ສະຫາຍ ສາຄອນ ພົມມະລາດ ກໍາມະການພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ(ຄອສພ) ໄດ້ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບ ຂອງສະຫາຍ ອາເລັກຊານເດີ ຊອຍໂຕບ (Alexander Shoitov) ຮອງລັດຖະມົນຕີກະຊວງພັດທະນາດີຈີຕອນ, ການສື່ສານ ແລະ ສື່ມວນຊົນ ຂອງສະຫະພັນຣັດເຊຍ ພ້ອມດ້ວຍຄະນະຜູ້ແທນຂອງບໍລິສັດໄອທີ ຂອງຣັດເຊຍ ໃນວັນທີ 3 ເມສານີ້ ທີ່ຫ້ອງຮັບແຂກ ຄອສພ.
ໂອກາດດັ່ງກ່າວ, ສະຫາຍ ສາຄອນ ພົມມະລາດ ໄດ້ສະແດງຄວາມຕ້ອນຮັບ, ຊົມເຊີຍ ພ້ອມທັງຕີລາຄາສູງ ຕໍ່ສະຫາຍ ອາເລັກຊານເດີ ຊອຍໂຕບ ພ້ອມດ້ວຍຄະນະ ຊຶ່ງເປັນການປະກອບສ່ວນ ເພີ່ມພູນຄູນສ້າງ, ຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີ ແລະ ການສືບຕໍ່ຮັດແໜ້ນສາຍພົວພັນ ລະຫວ່າງສອງປະເທດລາວ-ຣັດເຊຍ ກໍຄື ປະຊາຊົນ ລາວ-ຣັດເຊຍ ທີ່ມີມາແລ້ວນັ້ນໃຫ້ນັບມື້ກ້າວເຂົ້າສູ່ລວງເລິກ ທີ່ດີຂຶ້ນເລື້ອຍໆ.
ໃນຊຸມປີຕໍ່ໜ້ານີ້ ລັດຖະບານໄດ້ເອົາໃຈໃສ່ໃນການພັດທະນາລັດດີຈີຕອນ, ວຽກງານໃນຂົງເຂດຄວາມປອດໄພໄຊເບີ, AI ແລະ ວຽກງານດ້ານອື່ນໆ ຊຶ່ງມີຄວາມສຳຄັນທີ່ສຸດ. ພ້ອມກັນນັ້ນ, ການສ້າງບຸກຄະລາກອນກໍມີຄວາມສຳຄັນເຊັ່ນກັນ ໂດຍສະເພາະບຸກຄະລາກອນທາງດ້ານເຕັກໂນໂລຊີ ແລະ ການສື່ສານ ສຳລັບພະນັກງານລັດ ທັງສູນກາງ ແລະ ທ້ອງຖິ່ນ.
ຈາກນັ້ນ, ສະຫາຍ ອາເລັກຊານເດີ ຊອຍໂຕບ ຕາງໜ້າຄະນະ ກໍໄດ້ສະແດງຄວາມຂອບໃຈຕໍ່ສະຫາຍ ສາຄອນ ພົມມະລາດ ທີ່ໄດ້ໃຫ້ການຕ້ອນຮັບໃນຄັ້ງນີ້ ພ້ອມນັ້ນ ຍັງໄດ້ແຈ້ງຈຸດປະສົງ ຂອງການມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃຫ້ຊາບອີກດ້ວຍ.
ໃນຕອນທ້າຍ, ສະຫາຍ ສາຄອນ ພົມມະລາດ ຍັງໄດ້ອວຍພອນໃຫ້ການເດີນທາງມາເຮັດວຽກຂອງສະຫາຍ Alexander Shoitov ພ້ອມດ້ວຍຄະນະຄັ້ງນີ້ ຈົ່ງປະສົບຜົນສຳເລັດ ແລະ ຂໍໃຫ້ສະຫາຍ ພ້ອມດ້ວຍຄະນະ ຈົ່ງເດີນທາງກັບຄືນປະເທດດ້ວຍຄວາມສະຫວັດດີພາບ.

