ແຫລ່ງຂ່າວຈາກ ແຂວງອັດຕະປື ໃຫ້ຮູ້ວ່າ: ກອງປະຊຸມ ເວທີປາໄສຮ່ວມມື ການລົງທຶນ, ການຄ້າ ແລະ ການທ່ອງທ່ຽວ, ຊຸກຍູ້ການເຊື່ອມຈອດແລວທາງເສດຖະກິດຕາເວັນອອກ-ຕາເວັນຕົກ ປະຈຳປີ 2026 ຈັດຂຶ້ນໃນວັນທີ 3 ເມສາ 2026 ທີ່ນະຄອນປາກເຊ, ແຂວງຈຳປາສັກ ໂດຍມີການນຳຈາກແຂວງຈຳປາສັກ, ອັດຕະປື, ເຊກອງ, ສາລະວັນ ແລະ ແຂວງສະຫວັນນະເຂດ. ນອກນັ້ນ, ຍັງມີຄະນະຜູ້ແທນລະດັບສູງຈາກຕ່າງປະເທດເຂົ້າຮ່ວມ ເປັນຕົ້ນ ຈາກ ສສ ຫວຽດນາມ ແລະ ລາຊະອານາຈັກໄທ. ຕາງໜ້າແຂວງອັດຕະປື ເຂົ້າຮ່ວມໂດຍ ທ່ານ ສີໄລ ສີສະແຫວງສຸກ ຮອງປະທານຄະນະກຳມະການປົກຄອງແຂວງອັດຕະປື.

ກອງປະຊຸມຄັ້ງນີ້ ເປັນການເຕົ້າໂຮມເອົາການນຳລະດັບສູງຈາກຫລາຍພາກສ່ວນ ເພື່ອປຶກສາຫາລື ແລະ ຊຸກຍູ້ການຮ່ວມມືດ້ານເສດຖະກິດໃນພາກພື້ນ ທັງເປັນການທົບທວນຄືນຜົນການຈັດຕັ້ງປະຕິບັດ ການຮ່ວມມື ດ້ານການລົງທຶນ ແລະ ການຄ້າ ລະຫວ່າງບັນດາແຂວງໃນພາກໃຕ້ຂອງລາວ ກັບບັນດາແຂວງຄູ່ຮ່ວມມືຈາກ ຫວຽດນາມ ແລະ ໄທ ໃນໄລຍະຜ່ານມາ, ນຳສະເໜີທ່າແຮງບົ່ມຊ້ອນ, ແລກປ່ຽນຂໍ້ມູນຂ່າວສານກ່ຽວກັບກິດຈະກຳການລົງທຶນ ໂດຍສະເພາະ ການຊຸກຍູ້ແລວທາງເສດຖະກິດຕາເວັນອອກ-ຕາເວັນຕົກ ທີ່ເຊື່ອມໂຍງແຕ່ ຫວຽດນາມ ຜ່ານລາວ ໄປສູ່ ໄທ, ສົ່ງເສີມການທ່ອງທ່ຽວ ສ້າງຄວາມເຂັ້ມແຂງໃຫ້ແກ່ການທ່ອງທ່ຽວແບບເຊື່ອມໂຍງລະຫວ່າງທ້ອງຖິ່ນ ເພື່ອດຶງດູດນັກທ່ອງທ່ຽວ ແລະ ນັກລົງທຶນຈາກຕ່າງປະເທດໃຫ້ຫລາຍຂຶ້ນ.

ສຳລັບແຂວງອັດຕະປື, ການເຂົ້າຮ່ວມໃນຄັ້ງນີ້ ແມ່ນເປັນການຢືນຢັນເຖິງຄວາມພ້ອມຂອງແຂວງ ໃນການເປີດຮັບການລົງທຶນ ແລະ ການຮ່ວມມືຮອບດ້ານ ໂດຍສະເພາະ ໃນຂະແໜງກະສິກຳສະອາດ, ພະລັງງານທົດແທນ ແລະ ການທ່ອງທ່ຽວທຳມະຊາດ ຊຶ່ງເປັນທ່າແຮງເດັ່ນຂອງແຂວງ ເພື່ອເຊື່ອມໂຍງເຂົ້າກັບຕະຫລາດພາກພື້ນ ແລະ ສາກົນ ຢ່າງເປັນຮູບປະທຳ.
ກອງປະຊຸມໄດ້ດຳເນີນໄປດ້ວຍບັນຍາກາດແຫ່ງຄວາມສາມັກຄີ ແລະ ຄວາມເຂົ້າອົກເຂົ້າໃຈອັນດີງາມ, ຊຶ່ງຈະເປັນບາດກ້າວສຳຄັນ ໃນການຮັດແໜ້ນສາຍພົວພັນມິດຕະພາບ ລາວ-ຫວຽດນາມ-ໄທ ໃຫ້ມີຄວາມແໜ້ນແຟ້ນຍິ່ງຂຶ້ນ.

