Homeຂ່າວຕ່າງປະເທດອົງການຂໍ້ມູນຂ່າວສານໂລກ ຈະມີຜົນສະທ້ອນຕໍ່ບັນດາປະເທດໃນອາຊຽນ ຄືແນວໃດ?

ອົງການຂໍ້ມູນຂ່າວສານໂລກ ຈະມີຜົນສະທ້ອນຕໍ່ບັນດາປະເທດໃນອາຊຽນ ຄືແນວໃດ?

ວິທະຍຸໂທລະພາບສູນກາງຈີນ CMG ໄດ້ລາຍງານວ່າ: ຫວ່າງມໍ່ໆມານີ້, ອົງການຂໍ້ມູນຂ່າວສານໂລກ ຫລື WDO ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການຢູ່ນະຄອນຫລວງປັກກິ່ງ ຂອງຈີນ. ອົງການດັ່ງກ່າວເປັນອົງການຈັດຕັ້ງສາກົນທາງວິຊາການແຫ່ງທໍາອິດ ທີ່ສຸມໃສ່ການຄຸ້ມຄອງຂໍ້ມູນຂ່າວສານ, ການສ້າງຕັ້ງອົງການນີ້ບໍ່ພຽງແຕ່ໄດ້ເລີ່ມ “ເວລາປັກກິ່ງ” ສໍາລັບການຄຸ້ມຄອງຂໍ້ມູນຂ່າວສານໂລກເທົ່ານັ້ນ, ຍັງມີການພົວພັນຢ່າງໃກ້ຊິດກັບອະນາຄົດດ້ານດີຈິຕອນຂອງອາຊຽນ ເຊິ່ງລວມທັງລາວ ອີກດ້ວຍ. ອົງການຈັດຕັ້ງສາກົນດັ່ງກ່າວທີ່ສ້າງຕັ້ງຂຶ້ນຢູ່ນະຄອນຫລວງປັກກິ່ງ ນັ້ນຈະນໍາມາເຊິ່ງຜົນປະໂຫຍດໃຫ້ແກ່ລາວ ແລະ ປະເທດອື່ນໆໃນອາຊຽນ ອີກດ້ວຍ.

ປັດຈຸບັນ, ຂໍ້ມູນຂ່າວສານໄດ້ກາຍເປັນປັດໄຈໃນການຜະລິດທີ່ສໍາຄັນ, ເສດຖະກິດດີຈີຕອນ ໄດ້ຫັນປ່ຽນຮູບແບບການພັດທະນາຂອງປະເທດຕ່າງໆຢ່າງເລິກເຊິ່ງ. ເປັນເວລາດົນນານມາແລ້ວ, ການຄຸ້ມຄອງຂໍ້ມູນຂ່າວສານໂລກ ຜະເຊີນໜ້າກັບບັນຫາຕ່າງໆ ເຊັ່ນ: ມາດຕະຖານບໍ່ເປັນເອກະພາບກັນ, ການໄຫລວຽນຂ້າມຊາຍແດນບໍ່ໂລ່ງລ່ຽນ, ຄວາມແຕກໂຕນກັນດ້ານການພັດທະນາພົ້ນເດັ່ນ ແລະ ອື່ນໆ, ບາງປະເທດທີ່ພັດທະນາແລ້ວ ໃນຕາເວັນຕົກໄດ້ຊຸກຍູ້ “ການຄອບງໍາດ້ານຂໍ້ມູນຂ່າວສານ” ໂດຍອີງໃສ່ທ່າໄດ້ປຽບດ້ານເຕັກໂນໂລຊີ ແລະ ລະບຽບການ, ໄດ້ບີບຮັດອະທິປະໄຕດ້ານດີຈີຕອນ ແລະ ພື້ນທີ່ການພັດທະນາຂອງບັນດາປະເທດກໍາລັງພັດທະນາ, ເຮັດໃຫ້ປະເທດທີ່ມີເສດຖະກິດດີຈີຕອນ ຈະເລີນໃໝ່ຄືປະເທດລາວ ຍິ່ງງ່າຍທີ່ຈະຕົກຢູ່ໃນທ່າເສຍປຽບໃນການແຂ່ງຂັນດ້ານດີຈີຕອນຂອງໂລກ. WDO ຖືເອົາການຫລຸດຜ່ອນຊ່ອງວ່າງດ້ານດີຈີຕອນ, ຊຸກຍູ້ຂໍ້ມູນຂ່າວສານໃຫ້ມີການໄຫລວຽນຢ່າງປອດໄພ ແລະ ເປັນລະບຽບດີ, ທັງຊ່ວຍເຫລືອປະເທດກໍາລັງພັດທະນາ ໃນການຍົກລະດັບຄວາມສາມາດເປັນເປົ້າໝາຍ ເຊິ່ງສອດຄ່ອງກັບຄວາມຕ້ອງການດ້ານການພັດທະນາດີຈີຕອນ ແລະ ສອດຄ່ອງກັບທິດທາງການຮ່ວມມືດ້ານດີຈີຕອນ ລະຫວ່າງ ຈີນ-ອາຊຽນ ໃນລະດັບສູງ, ພ້ອມທັງໄດ້ສະໜອງເວທີອັນໃໝ່ອ່ຽມເພື່ອແກ້ໄຂຄວາມຫຍຸ້ງຍາກດ້ານການພັດທະນາດີຈີຕອນ ສໍາລັບລາວ.

ການຮ່ວມມືລະຫວ່າງ ຈີນ-ລາວ ໄດ້ສ້າງພື້ນຖານອັນໜັກແໜ້ນໃຫ້ແກ່ການພັດທະນາຄູ່ກັນໃນຂົງເຂດຂໍ້ມູນຂ່າວສານລະຫວ່າງສອງປະເທດ ເຊິ່ງການສ້າງຕັ້ງຂຶ້ນຂອງ WDO ຈະເປີດກວ້າງປະສິດທິຜົນຂອງຜົນສໍາເລັດດ້ານການຮ່ວມມືເຫລົ່ານີ້ຕື່ມອີກ. ໂຄງການເສັ້ນທາງລົດໄຟ ລາວ-ຈີນ ໄດ້ຊຸກຍູ້ການໄຫລວຽນທີ່ມີປະສິດທິພາບສູງດ້ານການຈໍລະຈອນສິນຄ້າ, ກະແສຜູ້ໂດຍສານ ແລະ ການໄຫລວຽນດ້ານທຶນ, ຂະນະທີ່ຄວາມໂລ່ງລ່ຽນດ້ານການແລກປ່ຽນຂໍ້ມູນຂ່າວສານ ເປັນຂໍກຸນແຈສໍາຄັນໃນການຍົກລະດັບປະສິດທິຜົນຂອງການນໍາໃຊ້ທາງລົດໄຟ ແລະ ການຂະຫຍາຍການຄ້າຂ້າມຊາຍແດນ; ໂຄງການສູນຮ່ວມມືການປະດິດສ້າງໃໝ່ດ້ານປັນຍາປະດິດ ລາວ-ຈີນ ແລະ ສູນທຸລະກິດການຄ້າດີຈີຕອນ ໄດ້ຮັບການຈັດຕັ້ງປະຕິບັດ, ການທົດລອງຊໍາລະເງິນຂ້າມຊາຍແດນດ້ວຍເງິນຢວນດີຈີຕອນຢູ່ລາວ ໄດ້ປະສົບຜົນສໍາເລັດ, ບວກກັບໂຄງການການຄ້າທາງເອເລັກໂຕຣນິກຂ້າມຊາຍແດນ, ດ່ານອັດສະລິຍະ, ການຫັນຂົງເຂດກະສິກໍາໃຫ້ເປັນດີຈີຕອນ ແລະ ອື່ນໆໄດ້ຮັບການຊຸກຍູ້ຢ່າງໝັ້ນທ່ຽງ, ພຶດຕິກໍາຕົວຈິງເຫລົ່ານີ້ລ້ວນແຕ່ຕ້ອງການລະບຽບດ້ານຂໍ້ມູນຂ່າວສານທີ່ເປັນເອກະພາບກັນ, ສະພາບແວດລ້ອມການໄຫລວຽນທີ່ປອດໄພ ແລະ ການຮັບປະກັນດ້ານຄວາມສາມາດແບບຍືນຍົງ. WDO ຊຸກຍູ້ການປະສານສົມທົບກັນດ້ານມາດຕະຖານຂໍ້ມູນຂ່າວສານ, ຄວາມປອດໄພ ແລະ ຄວາມເປັນລະບຽບດ້ານການໄຫລວຽນຂ້າມຊາຍແດນ ແລະ ການແບ່ງປັນບົດຮຽນດ້ານການຄຸ້ມຄອງບໍລິຫານ ເຊິ່ງຈະສາມາດແກ້ໄຂບັນຫາຕ່າງໆໃນການຮ່ວມມືລະຫວ່າງ ຈີນ-ລາວ ເຊັ່ນ: ຄວາມຫຍຸ້ງຍາກໃນການເຊື່ອມໂຍງດ້ານຂໍ້ມູນຂ່າວສານ ໃຫ້ສອດຄ່ອງກັບຂໍ້ກໍານົດ, ການຢັ້ງຢືນເຊິ່ງກັນ ແລະ ກັນບໍ່ໂລ່ງລ່ຽນ, ຕົ້ນທຶນການປະສານສົມທົບກັນດ້ານເຕັກໂນໂລຊີມີລາຄາສູງ ແລະ ອື່ນໆ, ເຮັດໃຫ້ໂຄງການດີຈີຕອນໃນປັດຈຸບັນດໍາເນີນໄປຢ່າງໂລ່ງລ່ຽນກວ່າເກົ່າ ແລະ ເຮັດໃຫ້ການຮ່ວມມືລະຫວ່າງສອງປະເທດມີພື້ນທີ່ກວ້າງຂວາງກວ່າເກົ່າ.

ເມື່ອເບິ່ງຈາກລະດັບພາກພື້ນແລ້ວ, ອາຊຽນ ພວມອອກແຮງຊຸກຍູ້ການສ້າງປະຊາຄົມຮ່ວມດ້ານດີຈີຕອນ, ຈີນ ແລະ ອາຊຽນ ເປັນຄູ່ການຄ້າໃຫຍ່ອັນດັບໜຶ່ງຂອງກັນ ແລະ ກັນເຊິ່ງມີທ່າແຮງບົ່ມຊ້ອນອັນມະຫາສານໃນການຮ່ວມມືດ້ານດີຈີຕອນ, ພ້ອມດຽວກັນນີ້, ການຮ່ວມມືດ້ານເສດຖະກິດດີຈີຕອນ ລະຫວ່າງ ຈີນ-ອາຊຽນ ໄດ້ເຂົ້າສູ່ລວງເລິກຢ່າງຕໍ່ເນື່ອງ, ສັງເກດໄດ້ຈາກໂຄງການສູນຂໍ້ມູນຂ່າວສານ ຈີນ-ອາຊຽນ, ສາຍໃຍແກ້ວຂ້າມຊາຍແດນ, ພື້ນຖານໂຄງລ່າງ 5G ແລະ ອື່ນໆໄດ້ຮັບການປັບປຸງໃຫ້ສົມບູນຂຶ້ນເລື້ອຍໆ, ຂະນະທີ່ເຂດການຄ້າເສລີ ຈີນ-ອາຊຽນ 3.0 ໄດ້ຈັດໃຫ້ເສດຖະກິດດີຈີຕອນ ເຂົ້າເປັນໜຶ່ງໃນບັນດາເນື້ອໃນຂອງເຂດການຄ້າດັ່ງກ່າວເປັນເທື່ອທໍາອິດ. ຢ່າງໃດກໍຕາມ, ຄວາມແຕກໂຕນກັນດ້ານລະບຽບການຂໍ້ມູນຂ່າວສານ ແລະ ຄວາມສາມາດດ້ານດີຈີຕອນ ຢູ່ໃນພາກພື້ນຍັງຄົງເປັນປັດໄຈຈໍາກັດຕໍ່ການຍົກລະດັບການຮ່ວມມືລະຫວ່າງ ຈີນ-ອາຊຽນ ໃຫ້ມີຄຸນນະພາບສູງຂຶ້ນ. WDO ໄດ້ເຕົ້າໂຮມຫລາຍອົງກອນຈາກທົ່ວໂລກໂດຍກວມເອົາຫລາຍຂົງເຂດ ແລະ ຂະແໜງການ ເຊິ່ງສາມາດປະກອບສ່ວນເຂົ້າໃນການສ້າງໂຄງລ່າງການຄຸ້ມຄອງຂໍ້ມູນຂ່າວສານທີ່ສອດຄ່ອງ ແລະ ສາມາດຢັ້ງຢືນເຊິ່ງກັນ ແລະ ກັນ ລະຫວ່າງ ຈີນ-ອາຊຽນ, ຊຸກຍູ້ການປະຍຸກໃຊ້ໃນດ້ານຕ່າງໆ ເປັນຕົ້ນແມ່ນການຜ່ານດ່ານດີຈີຕອນ, ການບໍລິການຂໍ້ມູນເຄຣດິດຂ້າມຊາຍແດນ, ການຊອກຫາແຫລ່ງກໍາເນີດຂອງສິນຄ້າ ແລະ ອື່ນໆ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທໍາ ເພື່ອແບ່ງປັນຜົນປະໂຫຍດຈາກຂົງເຂດດີຈີຕອນຂອງສັນຍາການພົວພັນຄູ່ຮ່ວມເສດຖະກິດຮອບດ້ານຂອງພາກພື້ນ ຫລື RCEP.

ໃນອະນາຄົດ, ຄຽງຄູ່ກັບວຽກງານຕ່າງໆຂອງ WDO ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທໍາ, ການຮ່ວມມືດ້ານຂໍ້ມູນຂ່າວສານ ລະຫວ່າງ ຈີນ-ລາວ ກໍຄື ຈີນ-ອາຊຽນ ຈະນັບມື້ເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງ, ຂະນະທີ່ຂໍ້ມູນຂ່າວສານຈະເພີ່ມປະສິດທິພາບໃຫ້ແກ່ເສັ້ນທາງລົດໄຟ ລາວ-ຈີນ, ການຄ້າຂ້າມຊາຍແດນ, ການບໍລິການສາທາລະນະ ແລະ ຂົງເຂດອື່ນໆໃຫ້ດີຂຶ້ນກວ່າເກົ່າ, ເຮັດໃຫ້ປະຊາຊົນໄດ້ຮັບຜົນປະໂຫຍດຈາກເຕັກໂນໂລຊີດີຈີຕອນຢ່າງແທ້ຈິງ ເພື່ອເພີ່ມແຮງຂັບເຄື່ອນແບບຍືນຍົງໃຫ້ແກ່ລາວ ແລະ ອາຊຽນ ໃນການບັນລຸການພັດທະນາແບບຍືນຍົງ ກໍຄື ເຊື່ອມໂຍງເຂົ້າໃນການຮ່ວມມືລະດັບພາກພື້ນຢ່າງເລິກເຊິ່ງ, ພ້ອມທັງເຮັດໃຫ້ຄູ່ຮ່ວມຊາຕາກໍາ ຈີນ-ລາວ ແລະ ປະຊາຄົມຮ່ວມຊາຕາກໍາ ຈີນ-ອາຊຽນ ມີຄວາມແໜ້ນແຟ້ນ ແລະ ໝັ້ນຄົງຍິ່ງໆຂຶ້ນໃນຍຸກດີຈີຕອນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments