ສັບປະດາຄວາມປອດໄພທາງຫລວງ ປະຈຳປີ 2026 ພາຍໃຕ້ຄໍາຂວັນ ” ດື່ມຢ່າງມີສະຕິ, ເມົາບໍ່ຂັບລົດ ” ຈັດຂຶ້ນໃນຕອນເຊົ້າວັນທີ 4 ເມສາ 2026 ທີ່ສວນປະຕູໄຊ ນະຄອນຫລວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ສະເຫລິມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ທ່ານ ເຫລັກໄຫລ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ສີລິລາດທົງສິນ ທອງເພັງ ປະທານຄະນະກໍາມະການປົກຄອງນະຄອນຫລວງວຽງຈັນ, ພ້ອມດ້ວຍບັນດາຮອງລັດຖະມົນຕີ, ພາກທຸລະກິດທີ່ກ່ຽວຂ້ອງ ແລະ ນັກຮຽນ-ນັກສຶກສາເຂົ້າຮ່ວມ.

ທ່ານ ເຫລັກໄຫລ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ມີຄໍາເຫັນວ່າ: ແຕ່ລະປີ, ອຸບັດເຫດທາງບົກໄດ້ສ້າງຄວາມສູນເສຍຢ່າງມະຫາສານໃຫ້ແກ່ຊີວິດ, ຊັບສິນ ແລະ ຊັບພະຍາກອນມະນຸດຂອງຊາດເຮົາ, ຜ່ານການເກັບກຳຂໍ້ມູນ, ສາເຫດຕົ້ນຕໍທີ່ພາໃຫ້ເກີດຄວາມສູນເສຍ ແມ່ນມາຈາກການດື່ມສິ່ງມຶນເມົາແລ້ວຂັບຂີ່, ຂັບຂີ່ລົດໄວເກີນເຂດກຳນົດ, ສັງເກດເຫັນວ່າ ເມື່ອຂາດສະຕິຈາກລິດຂອງທາດເຫລົ້າ, ຍານພາຫະນະທີ່ຂັບຂີ່ ຈະກາຍເປັນອາວຸດທີ່ທຳລາຍທັງຕົວເອງ ແລະ ຄົນອ້ອມຂ້າງ. ດັ່ງນັ້ນ, ການຈັດງານໃນຄັ້ງນີ້ ຈຶ່ງມີຈຸດປະສົງສໍາຄັນຄື: ເພື່ອຈັດຕັ້ງຜັນຂະຫຍາຍຍຸດທະສາດແຫ່ງຊາດດ້ານຄວາມປອດໄພທາງຫລວງ ນັບແຕ່ປີ 2021-2030 ເພື່ອເຮັດໃຫ້ອັດຕາຜູ້ບາດເຈັບສາຫັດ ແລະ ເສຍຊີວິດ ຫລຸດລົງ 50 ສ່ວນຮ້ອຍໃນປີ 2030, ເພື່ອກະຕຸກຊຸກຍູ້ໃຫ້ທຸກພາກສ່ວນມີສ່ວນຮ່ວມໃນການປ້ອງກັນ, ແກ້ໄຂວຽກງານຄວາມປອດໄພຕາມທາງຫລວງ ໃຫ້ຜູ້ຂັບຂີ່ມີສະຕິຕື່ນຕົວ ເອົາໃຈໃສ່ຈັດຕັ້ງປະຕິບັດກົດລະບຽບຈະລາຈອນທາງບົກ, ຂັບຂີ່ລົດໃຫ້ມີຄວາມປອດໄພເປັນລະບຽບຮຽບຮ້ອຍ, ຫລຸດຜ່ອນອຸບັດເຫດຕາມທາງຫລວງ ໂດຍສະເພາະ ການປູກຈິດສຳນຶກໃຫ້ທົ່ວສັງຄົມຮັບຮູ້ວ່າ “ຄວາມປອດໄພເລີ່ມຕົ້ນທີ່ຕົວເຮົາເອງ”, ປ່ຽນພຶດຕິກຳຈາກການ “ເມົາບໍ່ຂັບ” ກາຍເປັນວັດທະນະທຳໃໝ່ໃນການໃຊ້ລົດໃຊ້ຖະໜົນ, ຫລຸດຜ່ອນອຸບັດເຫດ ເພື່ອໃຫ້ທຸກຄອບຄົວຢູ່ຮ່ວມກັນຢ່າງມີຄວາມສຸກ ແລະ ບໍ່ຕ້ອງມີໃຜສູນເສຍຄົນຮັກຍ້ອນຄວາມປະໝາດ.

ທ່ານລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ມີຄໍາເຫັນຕື່ມວ່າ: ການຈັດງານຄັ້ງນີ້ ເພື່ອຄວາມເປັນຫ່ວງເປັນໄຍ, ຄວາມເອົາໃຈໃສ່ ແລະ ຄວາມຮັບຜິດຊອບຂອງລັດຖະບານ ກໍຄື ບັນດາແຂວງຕໍ່ວຽກງານຄວາມປອດໄພທາງຫລວງ, ເປັນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການຈະລາຈອນທາງບົກ, ຍຸດທະສາດແຫ່ງຊາດດ້ານຄວາມປອດໄພທາງຫລວງ ແລະ ມະຕິຂອງອົງການສະຫະປະຊາຊາດກ່ຽວກັບການປັບປຸງຄວາມປອດໄພທາງຫລວງໃນທົ່ວໂລກ, ເພື່ອໂຄສະນາ, ສ້າງສະຕິ ແລະ ປູກຈິດສໍານຶກ ໃຫ້ປະຊາຊົນທຸກຊັ້ນຄົນໃນທົ່ວສັງຄົມ ເຫັນໄດ້ໄພອັນຕະລາຍຂອງການລະເມີດກົດຈະລາຈອນ ເປັນຕົ້ນ ການຂັບຂີ່ລົດໄວ, ການດື່ມສິ່ງມຶນເມົາແລ້ວຂັບລົດ ຊຶ່ງເປັນສາເຫດສ່ວນໃຫຍ່ໃນການເກີດອຸບັດເຫດ, ເຫັນໄດ້ຜົນກະທົບ ແລະ ຜົນສະທ້ອນຂອງການເກີດອຸບັດເຫດຕໍ່ການດໍາລົງຊີວິດຂອງຄົນໃນສັງຄົມ, ຕໍ່ເສດຖະກິດ ແລະ ການພັດທະນາຂອງຊາດ. ພ້ອມນີ້, ທ່ານຍັງຮຽກຮ້ອງໃຫ້ທຸກພາກສ່ວນ, ທຸກຂະແໜງການ ແລະ ທົ່ວສັງຄົມ ຈົ່ງພ້ອມກັນຮ່ວມແຮງຮ່ວມໃຈປະຕິບັດກົດລະບຽບຈະລາຈອນຢ່າງເຂັ້ມງວດ, ພ້ອມກັນ ໂຄສະນາປູກຈິດສໍານຶກກ່ຽວກັບວຽກງານຄວາມປອດໄພທາງຫລວງໃຫ້ທົ່ວສັງຄົມຮັບຮູ້ ເພື່ອເປັນການຈໍາກັດ ແລະ ຫລຸດຜ່ອນອຸບັດເຫດທາງຫລວງ, ເພື່ອປົກປ້ອງຊີວິດ ແລະ ຊັບສິນຂອງປະຊາຊົນ-ຂອງຊາດ ກໍຄື ການປົກປ້ອງສຸຂະພາບ ແລະ ສະຫວັດດີການສັງຄົມ, ຮຽກຮ້ອງເຖິງຜູ້ຂັບຂີ່ທຸກຄົນ ຈົ່ງມີສະຕິທຸກຄັ້ງກ່ອນຈະຂັບລົດ, ຖ້າຮູ້ວ່າມີການດື່ມສິ່ງມຶນເມົາ, ຂໍໃຫ້ເລືອກໃຊ້ບໍລິການລົດສາທາລະນະ ຫລື ໃຫ້ຜູ້ທີ່ບໍ່ດື່ມຂັບແທນ ເພາະຊີວິດຂອງທ່ານ ແລະ ຄົນອື່ນ ມີຄ່າກວ່າຈອກເຫລົ້າາພຽງຈອກດຽວ.
ງານຄັ້ງນີ້ ຍັງໄດ້ເປີດຂະບວນຄະລາວານຂັບຂີ່ປອດໄພ ໂດຍເລີ່ມແຕ່ປະຕູໄຊ ໄປຕາມຖະໜົນ 23 ສິງຫາ, ຖະໜົນໜອງບອນ ລ້ຽວຊ້າຍວົງວຽນ 450 ປີ ເຂົ້າຖະໜົນໄກສອນພົມວິຫານ ເຂົ້າຖະໜົນລ້ານຊ້າງ ຮອດປະຕູໄຊ, ພ້ອມນັ້ນ ຍັງໄດ້ຈັດກິດຈະກໍາຖາມ-ຕອບຄວາມຮູ້ກ່ຽວກັບກົດລະບຽບຈະລາຈອນ ແລະ ສາທິດການປະຖົມພະຍາບານເບື້ອງຕົ້ນໃນເວລາເກີດອຸບັດເຫດຕື່ມອີກ.

