ອາກາດຮ້ອນຈັດແບບນີ້ ໃຜກໍມີໂອກາດເປັນ Heatstroke ຫຼື ລົມແດດ ໄດ້ທຸກເວລາ! ຖ້າເຫັນຄົນລົ້ມທັງຢືນ ຫຼື ມີອາການຕົວຮ້ອນຈັດແຕ່ບໍ່ມີເຫື່ອອອກ ຢ່າຕົກໃຈ… ໃຫ້ຟ້າວເຮັດຕາມນີ້ດ່ວນ!
– ຟ້າວຍ້າຍຜູ້ປ່ວຍເຂົ້າບ່ອນຮົ່ມທີ່ອາກາດຖ່າຍເທສະດວກ.
– ໃຫ້ນອນຫງາຍ ແລ້ວ ໜູນຂາໃຫ້ສູງ ກວ່າລະດັບເອິກ ເພື່ອໃຫ້ເລືອດໄປລ້ຽງສະໝອງໄດ້ດີຂຶ້ນ.
– ຟ້າວແກ້ ຫຼື ຜ່ອນເສື້ອຜ້າໃຫ້ຫຼົມ.
– ໃຊ້ຜ້າຊຸ່ມນ້ຳເຢັນ ເຊັດຕາມຕົວ, ຂີ້ແຮ້, ຂາໜີບ ແລະ ຄໍ.
– ຖ້າມີພັດລົມ ໃຫ້ເປີດໃສ່ເພື່ອຊ່ວຍລະບາຍຄວາມຮ້ອນໃຫ້ໄວທີ່ສຸດ.
– ຖ້າຍັງມີສະຕິ ໃຫ້ດື່ມນ້ຳສະອາດ (ຄ່ອຍໆຈິບ).
– ແຕ່ຖ້າໝົດສະຕິ: ຫ້າມກອກນ້ຳເດັດຂາດ! ເພາະຈະເຮັດໃຫ້ສະໝັກນ້ຳໄດ້.
– ຟ້າວໂທແຈ້ງໜ່ວຍກູ້ໄພ ຫຼື ນຳສົ່ງໂຮງໝໍທີ່ໃກ້ທີ່ສຸດທັນທີ.
ຢ່າເບິ່ງຂ້າມ! ລົມແດດອັນຕະລາຍເຖິງຊີວິດ ຖ້າຊ່ວຍບໍ່ທັນເວລາ.
ຊ່ວງນີ້ອາກາດຢູ່ບ້ານທ່ານຮ້ອນຈັກອົງສາແລ້ວ? ລອງຄອມເມັ້ນບອກກັນແນ່ ເພື່ອເຕືອນໃຫ້ໝູ່ເພື່ອນລະວັງຕົວ!
