Homeຂ່າວຕ່າງປະເທດເອີຣົບ ຊ່ວຍເຫລືອກູບາ ດ້ວຍມູນຄ່າ 2,32 ລ້ານໂດລາ

ເອີຣົບ ຊ່ວຍເຫລືອກູບາ ດ້ວຍມູນຄ່າ 2,32 ລ້ານໂດລາ

ວິທະຍຸກະຈາຍສຽງ ຫວຽດນາມ: ວັນທີ 01 ເມສາ, ຄະນະກຳມະການເອີຣົບ (ອີຊີ) ແຈ້ງໃຫ້ຮູ້ວ່າ: ໄດ້ປ່ອຍບ້ວງເງິນໜູນຊ່ວຍ ທີ່ມີ ມູນຄ່າ 2 ລ້ານເອີໂຣ (2,32 ລ້ານໂດລາສະຫະລັດ) ໃຫ້ແກ່ກູບາ ເພີ່ມຕື່ມອີກ. ຕາມຖະແຫລງການ ຂອງອີຊີ ລະບຸວ່າ: ບ້ວງເງິນດັ່ງກ່າວ ຈະປະກອບສ່ວນເຂົ້າໃນການໜູນຊ່ວຍວຽກງານພະລາທິການ ໃຫ້ແກ່ຄູ່ຮ່ວມມືມະນຸດສະທຳ ຂອງ ສະຫະພາບເອີຣົບ (ອີຢູ) ໃນການສະໜອງບ້ວງເງິນ ອຸປະຖຳໂດຍດ່ວນ ແລະ ຜູ້ທີ່ມີຄວາມສ່ຽງສູງ, ຍ້ອນວິກິດການດ້ານພະລັງງານໃນປະຈຸບັນ ແລະ ບັນດາຄວາມຫຍຸ້ງຍາກ ກ່ຽວຂ້ອງເຖິງການຈັດແບ່ງທັນຍາຫານ ແລະ ນ້ຳດຶ່ມ ຢູ່ ກູບາ. ບ້ວງເງິນນີ້ແມ່ນເພີ່ມເຕີມໃຫ້ບ້ວງເງິນຊ່ວຍເຫລືອ 4 ລ້ານເອີໂຣ ທີ່ໄດ້ອະນຸມັດຜ່ານກ່ອນໜ້ານັ້ນໃນປີນີ້ ເຊິ່ງເຄີຍສະຫງວນໃຫ້ພາກພື້ນກາຣີເບ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments