ຕອນບ່າຍວັນທີ 1 ເມສາ 2026 ນີ້, ສະຖາບັນອະນາໄມກັນພະຍາດ ແລະ ສົ່ງເສີມສຸຂະພາບກອງທັບ ໄດ້ຈັດຕັ້ງພິທີ ປະກາດລຸລ່ວງນາຍທະຫານພັກການ ເພື່ອກຽມຮັບເບ້ຍບໍານານ, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ບົວສິງ ອິນທະວົງ ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີ ສະຫາຍ ພັນເອກ ສີສຸກ ສີຈັນທອນ ຫົວໜ້າການເມືອງ ສະຖາບັນອະນາໄມກັນພະຍາດ ແລະ ສົ່ງເສີມສຸຂະພາບກອງທັບ, ສະຫາຍ ພັນເອກ ດຣ ພຶດສະພາ ສົນທິລາດ, ຫົວໜ້າການທະຫານສະຖາບັນອະນາໄມກັນພະຍາດ ແລະ ສົ່ງເສີມສຸຂະພາບກອງທັບ, ມີບັນດາຄະນະພັກ-ຄະນະບັນຊາ, ຄະນະພະແນກການ ເຂົ້າຮ່ວມ.
ໃນພິທີ ສະຫາຍ ພັນໂທ ວົງຈັນ ອິນວົງສານ ຮອງຫົວໜ້າພະແນກພະນັກງານ ຫ້ອງການເມືອງ ກົມໃຫຍ່ພະລາທິການກອງທັບ ໄດ້ຜ່ານຂໍ້ຕົກລົງ ຂອງກົມໃຫຍ່ພະລາທິການກອງທັບ ວ່າດ້ວຍການອະນຸມັດໃຫ້ນາຍທະຫານທີ່ຂຶ້ນກັບກົມໃຫຍ່ພະລາທິການກອງທັບ ພັກການເພື່ອກຽມຮັບບໍານານ ຕາມການຄົ້ນຄວ້າ ແລະ ນໍາສະເໜີຂອງກົມພະນັກງານ, ກົມໃຫຍ່ການເມືອງກອງທັບ ຕົກລົງ ອະນຸມັດໃຫ້ນາຍທະຫານ ຈໍານວນ 02 ສະຫາຍ ຢູ່ສະຖາບັນອະນາໄມກັນພະຍາດ ແລະ ສົ່ງເສີມສຸຂະພາບກອງທັບ ພັກການເພື່ອກຽມຮັບເບ້ຍບໍານານ, ໃນນັ້ນ, ໄດ້ປະກາດລຸລ່ວງໃຫ້ ສະຫາຍ ພັນໂທ ເພັງພຸດ ພັດທະນາ ຫົວໜ້າພະແນກແຜນການ-ສັງລວມ ແລະ ສະຫາຍ ພັນໂທ ນາງ ເຂັມພອນ ແສງຕາເຮືອງຮຸ່ງ ຫົວໜ້າຂະແໜງສັກຢາກັນພະຍາດ ພະແນກແມ່-ເດັກ ສະຖາບັນອະນາໄມກັນພະຍາດ ແລະ ສົ່ງເສີມສຸຂະພາບກອງທັບ ພັກການເພື່ອກຽມຮັບບໍານານ.

ໂອກາດນີ້ ສະຫາຍ ພົນຈັດຕະວາ ບົວສິງ ອິນທະວົງ ໄດ້ໂອ້ລົມ ແລະ ສະແດງຄວາມຍ້ອງຍໍຊົມເຊີຍຜົນງານອັນໃຫຍ່ຫຼວງທີ່ 2 ສະຫາຍໄດ້ປະກອບສ່ວນໃນພາລະກິດເພື່ອປະເທດຊາດ, ເພື່ອປະຊາຊົນບັນດາເຜົ່າ, ເພື່ອກອງທັບ ແລະ ກົມກອງໃນຕະຫຼອດໄລຍະຜ່ານມາ, ພ້ອມທັງຊີນໍາໃຫ້ສືບຕໍ່ປະກອບສ່ວນສ້າງສາພັດທະນາເສດຖະກິດຄອບຄົວ, ປະກອບສ່ວນຢູ່ໃນອໍານາດການປົກຄອງບ້ານ, ເມືອງຕາມຄວາມອາດສາມາດ, ພວກເຮົາຈະຂໍຈົດຈໍາຄຸນງາມຄວາມດີ, ຜົນສໍາເລັດໄວ້ໃນມູນເຊື້ອຂອງກົມກອງ, ຈົດຈໍາໄວ້ໃນຈິດໃຈຂອງບັນດານາຍ ແລະ ພົນທະຫານໃນກອງທັບ ເວົ້າລວມ, ເວົ້າສະເພາະກົມໃຫຍ່ພະລາທິການກອງທັບ ກໍຄືນາຍ ແລະ ພົນທະຫານສະຖາບັນອະນາໄມກັນພະຍາດ ແລະ ສົ່ງເສີມສຸຂະພາບກອງທັບ.

