Homeຂ່າວຕ່າງປະເທດທ່ານ ມິນອອງລາຍ ໄດ້ຮັບເລືອກຕັ້ງເປັນປະທານາທິບໍດີມຽນມາ

ທ່ານ ມິນອອງລາຍ ໄດ້ຮັບເລືອກຕັ້ງເປັນປະທານາທິບໍດີມຽນມາ

ຂ່າວສານຊີອາໄອລາຍງານວ່າ: ໃນວັນທີ 3 ເມສານີ້, ຄະນະກໍາມະການເລືອກຕັ້ງປະທານາທິບໍດີມຽນມາຂອງສະພາສະຫະພາບມຽນມາ ໄດ້ຈັດການລົງຄະແນນສຽງເພື່ອເລືອກຕັ້ງປະທານາທິບໍດີ, ທ່ານ ມິນອອງລາຍ ໄດ້ຮັບເລືອກຕັ້ງດ້ວຍຄະແນນສຽງຢ່າງຖ້ວມທົ້ນ.

ໃນການລົງຄະແນນສຽງທັງໝົດ 584 ສຽງນັ້ນ, ທ່ານ ມິນອອງລາຍ ໄດ້ຮັບສຽງເຫັນດີ 429 ສຽງ, ຂະນະທີ່ທ່ານ ອູຢໍຊໍ ໄດ້ຮັບສຽງເຫັນດີ 126 ສຽງ ແລະ ທ່ານນາງ ນານນິນິໄອ ໄດ້ຮັບສຽງເຫັນດີ 29 ສຽງ. ອີງຕາມຜົນການລົງຄະແນນສຽງ, ທ່ານ ອູຢໍຊໍ ແລະ ທ່ານນາງ ນານນິນິໄອ ຈະດໍາລົງຕໍາແໜ່ງຮອງປະທານາທິບໍດີມຽນມາ.

ປີນີ້, ທ່ານ ມິນອອງລາຍ ມີອາຍຸ 69 ປີ, ເຄີຍດໍາລົງຕໍາແໜ່ງຜູ້ບັນຊາການໃຫຍ່ກອງທັບມຽນມາ ແລະ ຮັກສາການປະທານາທິບໍດີມຽນມາມາແລ້ວ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments