ເດືອນນີ້ໃຜເຫັນບິນຄ່າໄຟແລ້ວແທບຊິເປັນລົມແດ່? ບາງທີບັນຫາອາດຈະບໍ່ໄດ້ຢູ່ທີ່ການເປີດໄຟຖິ້ມໄວ້ ແຕ່ຢູ່ທີ່ “ຈຸດອັບ” ເຫຼົ່ານີ້ທີ່ເຮັດໃຫ້ມິເຕີປິ່ນໄວແບບບໍ່ຢຸດ! ![]()
1. ຕູ້ເຢັນທີ່ແໜ້ນເກີນໄປ ![]()
ການແຊ່ເຄື່ອງຈົນເຕັມຕູ້ ເຮັດໃຫ້ອາກາດບໍ່ໝູນວຽນ ເຄື່ອງຈັກຕ້ອງເຮັດວຽກໜັກຂຶ້ນ 2 ເທົ່າ! ທີ່ສຳຄັນ ຢ່າລືມກວດເບິ່ງຢາງຂອບປະຕູ ຖ້າວາງບໍ່ສະນິດ ມັນຄືຮູຮົ່ວຂອງເງິນໃນກະເປົ໋າເຈົ້າເລີຍ.
2. ສຽບປລັກ “ເຄື່ອງໃຊ້ໄຟຟ້າ” ຖິ້ມໄວ້ ![]()
ຮູ້ຫຼືບໍ່? ໂທລະພາບ, ໄມໂຄຣເວຟ ຫຼື ຄອມພິວເຕີ ທີ່ສຽບປລັກໄວ້ແຕ່ບໍ່ໄດ້ໃຊ້ ຍັງມີກະແສໄຟຟ້າໄຫຼຜ່ານຕະຫຼອດເວລາ (Standby Power) ເຫັນໜ້ອຍໆແບບນີ້ ແຕ່ລວມກັນທັງເດືອນກໍຫຼາຍຢູ່ໃດ໌!
3. ແອ (Air Conditioner) ທີ່ຂາດການລ້າງ ![]()
ແອທີ່ມີຝຸ່ນເກາະໜາ ເຮັດໃຫ້ລົມອອກບໍ່ສະດວກ ແລະ ເຮັດໃຫ້ເຄື່ອງຮ້ອນ. ການລ້າງແອທຸກໆ 6 ເດືອນ ຈະຊ່ວຍປະຢັດໄຟໄດ້ເຖິງ 10-15% ເລີຍທີດຽວ.
4. ກະຕິກນ້ຳຮ້ອນທີ່ສຽບຕະຫຼອດ 24 ຊົ່ວໂມງ ![]()
ການເຮັດໃຫ້ນ້ຳຮ້ອນຕະຫຼອດເວລາ ໃຊ້ໄຟຫຼາຍກວ່າທີ່ເຈົ້າຄິດ. ຖ້າບໍ່ໄດ້ໃຊ້ແທ້ໆ ຄວນຖອດປລັກອອກ ແລ້ວຄ່ອຍສຽບໃໝ່ຕອນຈະຊົງກາເຟດີກວ່າ.
5. ຕຳແໜ່ງການວາງເຄື່ອງໃຊ້ໄຟຟ້າ ![]()
ວາງຕູ້ເຢັນໃກ້ເຕົາໄຟ ຫຼື ວາງແອໄວ້ໃນມຸມທີ່ແດດສ່ອງເຖິງ ຈະເຮັດໃຫ້ເຄື່ອງໃຊ້ເຫຼົ່ານັ້ນເຮັດວຽກໜັກຂຶ້ນໂດຍບໍ່ຈຳເປັນ.
ຢາກຮູ້ເດ… ເດືອນນີ້ຄ່າໄຟເຮືອນແຕ່ລະຄົນຖືກ ຫຼື ແພງຂຶ້ນເທົ່າໃດ? ມາຄອມເມັ້ນແບ່ງປັນປະສົບການ ຫຼື ເຄັດລັບການປະຢັດໄຟຂອງທ່ານຢູ່ລຸ່ມນີ້ເລີຍ!

