Homeຂ່າວຕ່າງປະເທດຊ່ອງແຄບຮໍມຸສ ຖືກປິດເຮັດໃຫ້ເສດຖະກິດທົ່ວໂລກມີຄວາມກົດດັນເພີ່ມຂຶ້ນ

ຊ່ອງແຄບຮໍມຸສ ຖືກປິດເຮັດໃຫ້ເສດຖະກິດທົ່ວໂລກມີຄວາມກົດດັນເພີ່ມຂຶ້ນ

ຂ່າວສານຊີອາໄອລາຍງານໃນວັນທີ 3 ມີນາ ນີ້ວ່າ: ກອງປະຊຸມການຄ້າ ແລະ ການພັດທະນາຂອງອົງການສະຫະປະຊາຊາດ ໄດ້ເຜີຍແຜ່ບົດລາຍງານການປະເມີນໃນຫວ່າງມໍ່ໆມານີ້ວ່າ: ປັດຈຸບັນ, ຊ່ອງແຄບຮໍມຸສແມ່ນຢູ່ໃນສະພາບການຖືກປິດ, ເຮັດໃຫ້ເສດຖະກິດທົ່ວໂລກມີຄວາມກົດດັນເພີ່ມຂຶ້ນ.

ບົດລາຍງານຄາດຄະເນວ່າ: ຫາກສະພາບການປະທະກັນຢູ່ຕາເວັນອອກກາງບໍ່ດຸເດືອດຂຶ້ນຕື່ມອີກ, ຈັງຫວະການເຕີບໂຕດ້ານການຄ້າສິນຄ້າທົ່ວໂລກຈະຫຼຸດລົງຈາກ 4.7% ໃນປີ 2025 ເຫຼືອ 1.5% ຫາ 2.5% ໃນປີ 2026, ຈັງຫວະການເຕີບໂຕຂອງເສດຖະກິດທົ່ວໂລກຈະຫຼຸດລົງຈາກ 2.9% ໃນປີ 2025 ເຫຼືອ 2.6%.

ບົດລາຍງານລະບຸວ່າ: ການປະທະກັນເຮັດໃຫ້ການທະນາຄານມີຄວາມກົດດັນເພີ່ມຂຶ້ນ ແລະ ປະເທດກຳລັງພັດທະນາໄດ້ຮັບຜົນກະທົບຫຼາຍກວ່າໝູ່. ຄຽງຄູ່ກັບນັກລົງທຶນຖອນຊັບສິນອອກໄປ, ປະເທດກຳລັງພັດທະນາຈຳນວນໜຶ່ງອາດຈະຜະເຊີນໜ້າກັບສະພາບຄວາມຫຍຸ້ງຍາກຍ້ອນເງິນຕາປະເທດຕົນອ່ອນຄ່າລົງ ແລະ ຕົ້ນທຶນໃນການກູ້ຢືມທຶນສູງຂຶ້ນ. ຖ້າຫາກຊ່ອງແຄບຮໍມຸສຖືກປິດຢ່າງຕໍ່ເນື່ອງ, ອາດຈະເຮັດໃຫ້ເກີດວິກິດຕາມມາທີ່ກວ້າງຂວາງກວ່າເກົ່າ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments