Homeຂ່າວພາຍໃນຕົວແທນທ່ອງທ່ຽວລາວ ແລະ ມາເລເຊຍ ແລກປ່ຽນບົດຮຽນ ພັດທະນາລາຍການທ່ອງທ່ຽວ

ຕົວແທນທ່ອງທ່ຽວລາວ ແລະ ມາເລເຊຍ ແລກປ່ຽນບົດຮຽນ ພັດທະນາລາຍການທ່ອງທ່ຽວ

ອົງການທ່ອງທ່ຽວມາເລເຊຍ ປະຈຳນະຄອນຫລວງວຽງຈັນ ຮ່ວມກັບສະຖານທູດມາເລເຊຍ ປະຈຳ ສປປ ລາວ ຈັດສຳມະນາ ແລກປ່ຽນທຸລະກິດກັບທຸລະກິດ (B2B) ໃນຊື່ ປະສົບການຈາກແສງສີ ໃນເມືອງ ໄປສູ່ສະຫວັນເທິງເກາະມາເລເຊຍ ຄົບວົງຈອນ ຄັ້ງທີ V ໃນວັນທີ 3 ເມສາ 2026 ຜ່ານມາຢູ່ນະຄອນຫລວງວຽງຈັນ ໂດຍມີ ທ່ານ ທ່ານ ພູທອນ ດາລາລົມ ຮອງຫົວໜ້າກົມສົ່ງເສີມຕະຫລາດການທ່ອງທ່ຽວ, ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ, ທ່ານ ເອດີ ອີຣວານ ມາມຸດ ເອກອັກຄະລັດຖະທູດມາເລເຊຍ ປະຈໍາ ສປປ ລາວ ແລະ ທ່ານ ໄຄຣູນ ຮິວມີ ອັບດຸນ ມານັບ ຮອງຜູ້ອຳນວຍການ ພະແນກສົ່ງເສີມການທ່ອງທ່ຽວສາກົນ-ອາຊີຕາເວັນອອກສຽງໃຕ້, ການທ່ອງທ່ຽວ ມາເລເຊຍ ພ້ອມດ້ວຍຜູ້ປະກອບການອຸດສາຫະກໍາການທ່ອງທ່ຽວ ຂອງມາເລເຊຍ (ສາຍການບິນ AirAsia, Scoot Air ແລະ ບໍລິສັດທ່ອງທ່ຽວ Vinz) ແລະ ບໍລິສັດທ່ອງທ່ຽວຈາກລາວ 48 ບໍລິ ສັດ ເຂົ້າຮ່ວມ.

ການສໍາມະນາຄັ້ງນີ້, ຈຸດປະສົງເພື່ອສ້າງສາຍພົວພັນຮ່ວມມື ທາງທຸລະກິດທີ່ເຂັ້ມແຂງ ກັບຕົວແທນທ່ອງທ່ຽວລາວ ແລະ ເພື່ອເປັນການຕອບສະໜອງຄວາມສົນໃຈຂອງຄົນລາວ ໃນການຮັບຮູ້ເພີ່ມເຕີມກ່ຽວກັບມາເລເຊຍ ໃນຖານະທີ່ເປັນຈຸດໝາຍປາຍທາງວັນພັກທີ່ເຂົາເຈົ້າມັກໃນອາຊີ. ພ້ອມນີ້, ຍັງເປັນການສ້າງໃຫ້ຜູ້ເຂົ້າຮ່ວມໄດ້ມີສ່ວນຮ່ວມໃນສ້າງເຄືອຂ່າຍ, ການແລກປ່ຽນທຸລະກິດເຊິ່ງກັນ ແລະ ກັນ ພັດທະນາລາຍການທ່ອງທ່ຽວ ເພື່ອດຶງດູດນັກທ່ອງທ່ຽວລາວ ໃຫ້ໄປທ່ຽວມາເລເຊຍ.

ທ່ານ ເອດີ ອີຣວານ ມາມຸດ ໄດ້ກ່າວວ່າ: ໃນປີ 2026 ແມ່ນປີທ່ອງທ່ຽວມາເລເຊຍ 2026 (VM 2026) ຊຶ່ງເປັນປີທີ່ພິເສດຫລາຍສຳລັບມາເລເຊຍ ເພື່ອດຶງດູດນັກທ່ອງທ່ຽວຕ່າງຊາດຫລາຍລ້ານຄົນເຂົ້າປະເທດ. ການສໍາມະນາຄັ້ງນີ້ເປັນສ່ວນໜຶ່ງ ຂອງຄວາມພະຍາຍາມ ໃນການສົ່ງເສີມການ ທ່ອງທ່ຽວໃນໄລຍະຕົ້ນໆ, ມາເລເຊຍພວມສຸມໃສ່ຕະຫລາດພາກພື້ນທີ່ສຳຄັນ ລວມທັງລາວ ເພື່ອເພີ່ມຄວາມຮັບຮູ້ ແລະ ຊຸກຍູ້ໃຫ້ນັກທ່ອງທ່ຽວລາວ ສຳຫລວດສະຖານທີ່ທ່ອງທ່ຽວທີ່ຫລາກຫລາຍຂອງມາເລເຊຍ. ສະນັ້ນ, ເພື່ອສ້າງຄວາມຕື່ນເຕັ້ນໃນປີທ່ອງທ່ຽວມາເລເຊຍ 2026 ໃຫ້ບັນດານັກທ່ອງທ່ຽວລາວ, ອົງການທ່ອງທ່ຽວມາເລເຊຍ ຈະຈັດກິດຈະກຳສົ່ງເສີມການທ່ອງທ່ຽວຫລາຍຢ່າງ ລວມທັງກອງປະຊຸມ, ກິດຈະກຳແລກປ່ຽນທຸລະກິດ B2B ແລະ ສ້າງເຄືອຂ່າຍ, ພ້ອມທັງຮ່ວມມືກັບບໍລິສັດທ່ອງທ່ຽວ, ສາຍການບິນ ແລະ ການທ່ອງທ່ຽວຂອງລາວ ໃນການຈັດກິດຈະກຳສົ່ງເສີມການທ່ອງທ່ຽວ ໃນເມືອງໃຫຍ່ໆໃນ ສປປ ລາວ, ຊຶ່ງກິດຈະກຳເຫລົ່ານີ້, ຈະເນັ້ນໃຫ້ເຫັນສະຖານທີ່ທ່ອງທ່ຽວ ອັນດັບຕົ້ນໆຂອງມາເລເຊຍ ເປັນຕົ້ນ ກົວລາລໍາເປີ, ລັງກາວີ, ປີນັງ, ອີໂປ້, ເຊລັງເງາະ, ໂຈໂຮບາຣູ, ພຸດ ຕຣາຈາຢາ, ມາລັກກາ, ເຕເລັງການູ, ປາຫັງ ແລະ ລັກຊາບ້າ.

