ສະຫາຍ ພົນໂທ ສາຍໃຈ ກົມມະສິດ ກຳມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ພ້ອມດ້ວຍຄະນະໄດ້ເດີນທາງເຂົ້າຮ່ວມກອງປະຊຸມພົບປະແລກປ່ຽນນະໂຍບາຍປ້ອງກັນຊາດ ຄັ້ງທີ VI ລະຫວ່າງ ກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ແລະ ກະຊວງປ້ອງກັນປະເທດແຫ່ງ ສສ ຫວຽດນາມ ໃນວັນທີ 3 ເມສາຜ່ານມາ ທີ່ກອງບັນຊາການທະຫານເຂດ 5 ກອງທັບປະຊາຊົນຫວຽດ ນາມ ໂດຍການຕ້ອນຮັບຂອງສະຫາຍ ພົນໂທ ຫງວຽນ ເຈືອງ ຖັງ ກຳມະການສູນກາງພັກກອມມູນິດຫວຽດນາມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ພ້ອມຄະນະ.

ໃນກອງປະຊຸມ, ສະຫາຍ ພົນໂທ ສາຍໃຈ ກົມມະສິດ ແລະ ສະຫາຍ ພົນໂທ ຫງວຽນ ເຈືອງ ຖັງ ໄດ້ຜັດປ່ຽນກັນກ່າວເປີດພິທີຢ່າງເປັນທາງການ ພ້ອມທັງຕີລາຄາຜົນການຈັດຕັ້ງປະຕິບັດນະໂຍບາຍປ້ອງກັນຊາດ ໄລຍະຜ່ານມາ ຂອງສອງປະເທດ ລາວ-ຫວຽດນາມ. ການຈັດຕັ້ງປະຕິບັດ ແລະ ປຶກສາຫາລື ຊຶ່ງໄດ້ກາຍເປັນນິມິດໝາຍທີ່ດີໃນການສືບຕໍ່ຈັດຕັ້ງຜັນຂະຫຍາຍເນື້ອໃນແຜນການຮ່ວມມື ທັງເປັນການສືບຕໍ່ເສີມຂະຫຍາຍມູນເຊື້ອແຫ່ງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ, ຫຸ້ນສ່ວນຍຸດທະສາດລະຫວ່າງສອງຊາດ, ສອງກອງທັບ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ແໜ້ນແຟ້ນ ແລະ ຈະເລີນງອກງາມຍິ່ງໆຂຶ້ນ.

ພ້ອມນີ້, ທັງສອງຝ່າຍຍັງໄດ້ປຶກສາຫາລື ແລະ ເອກະພາບ ສືບຕໍ່ແຜນການຮ່ວມມືທີ່ສຳຄັນຫຼາຍດ້ານ ເປັນຕົ້ນສືບຕໍ່ປົກປັກຮັກສາ ແລະ ເພີ່ມພູນຄູນສ້າງມູນເຊື້ອສາຍພົວພັນອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການພົວພັນຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ, ຫວຽດນາມ-ລາວ ຊຶ່ງໄດ້ກາຍເປັນມໍຣະດົກອັນລໍ້າຄ່າ ທີ່ປະທານ ໂຮ່ຈິມິນ ແລະ ປະທານ ໄກສອນ ພົມວິຫານ ໄດ້ສ້າງໄວ້ໃຫ້ໝັ້ນຄົງຍາວນານຕະຫຼອດໄປ; ສືບຕໍ່ຊຸກຍູ້ການຮ່ວມມືໃນຂົງເຂດວຽກງານ ຮັບປະກັນຄວາມໝັ້ນຄົງທາງດ້ານການເມືອງ, ຮັກສາຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ເພີ່ມທະວີການຮ່ວມມືທາງດ້ານວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ລະຫວ່າງປະເທດໃນທຸກດ້ານ; ສືບຕໍ່ເພີ່ມທະວີຢ່າງແໜ້ນແຟ້ນໃນຂົງເຂດການເຄື່ອນໄຫວວຽກງານພັກ-ວຽກງານການເມືອງ, ວຽກງານຂ່າວສານ, ວຽກງານຄົ້ນຄວ້າວິທະຍາສາດ-ປະຫວັດສາດ, ໂຄສະນາມູນເຊື້ອປະຕິວັດ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບ ດ້ານ, ຫຸ້ນສ່ວນຍຸດທະສາດລະຫວ່າງ ສອງຊາດ-ສອງກອງທັບ; ສືບຕໍ່ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອໃນການກໍ່ສ້າງ, ຝຶກອົບຮົມ, ກໍ່ສ້າງພະນັກງານສືບທອດໃນຕໍ່ໜ້າ ແລະ ເຫັນດີ ສືບຕໍ່ຮ່ວມມືທາງດ້ານວຽກງານທີ່ສຳຄັນອື່ນໆ ຕື່ມອີກ.

ພ້ອມນີ້, ທັງສອງຝ່າຍ ຍັງໄດ້ພ້ອມກັນລົງນາມບົດບັນທຶກ ແຜນການຮ່ວມມືໃນຕໍ່ໜ້າ ຊຶ່ງຝ່າຍລາວລົງນາມ ໂດຍສະຫາຍ ພົນໂທ ສາຍໃຈ ກົມມະສິດ ແລະ ຝ່າຍຫວຽດນາມໂດຍສະຫາຍ ພົນໂທ ຫງວຽນ ເຈືອງ ຖັງ ໂດຍມີຄະນະຜູ້ແທນສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ. ພາຍຫຼັງສຳເລັດກອງປະຊຸມ, ສະຫາຍ ພົນໂທ ສາຍໃຈ ກົມມະສິດ ພ້ອມດ້ວຍຄະນະໄດ້ໄປຢ້ຽມຢາມກົງສູນໃຫຍ່ ສປປ ລາວ ປະຈຳນະຄອນດາໜັງຕື່ມອີກ.

