ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ (ສຊປລ) ຈັດກິດຈະກໍາ ຍ່າງເພື່ອສຸຂະພາບສະເຫຼີມສະຫຼອງ ວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ (ຄຊປປລ) ຄົບຮອບ 71 ປີ (14 ເມສາ 1955 – 14 ເມສາ 2026) ພາຍໃຕ້ຫົວຂໍ້ “ຊາວໜຸ່ມຍຸກໃໝ່ຍົກສູງນໍ້າໃຈບຸກທະລຸ ສົ່ງເສີມ ການຜະລິດເປັນສິນຄ້າ ສ້າງເສດຖະກິດຄອບຄົວໃຫ້ເຂັ້ມແຂງ ແລະ ຍືນຍົງ” ຂຶ້ນໃນວັນທີ 3 ເມສານີ້ ທີ່ເຂດເສດຖະກິດພິເສດບຶງທາດຫຼວງ, ເປັນກຽດເຂົ້າຮ່ວມຂອງທ່ານ ກິແກ້ວ ໄຂຄໍາພິທູນ ປະທານສູນກາງແນວລາວສ້າງຊາດ ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນ; ມີທ່ານ ທອງລີ ສີສຸລິດ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ມີລັດຖະມົນຕີ, ຮອງລັດຖະມົນຕີ, ຮອງເລຂາຄະນະ ບໍລິຫານງານ ສຊປລ, ກະຊວງ, ບັນດາຊາວໜຸ່ມ, ເຍົາວະຊົນ ແລະ ພາກ ສ່ວນຕ່າງໆ ເຂົ້າຮ່ວມ.

ທ່ານ ທອງລີ ສີສຸລິດ ກ່າວວ່າ: ຕະຫຼອດໄລຍະ 71 ປີແຫ່ງການເຕີບ ໃຫຍ່ຂະຫຍາຍຕົວຂອງ ຄຊປປ ລາວ ໄດ້ຢືນຢັນເຖິງບົດບາດຂອງຊາວໜຸ່ມ ຍາມໃດກໍເປັນກຳລັງແຮງທີ່ໄວ້ເນື້ອ ເຊື່ອໃຈ ແລະ ເປັນແຂນຂວາທີ່ເຂັ້ມແຂງຂອງພັກ, ການຈັດຂະບວນການຍ່າງຄັ້ງນີ້, ເປັນການສະແດງໃຫ້ເຫັນເຖິງພະລັງແຫ່ງຄວາມສາມັກຄີທີ່ເປັນປຶກແຜ່ນ ແລະ ເປັນການຫວນຄືນມູນ ເຊື້ອແຫ່ງການຕໍ່ສູ້, ການເສຍສະຫຼະ ຂອງຊາວໜຸ່ມຮຸ່ນກ່ອນ ແລະ ການ ເຕີບໃຫຍ່ຂະຫຍາຍຕົວຂອງຊາວໜຸ່ມ ໃນການເປັນກໍາລັງແຮງປະກອບສ່ວນ ເຂົ້າໃນພາລະກິດລວມຂອງຊາດ, ຂອງ ພັກ ນັບແຕ່ອະດີດຈົນເຖິງປັດຈຸບັນ.

ການຈັດງານໃນຄັ້ງນີ້: ມີຫຼາກຫຼາຍກິດຈະກໍາ ເປັນຕົ້ນກິດຈະກຳ ຖາມ-ຕອບຄວາມຮູ້ຮອບຕົວກ່ຽວກັບປະຫວັດມູນເຊື້ອຂອງຊາວໜຸ່ມ, ການວາງສະແດງ ແລະ ຈຳໜ່າຍຜະລິດຕະພັນທ້ອງຖິ່ນ ແນໃສ່ຊຸກຍູ້ຫົວໜ່ວຍທຸລະກິດຂະໜາດນ້ອຍ ແລະ ກາງ, ການສະແດງສິລະປະ, ວັນນະຄະດີ ແລະ ອື່ນໆ. ຮຽກຮ້ອງ ໃຫ້ຊາວໜຸ່ມ, ເຍົາວະຊົນລາວບັນ ດາເຜົ່າ ຈົ່ງພ້ອມກັນນໍາເອົາມູນ ເຊື້ອອັນດີງາມຂອງຄົນຮຸ່ນກ່ອນ ມາເປັນແຮງຜັກດັນ ບໍໍ່ວ່າໂລກຈະປ່ຽນແປງແນວໃດ ຄໍາຂວັນທີ່ວ່າ “ບ່ອນໃດຍາກຊາວໜຸ່ມບຸກ ບ່ອນໃດທຸກຊາວໜຸ່ມຜ່ານຜ່າ ບ່ອນໃດຊາດຕ້ອງການຊາວໜຸ່ມ ຂານອາສາ” ໃຫ້ຝັງຢູ່ໃນຈິດວິນຍານ ຂອງພວກເຮົາສະເໝີ, ຈົ່ງຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນພົນລະເມືອງທີ່ດີ, ມີຄຸນສົມບັດສິນທໍາປະຕິວັດ, ຕັ້ງໜ້າພັດທະນາຕົນເອງທາງດ້ານຄວາມຮູ້, ຄວາມສາມາດ, ວິທະຍາສາດ, ເຕັກໂນໂລຊີທີ່ທັນສະໄໝ ສົ່ງເສີມການຜະລິດທຸລະກິດໃຫ້ມີຄວາມເຂັ້ມແຂງ ປະກອບສ່ວນຢ່າງ ແຂງແຮງເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ຊາດໃຫ້ຮຸ່ງເຮືອງສີວິໄລ.