ທ່ານ ເອດີ ອີຣວານ ມາມຸດ ໄດ້ກ່າວຕື່ມວ່າ: ເພື່ອບັນລຸເປົ້າໝາຍດັ່ງກ່າວ, ການວາງຍຸດທະສາດ ແລະ ການດຳເນີນການ ເປັນສິ່ງທີ່ມີຄວາມສຳຄັນຫລາຍ ຊຶ່ງລວມທັງການແບ່ງສ່ວນຕະຫລາດ, ກິດຈະ ກຳສົ່ງເສີມການຂາຍ, ການພັດທະນາພື້ນຖານໂຄງລ່າງ ແລະ ຮັບປະກັນວ່າການນຳເອົາສິ່ງທີ່ດີທີ່ສຸດ ຂອງມາເລເຊຍ ໂດຍສະເພາະ ກິດຈະກຳທີ່ຫລາກຫລາຍໃນຕະຫລອດປີ ແລະ ປະສົບການທີ່ໜ້າຈົດຈຳ ໃຫ້ແກ່ນັກທ່ອງທ່ຽວ ມານຳສະເໜີໃຫ້ໂລກໄດ້ເຫັນ.

ອຸດສາຫະກຳທ່ອງທ່ຽວໃນມາເລເຊຍ ສືບຕໍ່ຂະຫຍາຍຕົວຂຶ້ນເລື້ອຍໆ ຜ່ານການຮ່ວມມື ຂອງຄູ່ຮ່ວມມືຍຸດທະສາດທີ່ສຳຄັນ ເປັນຕົ້ນ ສາຍການບິນ, ໂຮງແຮມ, ເຈົ້າຂອງຜະລິດຕະພັນ, ຕົວແທນທ່ອງທ່ຽວມາເລເຊຍ ແລະ ຕົວແທນທ່ອງທ່ຽວທົ່ວໂລກ ລວມທັງລາວ, ທັງນີ້ກໍເພື່ອເສີມຂະຫຍາຍເຄືອຂ່າຍ ແລະ ຂະຫຍາຍຫລາກຫລາຍກິດຈະກຳຜ່ານຊ່ອງທາງການຕະຫລາດ ໂດຍຜ່ານຍຸດທະສາດຂອງ VM 2026 ຊຶ່ງສົ່ງເສີມຂອບການເຮັດວຽກທີ່ສົມບູນແບບ ເພື່ອເພີ່ມການສັງເກດການຂອງມາເລເຊຍ, ເສີມຂະຫຍາຍການເຂົ້າເຖິງຈຸດໝາຍປາຍທາງ ແລະ ຍົກລະດັບການນຳສະເໜີການທ່ອງທ່ຽວຂອງພວກເຮົາ, ຊຶ່ງການຮ່ວມມືດັ່ງກ່າວໄດ້ຊ່ວຍໃຫ້ມາເລເຊຍ ເປັນໜຶ່ງໃນຈຸດໝາຍປາຍທາງ ທີ່ເປັນທີ່ນິຍົມສຳລັບຄົນລາວ. ທຸກໆປີນັກທ່ອງທ່ຽວຈາກລາວໄປທ່ຽວມາເລເຊຍ ເພີ່ມຂຶ້ນຢ່າງຕໍ່ເນື່ອງ ຫລັງຈາກຊາຍແດນເປີດຢ່າງເຕັມທີ່ ໃນປີ 2022 ໂດຍສະຖິຕິນັກທ່ອງທ່ຽວລາວໄປມາເລເຊຍ ໃນປີ 2022 ເພີ່ມຂຶ້ນ 9.257 ເທື່ອຄົນ, ໃນປີ 2023 ເພີ່ມຂຶ້ນ 23.339 ເທື່ອຄົນ, ໃນປີ 2024 ເພີ່ມຂຶ້ນ 26.085 ເທື່ອຄົນ ແລະ ໃນປີ 2025 ເພີ່ມຂຶ້ນ 31.759 ເທື່ອຄົນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments