Homeຂ່າວການເມືອງກອງປະຊຸມຄັ້ງປະຖົມມະລືກ ຂອງສະພາປະຊາ​ຊົນ​ ນວ ປິດລົງດ້ວຍຜົນສຳເລັດ

ກອງປະຊຸມຄັ້ງປະຖົມມະລືກ ຂອງສະພາປະຊາ​ຊົນ​ ນວ ປິດລົງດ້ວຍຜົນສຳເລັດ

ກອງປະຊຸມຄັ້ງປະຖົມມະລືກ ຂອງສະພາປະຊາ​ຊົນນະຄອນຫລວງວຽງຈັນ (ນວ) ປິດລົງດ້ວຍຜົນສຳເລັດ ໃນວັນທີ 3 ເມສາ 2026 ໂດຍການເປັນປະທານຂອງ ທ່ານ ອາດສະພັງທອງ ສີພັນດອນ ກໍາມະການສູນກາງພັກ, ເລຂາຄະນະພັກ, ປະທານສະພາປະຊາຊົນ ນວ, ມີ ທ່ານ ສິລິລາດທົງສິນ ທອງເພັງ ຮອງເລຂາຄະນະພັກ, ປະທານ ຄະນະກຳມະການປົກຄອງ ນວ, ມີບັນດາສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1 ນວ, ບັນດາການນໍາພັກ-ລັດ ຂັ້ນນະຄອນຫລວງ, ພ້ອມດ້ວຍ ສະມາຊິກສະພາປະຊາຊົນ ນະຄອນຫລວງວຽງຈັນ ເຂົ້າຮ່ວມ.

ທ່ານ ອາດສະພັງທອງ ສີພັນດອນ ໄດ້ໃຫ້ຮູ້ວ່າ: ຜ່ານການນຳເນີນ ກອງ​ປະຊຸມ​ຄັ້ງປະຖົມ​ມະລືກ​ ຂອງ​ສະພາ​ປະຊາຊົນ ນະຄອນຫລວງວຽງ​ຈັນ​ ຊຸດ​ທີ V ບັນສະມາຊິກສະພາສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 1 ແລະ ສະ ມາຊິກສະພາປະຊາຊົນ ນະຄອນຫລວງວຽງຈັນ ໄດ້ພ້ອມກັນ ພິຈາລະນາ ແລະ ຮັບຮອງເອົາ ບັນຫາສຳຄັນ

ພື້ນຖານ ຂອງນະຄອນຫລວງວຽງຈັນ ເປັນຕົ້ນ ໄດ້ຮັບຮອງເອົາຜົນການເລືອກຕັ້ງ ແລະ ຢັ້ງຢືນຄຸນລັກສະນະ ຂອງສະມາຊິກສະພາປະຊາຊົນ ນະຄອນຫລວງວຽງຈັນ ຊຸດທີ V, ຍົກໃຫ້ເຫັນເຖິງຜົນສໍາເລັດ ໃນການຈັດຕັ້ງຜັນຂະຫຍາຍມະຕິກົມການເມືອງສູນກາງພັກ ວ່າດ້ວຍການເພີ່ມທະວີການນຳພາ-ຊີ້ນຳ ຂອງອົງຄະນະພັກທຸກຂັ້ນ ຕໍ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ປະຈຳເຂດເລືອກຕັ້ງທີ 1 ແລະ ສະມາຊິກສະພາປະຊາຊົນ ນະຄອນຫລວງວຽງຈັນ ຊຸດທີ V ຊຶ່ງເຫັນວ່າການເລືອກຕັ້ງໄດ້ດໍາເນີນຢ່າງມີຜົນສໍາເລັດຕາມແຜນການທີ່ວາງໄວ້, ຜູ້ມີສິດປ່ອນບັດທົ່ວນະຄອນຫລວງວຽງຈັນ ໄດ້ນຳໃຊ້ສິດປະຊາທິ ປະໄຕຂອງຕົນຕາມທີ່ກຳນົດໄວ້ໃນລັດຖະທຳມະ ນູນ ແລະ ກົດໝາຍ ເພື່ອເລືອກຕັ້ງເອົາຕົວແທນຂອງຕົນ ມາປະຕິບັດສິດອຳນາດຂອງປະຊາຊົນ ຢູ່ສະພາແຫ່ງຊາດ ແລະ ສະພາປະຊາຊົນ ນະຄອນຫລວງວຽງຈັນ ໃນການພິຈາລະນາ ແລະ ຮັບຮອງບັນຫາສຳຄັນພື້ນຖານຂອງຊາດ ກໍຄື ຂອງນະຄອນຫລວງວຽງຈັນ; ໄດ້ດຳເນີນການເລືອກຕັ້ງຕຳແໜ່ງສຳຄັນຕ່າງໆ ຂອງອົງການອຳນາດລັດ ຂັ້ນນະຄອນຫລວງວຽງຈັນ ຄື: ເລືອກຕັ້ງປະທານສະພາປະຊາຊົນ ນະຄອນຫລວງວຽງຈັນ, ຮອງປະທານ ສະພາປະຊາຊົນ, ຄະ ນະປະຈຳສະພາປະຊາຊົນ, ເລືອກຕັ້ງ ປະທານຄະນະກຳມະການປົກຄອງ ນະຄອນຫລວງວຽງຈັນ, ຮອງປະທານຄະນະກຳມະການປົກຄອງ ນວ, ຫົວໜ້າອົງການໄອຍະການປະຊາຊົນ ພາກກາງ, ປະທານອົງການກວດກາລັດ ນະຄອນຫລວງ, ປະທານສານປະຊາຊົນ, ຫົວໜ້າອົງການໄອຍະການປະຊາຊົນ ນະຄອນ ຫລວງວຽງຈັນ. ພ້ອມກັນນັ້ນ, ກອງປະຊຸມຍັງໄດ້ຮັບຮອງເອົາກົງຈັກການຈັດຕັ້ງ ແລະ ບຸກຄະລາກອນ ຂອງສະພາປະຊາຊົນ; ຮັບຮອງເອົາໂຄງປະກອບກົງຈັກ ຂອງຄະນະກຳມະການປົກຄອງນະຄອນຫລວງວຽງຈັນ ແລະ ບຸກຄະລາກອນທີ່ເປັນຫົວໜ້າ​ພະ​ແນ​ກ, ຫົວໜ້າ​ອົງການລັດ​ທຽບ​ເທົ່າພະ​ແນ​ກ ຂັ້ນນະຄອນຫລວງວຽງ​ຈັນ ຊຸດໃໝ່; ໄດ້ພິຈາລະນາ, ຮັບຮອງເອົາ ແຜນພັດທະນາເສດຖະກິດ-ສັງ ຄົມ, ແຜນງົບປະມານ 5 ປີ (2026-2030) ຂອງນະຄອນ ຫລວງວຽງຈັນ ຊຶ່ງກອງປະຊຸມສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ຜົນສຳເລັດໃນການຈັດຕັ້ງປະຕິບັດບັນດາຄາດໝາຍ ທີ່ໄດ້ກຳນົດໃນແຜນການ 5 ປີຜ່ານມາ ມີຜົນສຳເລັດຫລາຍດ້ານ, ອັນໄດ້ປະກອບສ່ວນໃຫ້ເສດຖະ ກິດຂອງນະຄອນຫລວງວຽງຈັນ ມີສະຖຽນລະພາບ, ດ້ານການເມືອງໜັກແໜ້ນ, ສັງຄົມມີຄວາມສະຫງົບປອດໄພ, ການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມດ້ວຍກົດໝາຍ ມີໝາກຜົນດີຂຶ້ນເທື່ອລະກ້າວ. ຄຽງຄູ່ກັບການຕີລາຄາຜົນສໍາເລັດດັ່ງກ່າວ, ໃນ 5 ປີຕໍ່ໜ້າກອງ​ປະຊຸມຍັງໄດ້​ສະ​​ເໜີ​ໃຫ້ຄະນະກຳມະການປົກຄອງນະຄອນຫລວງວຽງ ເພີ່ມທະວີຊີ້ນຳ-ບັນຊາ ​ບັນດາ​ພະ​ແນ​ກ, ອົງການ​ລັດ​ທຽບ​ເທົ່າ​ພະ​ແນ​ກ​ ແລະ ຄະນະກຳມະການປົກຄອງ​ເມືອງ ສຸມໃສ່​ພິຈາລະນາຄົ້ນຄວ້າ​ບັນດາ​ມາດ​ຕະການ​ ກໍຄື​ ຂໍ້​ສະ​ເໜີ​ຕ່າງໆ ຂອງສະມາຊິກ​ສະພາ​ປະຊາຊົນນະຄອນຫລວງວຽງຈັນ ທີ່​ໄດ້​ຍົກ​ຂຶ້ນ​ໃນ​ກອງ​ປະຊຸມ​ ເພື່ອ​ເປັນ​ການ​ຊ່ວຍ​ໃຫ້​ຄະນະກໍາມະການປົກຄອງນະຄອນຫລວງ​ວຽງຈັນ ສາມາດ​ບັນລຸ​ບັນດາ​ຄາດໝາຍ​ທີ່​ໄດ້​ກຳນົດ​ໄວ້​ໃນ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ ​ແລະ ​ແຜນ​ງົບປະມານ ຂອງນະຄອນຫລວງວຽງຈັນ, ເຮັດໃຫ້ການຈັດຕັ້ງປະຕິບັດ ເກີດໝາກຜົນຕົວຈິງ; ໄດ້ພິຈາລະນາ, ຮັບຮອງເອົາແຜນການເຄື່ອນໄຫວວຽກງານ 5 ປີ (2026-2030) ຂອງອົງການກວດກາລັດ ນະຄອນຫລວງວຽງຈັນ ແລະ ອົງການກວດສອບປະຈຳພາກກາງ 1. ກອງປະຊຸມສະ ແດງຄວາມຊົມເຊີຍ ຕໍ່ຜົນສຳເລັດໃນໄລຍະຜ່ານມາ ແລະ ເປັນເອກະພາບ ຕໍ່ທິດທາງແຜນການເຄື່ອນ ໄຫວຂອງສອງອົງການ ໃນ 5 ປີຕໍ່ໜ້າ, ຊຶ່ງກອງປະຊຸມໄດ້ສະເໜີໃຫ້ສອງອົງການ ເອົາໃຈໃສ່ເພີ່ມທະວີຄວາມເຂັ້ມງວດໃນການຕິດຕາມກວດກາ ແລະ ກວດສອບການຄຸ້ມຄອງ-ນຳໃຊ້ງົບປະມານ, ຊັບສິນຂອງລັດ ແລະ ການລົງທຶນຕ່າງໆ ຢູ່ນະຄອນຫລວງວຽງຈັນ ໃຫ້ມີຄວາມໂປ່ງໃສ, ສາມາດກວດສອບໄດ້ ແລະ ຖືກຕ້ອງຕາມລະບຽບກົດໝາຍຢ່າງເຂັ້ມງວດ, ທັງຊຸກຍູ້ແກ້ໄຂຜົນການກວດສອບ ແລະ ເກັບກູ້ຄືນລາຍຮັບທີ່ກວດເຫັນເພີ່ມ ແລະ ຍັງຄ້າງໃນໄລຍະຜ່ານມາ, ພ້ອມນີ້ ກໍ່ໃຫ້ຖືເອົາແຜນການ 5 ປີ ເປັນເຄື່ອງມືອັນສຳຄັນໃນການຊອກຫາຈຸດອ່ອນ, ຂໍ້ບົກຜ່ອງ ແລະ ປະກົດການຫຍໍ້ທໍ້ຕ່າງໆ ເພື່ອແກ້ໄຂໃຫ້ທັນການ ແນໃສ່ປົກປັກຮັກສາຜົນປະໂຫຍດຂອງລັດ ແລະ ປະຊາຊົນຢ່າງສູງສຸດ; ໄດ້ພິຈາລະນາ, ຮັບຮອງເອົາແຜນການເຄື່ອນໄຫວວຽກງານ 5 ປີ (2026-2030) ຂອງສະພາປະຊາຊົນ ນະຄອນຫລວງວຽງຈັນ ຊຸດທີ V ເພື່ອເປັນບ່ອນອີງພື້ນຖານໃຫ້ແກ່ການເຄື່ອນໄຫວວຽກງານ ຂອງສະພາປະຊາຊົນນະຄອນຫລວງວຽງຈັນ ໃນ 5 ປີຕໍ່ໜ້າ ໂດຍໄດ້ກຳນົດ 6 ແຜນງານ, 25 ໂຄງການ ເພື່ອຮັບປະກັນ ແລະ ຍົກສູງຄຸນນະພາບການເຄື່ອນໄຫວວຽກງານຂອງສະພາປະຊາຊົນ ນະຄອນຫລວງວຽງຈັນ ໃຫ້ມີປະສິດທິພາບ ແລະ ມີປະສິດທິຜົນ; ໄດ້ພິຈາລະນາ ແລະ ຮັບຮອງເອົາແຜນການສ້າງ ແລະ ປັບປຸງນິຕິກໍາ 5 ປີ (2026-2030) ຂອງສະພາປະຊາຊົນ ນະຄອນຫລວງວຽງຈັນ ຊຸດທີ V ຊຶ່ງກອງປະຊຸມໄດ້ມອບໃຫ້ຄະນະປະຈໍາ ສະພາປະຊາຊົນ ນະຄອນຫລວງວຽງຈັນ ເປັນຜູ້ກໍານົດແຜນການສ້າງ ແລະ ປັບປຸງນິຕິກໍາໃຕ້ກົດໝາຍ 5 ປີ (2026-2030) ຂອງສະພາປະຊາຊົນ ນະຄອນຫລວງວຽງຈັນ ຊຸດທີ V ໃນແຕ່ລະປີ ບົນພື້ນຖານການກະກຽມຄວາມພ້ອມ ແລະ ການສະເໜີຂອງຄະນະກໍາມະການປົກຄອງ ນວ, ພ້ອມທັງຈັດລຽງຄວາມສໍາຄັນຂອງແຕ່ລະນິຕິກໍາ.

ນອກນີ້, ກອງປະຊຸມ ຍັງໄດ້ສະເໜີໃຫ້ຄະນະກໍາມະການປົກຄອງ ນວ ເອົາໃຈໃສ່ຊີ້ນຳບັນດາພະແນກການ ແລະ ພາກສ່ວນກ່ຽວຂ້ອງ ເປັນເຈົ້າການແຕ່ຫົວທີ ໃນການສ້າງ ແລະ ປັບປຸງນິຕິກຳ ໃນຄວາມຮັບຜິດຊອບຂອງຕົນ, ທັງເພີ່ມທະວີການປະສານສົມທົບກັບບັນດາຄະນະກຳມະການທີ່ກ່ຽວຂ້ອງ ເພື່ອກວດກາຄວາມພ້ອມຂອງເນື້ອໃນນິຕິກຳຕ່າງໆ ໃຫ້ມີຄວາມຮັດກຸມ, ຖືກຕ້ອງສອດຄ່ອງຕາມກົດໝາຍ ແລະ ສາມາດຈັດຕັ້ງປະຕິບັດໄດ້.

ພ້ອມນີ້, ຍັງໄດ້ພິຈາລະນາ, ຮັບຮອງເອົາແຜນການເຄື່ອນໄຫວວຽກງານ 5 ປີ (2026-2030) ຂອງສານປະຊາຊົນ ແລະ ອົງການໄອຍະການປະຊາຊົນ ພາກກາງ, ສານປະຊາຊົນ ແລະ ອົງການໄອຍະການປະຊາຊົນ ນະຄອນຫລວງວຽງຈັນ. ກອງປະຊຸມຮຽກຮ້ອງໃຫ້ ສານປະຊາຊົນ ແລະ ອົງການໄອຍະການປະຊາຊົນ ສຸມໃສ່ຍົກສູງຄຸນນະພາບ ການພິຈາລະນາແກ້ໄຂຄະດີ ໃຫ້ຖືກຕ້ອງຕາມກົດໝາຍ ແລະ ຄວາມເປັນຈິງ, ຮອບດ້ານ, ຄົບຖ້ວນ, ພາວະວິໄສ, ທັນກຳນົດເວລາ ແລະ ບັນລຸຕາມຄາດໝາຍ ເພື່ອສ້າງຄວາມເຊື່ອໝັ້ນໃຫ້ແກ່ສັງຄົມ, ກອງປະຊຸມເຊື່ອໝັ້ນວ່າ ດ້ວຍການຮັບຮອງແຜນການ 5 ປີໃນຄັ້ງນີ້ ຈະເປັນບາດກ້າວສຳຄັນ ໃນການປັບປຸງລະບົບຍຸຕິທຳ ຢູ່ນະຄອນຫລວງວຽງຈັນ ໃຫ້ເຂັ້ມແຂງ, ສັກສິດ ແລະ ກາຍເປັນທີ່ເພິ່ງອັນເປັນທຳ ໃຫ້ແກ່ປະຊາຊົນຢ່າງແທ້ຈິງ.

ໃນໄລຍະກອງປະຊຸມ ຍັງໄດ້ຮັບຄໍາຄິດຄໍາເຫັນ ແລະ ການສະເໜີ ຂອງປະຊາຊົນ ຜ່ານໂທລະສັບສາຍດ່ວນ ທັງໝົດ 18 ເລື່ອງ ແລະ ໄດ້ມອບໝາຍໃຫ້ພາກສ່ວນຂະແໜງການກ່ຽວຂ້ອງ ຂອງຄະນະກໍາມະການປົກຄອງ ນວ ໄປຄົ້ນຄວ້າແກ້ໄຂໃຫ້ທັນເວລາ ແລະ ຄ່ອງຕົວ. ພ້ອມນີ້, ໃນກອງປະຊຸມ ທຸກພາກສ່ວນຂອງນະຄອນຫລວງວຽງຈັນ ກໍໄດ້ສະແດງຄວາມເປັນຫ່ວງເປັນໄຍ ແລະ ສືບຕໍ່ຊ່ວຍເຫລືອຄອບຄົວປະຊາຊົນ ຜູ້ປະສົບໄພພິບັດ ທີ່ໄດ້ຮັບຜົນກະທົບຈາກພາຍຸລະດູຮ້ອນຢ່າງຮີບດ່ວນ ແລະ ທັນການ, ພ້ອມນັ້ນ ບັນດາສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນ ນວ ກໍໄດ້ ສະເໜີຄະນະກໍາມະການປົກຄອງ ນະຄອນຫລວງວຽງຈັນ ແລະ ເມືອງ ສືບຕໍ່ຊ່ວຍເຫລືອ ແລະ ຟື້ນຟູທີ່ຢູ່ອາໄສ, ຊີວິດການເປັນຢູ່ ຂອງປະຊາຊົນ ໃຫ້ກັບເຂົ້າສູ່ສະພາບປົກກະຕິໂດຍໄວ.

ກອງປະຊຸມຮຽກຮ້ອງໃຫ້ຄະນະປະຈໍາ ສະພາປະຊາຊົນ, ບັນດາຄະນະກໍາມະການ, ຫ້ອງວ່າການສະພາປະຊາຊົນ, ຄະນະກຳມະການປົກຄອງ ນະຄອນຫລວງວຽງຈັນ, ສານປະຊາຊົນ, ອົງການໄອຍະການປະຊາຊົນ, ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1, ສະມາຊິກສະພາ ປະຊາຊົນ ນວ ແລະ ພາກສ່ວນທີ່ກ່ຽວຂ້ອງ ຈົ່ງໄດ້ຜັນຂະຫຍາຍເນື້ອໃນກອງປະຊຸມຄັ້ງນີ້ ໃຫ້ທົ່ວເຖິງ ແລະ ທັນເວລາ, ເປັນເຈົ້າການຈັດຕັ້ງປະຕິບັດມະຕິກອງປະຊຸມ ຂອງສະພາປະຊາຊົນ ນະຄອນຫລວງວຽງຈັນ ໃຫ້ເກີດດອກອອກຜົນເປັນຈິງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments