Homeຂ່າວການເມືອງກອງປະຊຸມ ຄັ້ງທີ 12 ຂອງຄະນະອະນຸກໍາມະການເຕັກນິກຊາຍແດນຮ່ວມ ລາວ-ກໍາປູເຈຍ, ກໍາປູເຈຍ-ລາວ

ກອງປະຊຸມ ຄັ້ງທີ 12 ຂອງຄະນະອະນຸກໍາມະການເຕັກນິກຊາຍແດນຮ່ວມ ລາວ-ກໍາປູເຈຍ, ກໍາປູເຈຍ-ລາວ

ກອງປະຊຸມຄະນະອະນຸກໍາມະການເຕັກນິກຊາຍແດນຮ່ວມ ລາວ-ກໍາປູເຈຍ ແລະ ກໍາປູເຈຍ-ລາວ ຈັດຂຶ້ນໃນ ວັນທີ 2 ເມສາ 2026 ທີ່ແຂວງແກບ, ລາຊະອານາຈັກກໍາປູເຈຍ, ຄະນະອະນຸກໍາມະການເຕັກນິກຊາຍແດນຝ່າຍລາວ ນໍາໂດຍ ທ່ານ ອານຸພາບ ວົງໝໍ່ແກ້ວ ຮອງລັດຖະ ມົນຕີກະຊວງການຕ່າງປະເທດ, ປະທານຄະນະອະນຸກໍາມະການເຕັກນິກຊາຍແດນຮ່ວມ ລາວ-ກໍາປູເຈຍ ແລະ ຄະນະອະນຸກໍາມະການເຕັກນິກຊາຍແດນຝ່າຍກໍາປູເຈຍ ນໍາໂດຍ ທ່ານ ເອິດ ໂຊທາ ຮອງລັດຖະມົນຕີປະຈໍາຄະນະກໍາມະການຊາຍແດນ ແຫ່ງ ລາຊະອານາຈັກກໍາປູເຈຍ, ປະທານຄະນະອະນຸກໍາມະການເຕັກນິກຊາຍແດນຮ່ວມ ກໍາປູເຈຍ-ລາວ.

ກອງປະຊຸມໄດ້ຮ່ວມກັນປຶກສາຫາລື ແລະ ສັງເກດຕີລາຄາຜົນການຈັດຕັ້ງປະຕິບັດວຽກງານການສໍາຫລວດ ແລະ ປັກຫລັກໝາຍຊາຍແດນຮ່ວມ ລາວ-ກໍາປູເຈຍ ໃນໄລຍະຜ່ານມາແຕ່ເດືອນສິງຫາ 2025 ຫາ ເດືອນມີນາ 2026 ໂດຍສະເພາະຄວາມຄືບໜ້າວຽກງານການສໍາຫລວດກໍານົດຈຸດປັກຫລັກໝາຍຊາຍແດນແບບໃໝ່ ແລະ ປັກຫລັກໝາຍຊາຍແດນເພີ່ມເຕີມ, ມາເຖິງປັດຈຸບັນສອງຝ່າຍສາມາດກໍານົດຈຸດທີ່ຕັ້ງຫລັກໝາຍໄດ້ 256 ຈຸດ ແລະ ກໍ່ສ້າງຫລັກໝາຍຊາຍແດນໄດ້ແລ້ວ 236 ຫລັກໝາຍ. ນອກຈາກນັ້ນ, ກອງປະຊຸມຍັງໄດ້ສັງເກດຕີລາຄາ, ຂໍ້ສະ ດວກ ແລະ ຂໍ້ຫຍຸ້ງຍາກໃນການເຄື່ອນໄຫວວຽກງານພາກສະໜາມ ໂດຍໄດ້ເນັ້ນໃຫ້ເຫັນເຖິງຄວາມຮ່ວມມື, ການອໍານວຍຄວາມສະດວກ, ການຊ່ວຍເຫລືອເຊິ່ງກັນ ແລະ ກັນ ເພື່ອເຮັດໃຫ້ວຽກງານສໍາເລັດຕາມແຜນການທີ່ຂັ້ນເທິງໄດ້ຕົກລົງກັນ. ກອງປະຊຸມໄດ້ຮັບຮອງຜົນການປະຕິບັດວຽກງານຕາມສົນທິສັນຍາວ່າດ້ວຍການກໍານົດຊາຍແດນປະເທດ ລະຫວ່າງ ສປປ ລາວ ກັບ ລາຊະອານາຈັກກໍາປູເຈຍ ໂດຍສະເພາະກໍານົດຈຸດທີ່ຕັ້ງຫລັກໝາຍຊາຍແດນ ແລະ ປັກຫລັກໝາຍຊາຍແດນເພີ່ມເຕີມແບບໃໝ່ (ປັກຫລັກໝາຍຖີ່) ຢູ່ພື້ນທີ່ຕົວຈິງ ແລະ ປຶກສາຫາລືຮ່ວມກັນ ເພື່ອຊອກຫາວິທີການແກ້ໄຂຈຸດຄົງຄ້າງ.

ກອງປະຊຸມຄັ້ງນີ້, ໄດ້ດໍາເນີນໄປພາຍໃຕ້ບັນຍາກາດ ແຫ່ງ ໄມຕີຈິດມິດຕະພາບ, ມີຄວາມເຂົ້າອົກເຂົ້າໃຈ ແລະ ໄດ້ອັດລົງດ້ວຍຜົນສຳເລັດທີ່ຈົບງາມ ຊຶ່ງເປັນການປະກອບສ່ວນສໍາຄັນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນຮ່ວມມືຂອງສອງປະເທດຖານບ້ານໃກ້ເຮືອນຄຽງທີ່ມີມູນເຊື້ອອັນດີງາມມາແຕ່ບູຮານນະການໃຫ້ຂະຫຍາຍຕົວ​ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ ໂດຍສະເພາະ​ວຽກງານສໍາຫລວດ ແລະ ປັກຫລັກໝາຍຊາຍແດນ ລະຫວ່າງສອງປະເທດ ທີ່ມີຄວາມຄືບໜ້າເປັນກ້າວໆ ແນໃສ່ຕອບສະໜອງຄວາມມຸ່ງມາດປາຖະໜາອັນແຮງກ້າຂອງການນໍາຂັ້ນສູງສອງພັກ, ສອງລັດ ກໍຄື ຂອງປະຊາຊົນສອງຊາດ ລາວ-ກໍາປູເຈຍ ໃນການສ້າງຊາຍແດນຂອງສອງປະເທດ ລາວ-ກຳປູເຈຍ ໃຫ້ກາຍເປັນຊາຍແດນແຫ່ງ ສັນຕິພາບ, ມິດຕະພາບ ແລະ ການຮ່ວມມືທີ່ຍາວນານໃຫ້ປະກົດຜົນເປັນຈິງ ແລະ ປັບປຸງຊີວິດການເປັນຢູ່ ແລະ ການໄປມາຫາສູ່ຂອງປະຊາຊົນສອງຊາດ ທີ່ອາໄສຢູ່ລຽບຕາມບໍລິເວນຊາຍແດນໃຫ້ດີຂຶ້ນເທື່ອລະກ້າວ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments