເປັນເຈົ້າພາບທີ່ດີ ແລະ ກຳນົດສະຖານທີ່ທ່ອງທ່ຽວຕ່າງໆ ເປັນຕົ້ນ ສະຖານທີ່ທ່ອງທ່ຽວທາງວັດທະນະທຳ, ທຳມະຊາດ ແລະ ປະຫວັດສາດ ໃຫ້ມີຄວາມພ້ອມໃຫ້ບໍລິ ການນັກທ່ອງທ່ຽວ ລວມທັງການກຳນົດສະຖານທີ່ບ່ອນຈະຈັດງານບຸນປີໃໝ່ລາວ ຂອງແຕ່ລະແຂວງ ໃຫ້ມີຄວາມເໝາະສົມ ເພື່ອກະກຽມຕ້ອນຮັບນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ, ພ້ອມທັງປະຊາສໍາພັນ ໃຫ້ປະຊາຊົນໃນທົ່ວສັງຄົມ ໄດ້ຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບການສະເຫລີມສະຫລອງບຸນປີໃໝ່ປະຈຳຊາດ ໃຫ້ຖືກຕ້ອງ ແລະ ສອດຄ່ອງກັບວັດທະນະທໍາຮີດຄອງປະເພນີອັນດີງາມຂອງຊາດ.

