ເສດຖະກິດມໍລະດົກ ມີຄວາມໝາຍ ແລະ ນິຍາມກວ້າງຂວາງ, ກ່ອນອື່ນຕ້ອງເຂົ້າໃຈຄວາມໝາຍຂອງ “ມໍລະດົກ” ທີ່ໝາຍເຖິງທຸກສິ່ງ ທຸກຢ່າງທີ່ເປັນວັດຖຸນິວັດຖຸທີ່ມີຄຸນຄ່າ ທີ່ພວກເຮົາໄດ້ຮັບການສືບ ທອດມາຈາກບັນພະບູລຸດ.
ມໍລະດົກບໍ່ພຽງແຕ່ເປັນເອກະລັກຂອງຊາດເທົ່ານັ້ນ, ແຕ່ຍັງເປັນຊັບ ສິນ ຫລື ສົມບັດທີ່ມີຄຸນຄ່າທີ່ສາມາດນໍາໃຊ້ເປັນທ່າແຮງໃນການພັດທະນາ ເສດຖະກິດ-ສັງຄົມຂອງປະເທດ. ດັ່ງນັ້ນ, ເສດຖະກິດມໍລະດົກ ຈຶ່ງໝາຍ ເຖິງຂະບວນການຫັນປ່ຽນມໍລະດົກວັດທະນະທໍາ, ປະຫວັດສາດ, ສະຖາປັດ ຍະກໍາ, ສິລະປະ ມາປັບໃຊ້ໃນຮູບແບບການຜະລິດ ແລະ ບໍລິການ ໃຫ້ເກີດ ລາຍຮັບ ແລະ ຍັງຮັກສາເອກະລັກທາງສັງຄົມ ແລະ ຄວາມຕໍ່ເນື່ອງທາງປະ ຫວັດສາດ; ເປັນການປະສານລະຫວ່າງ “ການຮັກສາອະດີດ” ແລະ “ການ ສ້າງອະນາຄົດ” ໃຫ້ເກີດຜົນປະໂຫຍດ ທັງທາງເສດຖະກິດ ແລະ ສັງຄົນ. ສະ ນັ້ນ, ເສດຖະກິດມໍລະດົກ ຈຶ່ງມີບົດບາດສໍາຄັນຫລາຍ ໃນການສ້າງເສດຖະ ກິດໃຫ້ມີການເຕີບໂຕຢ່າງ ຮອບດ້ານ ແລະ ມີຄວາມຍືນຍົງ ເປັນຕົ້ນ ແມ່ນ ຊ່ວຍສ້າງວຽກເຮັດງານທໍາ ແລະ ສ້າງລາຍໄດ້ໃຫ້ກັບຊຸມຊົນ ໃນທ້ອງຖິ່ນ ແລະ ປົກປ້ອງຄຸນຄ່າວັດທະນະທໍາທີ່ອາດຈະສູນເສຍໄປກັບການເຕີບໂຕ ທາງອຸດສາຫະກໍາ.

ນັບແຕ່ສັດຕະວັດທີ 21, ແນວຄວາມຄິດທາງດ້ານມໍລະດົກເສດຖະກິດ ແມ່ນໄດ້ເລີ່ມມີຄວາມໂດດເດັ່ນຂຶ້ນ,ປະເທດຕ່າງໆ ໄດ້ຊອກຫາວິທີການ ເຊື່ອມໂຍງການອະນຸລັກວັດທະນະທໍາເຂົ້າກັບການພັດທະນາແບບຍືນຍົງ. ດັ່ງນັ້ນ, ບົດບາດ ແລະ ຄວາມສໍາຄັນຂອງມໍລະດົກທາງດ້ານເສດຖະກິດ ແມ່ນນັບມື້ນັບເພີ່ມຂຶ້ນ ເປັນຕົ້ນ ແມ່ນການຮັກສາຄວາມເປັນເອກະລັກ ທີ່ຈະຊ່ວຍເສີມສ້າງຄວາມຕໍ່ເນື່ອງທາງດ້ານວັດທະນະທໍາ, ການລວມເອົາ ຮີດຄອງປະເພນີເຂົ້າກັບນະວັດຕະກໍາສະໄໝໃໝ່, ການສົ່ງເສີມການ ເຕີບ ໂຕແບບຍືນຍົງ ແລະ ຍັງເປັນການສະໜັບສະໜູນເສດຖະກິດທ້ອງ ຖິ່ນ ໂດຍສະເພາະໃນເຂດຊົນນະບົດ ບ່ອນທີ່ມີຫັດຖະກໍາພື້ນເມືອງ, ກະສິກໍາ ຫລື ການທ່ອງທ່ຽວ ທີ່ສາມາດເຊື່ອມໂຍງວັດທະນະທໍາເຂົ້າກັບການດໍາລົງຊີວິດ ແລະ ຍັງເປັນການເພີ່ມທະວີພະລັງສ້າງສັນ (Soft Power) ແລະ ອຸດສາ ຫະກໍາສ້າງສັນໂດຍການຫັນປ່ຽນມໍລະດົກໃຫ້ເປັນໂອກາດທາງດ້ານເສດ ຖະກິດ. ຕົວຢ່າງ: ໃນ ປະເທດຫວຽດນາມ ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງ ວ່າ ອຸດສາຫະກໍາທີ່ອີງໃສ່ມໍລະດົກ ແມ່ນມີຕັ້ງແຕ່ສິລະປະການສະແດງ ແລະ ຫັດຖະກໍາແບບດັ່ງເດີມ ຈົນເຖິງການນໍາໃຊ້ເຕັກ ໂນໂລຊີ ເຂົ້າຊ່ວຍ ເຊັ່ນ: ການນໍາ ສະເໜີຫໍພິພິທະພັນແບບດີຈິຕອນ ເຊິ່ງໄດ້ກາຍເປັນອົງປະກອບ ສໍາຄັນທີ່ປະກອບສ່ວນຕໍ່ການເຕີບໂຕຂອງ ເສດຖະກິດ.

ສໍາລັບບັນດາປະເທດກໍາລັງພັດທະນາທີ່ມີຊັບພະຍາກອນວັດທະນະທໍາອຸດົມສົມບູນ ແຕ່ມີພື້ນຖານອຸດສາຫະກໍາທີ່ຈໍາກັດ, ເສດຖະກິດມໍລະດົກເປັນອີກທາງເລືອກໜຶ່ງທີ່ມີຄວາມເປັນເອກະລັກສະເພາະ ທີ່ນໍາໄປສູ່ການພັດທະນາເສດຖະກິດທີ່ຫລາກຫລາຍ ແລະ ຍືນຍົງ ເຊິ່ງສອດຄ່ອງກັບການ ເພີ່ມທະວີສິດອໍານາດຂອງຊຸມຊົນ ແລະ ຄວາມຍືນຍົງທາງວັດທະນະທໍາ ເພາະມໍລະດົກທາງດ້ານເສດຖະກິດເປັນຊັບພະຍາກອນຍຸດທະສາດ ສໍາລັບການພັດທະນາແບບຍືນຍົງ ແລະ ມີສ່ວນຮ່ວມ ພ້ອມທັງສົ່ງເສີມເອກະລັກແຫ່ງຊາດ, ການດໍາລົງຊີວິດຂອງປະຊາຊົນຢູ່ເຂດຊົນນະບົດ ແລະ ຄວາມສາ ມັກຄີໃນສັງຄົມ. ທັງນີ້ກໍຍ້ອນວ່າ ເສດຖະກິດມໍລະດົກ ແມ່ນມີລັກສະນະຕິດພັນ ແລະ ເປັນຂອງຊຸມຊົນ ເຊິ່ງຊຸມຊົນ ທ້ອງຖິ່ນບໍ່ພຽງແຕ່ເປັນ ຜູ້ໄດ້ ຮັບຜົນປະໂຫຍດ, ແຕ່ຍັງເປັນຜູ້ມີບົດບາດຫລັກໃນການຮັກສາ, ປົກປ້ອງ ແລະ ເສີມຂະຫຍາຍຄຸນຄ່າຂອງມໍລະດົກອີກດ້ວຍ; ເມື່ອປະຊາຊົນໄດ້ຮັບ ສິດໃນການມີສ່ວນຮ່ວມໃນການຄຸ້ມຄອງ ແລະ ໄດ້ຮັບຜົນປະໂຫຍດຈາກ ມໍລະດົກ, ພວກເຂົາເຈົ້າຈະເປັນເຈົ້າການ ແລະ ມີສະຕິໃນການປົກປັກຮັກ ສາດ້ວຍຄວາມສະໝັກໃຈຕໍ່ມໍລະດົກນັ້ນ. ສະນັ້ນ, ຫລັກມູນພື້ນຖານຂອງ ການພັດທະນາເສດຖະກິດມໍລະດົກ ແມ່ນການປະສານສົມທົບຢ່າງກົມກຽວ ລະຫວ່າງການອະນຸລັກຮັກສາ ແລະ ການພັດທະນາ, ຖ້າຫາກພຽງແຕ່ເນັ້ນ ໜັກການເສີມຂະຫຍາຍຄຸນຄ່າທາງດ້ານເສດຖະກິດຢ່າງດຽວ, ມໍລະດົກ ອາດຈະເສື່ອມໂຊນ, ສູນເສຍຮູບຮ່າງ ຫລື ສູນຫາຍໄປ. ໃນທາງກົງກັນຂ້າມ, ຖ້າຫາກພຽງແຕ່ອະນຸລັກຮັກສາຢ່າງບໍລິສຸດ ໂດຍບໍ່ຊອກ ຫາວິທີການ ເສີມ ຂະຫຍາຍມູນຄ່າ, ກໍຈະກາຍເປັນພາລະໃຫ້ແກ່ຊຸມຊົນ ແລະ ເສດຖະກິດ ພາຍໃນປະເທດ.
ໂດຍ: ດຣ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ

