Homeຂ່າວໜ້າໜຶ່ງໂຮມຊຸມນຸມ ສະຫລອງວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 65 ປີ

ໂຮມຊຸມນຸມ ສະຫລອງວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 65 ປີ

ພິທີໂຮມຊຸມນຸມ ສະເຫລີມສະຫລອງວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 65 ປີ (05/04/1961-05/04/2026) ຈັດຂຶ້ນໃນວັນທີ 3 ເມສາ 2026 ຢູ່ກະຊວງປ້ອງກັນຄວາມສະຫງົບ ໂດຍການ ເປັນປະທານຂອງ ທ່ານ ພົນໂທ ວັນທອງ ກອງມະນີ ຄະນະເລຂາທິການສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ມີການນໍາ, ອະດີດການນຳ ກະຊວງປ້ອງກັນຄວາມສະຫງົບ, ພະນັກງານອາວຸໂສ-ບໍານານ, ບັນດາກົມກອງອ້ອມຂ້າງກະຊວງ, ພ້ອມດ້ວຍພະນັກງານຫລັກແຫລ່ງ ເຂົ້າຮ່ວມ.

ໃນພິທີ ທ່ານ ພົນຕີ ສິນທະວົງ ໄຊຍະກອນ ອະດີດກໍາມະການສູນກາງພັກ, ອະດີດຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ຍົກໃຫ້ເຫັນຄວາມເປັນມາ ຂອງວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ, ການເຕີບໃຫຍ່ຂະຫຍາຍຕົວ ແລະ ຜົນງານໄຊຊະນະແຕ່ລະໄລຍະ ຂອງກຳລັງປ້ອງກັນຄວາມສະຫງົບປະຊາຊົນ ໂດຍພັກ-ລັດ ໄດ້ຕົກລົງກຳນົດເອົາ ວັນທີ 5 ເມສາ 1961 ເປັນວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ຕາມດໍາລັດສະບັບ ເລກທີ 277/ນຍ, ລົງວັນທີ 1 ກັນຍາ 2005 ຊຶ່ງມາຮອດວັນທີ 5 ເມສາ 2026 ພໍດີ ຄົບຮອບ 65 ປີ. ການກໍາເນີດຂອງກໍາລັງປ້ອງກັນຄວາມສະຫງົບປະຊາຊົນລາວ ແມ່ນມີຄວາມໝາຍສໍາຄັນທາງດ້ານການເມືອງອັນໃຫຍ່ຫລວງ ໃນປະຫວັດສາດຂອງຊາດລາວ, ນັບແຕ່ມື້ສ້າງຕັ້ງ, ກໍາລັງປ້ອງກັນຄວາມສະຫງົບ ໄດ້ເຊື່ອມຊຶມ ແລະ ປະຕິບັດ 3 ໜ້າທີ່ ຄື: ຕໍາຫລວດຕ້ອງຮູ້ເຮັດວຽກງານກໍ່ສ້າງຮາກຖານການເມືອງ ແລະ ພັດທະນາຊົນນະບົດ, ຕຳຫລວດຕ້ອງຮູ້ເຮັດວຽກງານສືບຂ່າວກຳສະພາບການ, ຕຳຫລວດຕ້ອງຮູ້ກົດໝາຍພາຍໃນ ແລະ ຕ່າງປະເທດ. ພ້ອມກັນນັ້ນ, ກໍາລັງປ້ອງກັນຄວາມສະຫງົບ ຍັງໄດ້ເຄື່ອນໄຫວປ້ອງກັນ, ຝຶກແອບຮໍ່າຮຽນ, ປັບປຸງກໍາລັງ, ເພີ່ມພູນຜະລິດຜົນ ຫາລ້ຽງກຸ້ມຕົນເອງດ້ວຍການສ້າງພະລາທິການກັບທີ່, ທັງຂົນຂວາຍ, ກໍ່ສ້າງຮາກຖານ ຊຶ່ງໄດ້ຮັບຄວາມຮັກແພງ, ອູ້ມຊູຊ່ວຍເຫລືອຈາກປະຊາຊົນບັນດາເຜົ່າຕະຫລອດມາ, ເຖິງວ່າໃນເບື້ອງຕົ້ນກໍາລັງເຮົາຍັງອ່ອນນ້ອຍ, ການປະກອບອາວຸດ, ພາຫະນະຫລ້າສະໄໝ, ລະດັບເຕັກນິກວິທະຍາສາດບໍ່ທັນສູງ, ແຕ່ຍ້ອນຄວາມຮຽກຮ້ອງຕ້ອງການຂອງປະເທດຊາດ, ກໍາລັງປ້ອງກັນຄວາມສະຫງົບ ໄດ້ເດັດດ່ຽວເສີມຂະຫຍາຍນໍ້າໃຈຮັກຊາດ, ຮັກຄວາມເປັນເອກະລາດ ແລະ ຜືນແຜ່ນດິນອັນອຸດົມຮັ່ງມີຂອງຕົນ, ບໍ່ຍອມເປັນຂ້ອຍຂ້າໃຫ້ແກ່ຊາດອື່ນ ໄດ້ພ້ອມກັບກອງທັບ, ປະຊາຊົນບັນດາເຜົ່າ ຕໍ່ສູ້ຕ້ານການຮຸກຮານຂອງຈັກກະພັດພາຍນອກ ແລະ ລູກແຫລງຕີນມືຂາຍຊາດ.

ຕະຫລອດ 65 ປີ ແຫ່ງການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ ຂອງກໍາລັງປ້ອງກັນຄວາມສະຫງົບ ພາຍໃຕ້ການນໍາພາຂອງພັກປະຊາຊົນ ປະຕິວັດລາວ ແມ່ນປະຫວັດສາດແຫ່ງການທົດສອບອັນໃຫຍ່ຫລວງ ໃນການຕໍ່ສູ້ອັນຍືດເຍື້ອຍາວນານ ເພື່ອຍາດເອົາຄວາມເປັນເອກະລາດແຫ່ງຊາດ; ຕະຫລອດໄລຍະທາງອັນລະອິດລະອ້ຽວ, ຫຍຸ້ງຍາກລໍາບາກທີ່ສຸດນັ້ນ, ແຕ່ກໍປ່ຽມລົ້ນໄປດ້ວຍຜົນງານ ແລະ ໄຊຊະນະອັນສະຫງ່າລາສີ, ພາຍໃຕ້ການນໍາພາອັນສະຫລາດສ່ອງໃສ ຂອງພັກປະຊາຊົນ ປະຕິວັດລາວ, ກໍາລັງປ້ອງກັນຄວາມສະຫງົບ ໄດ້ສາມັກຄີເປັນຈິດໜຶ່ງໃຈດຽວໃນການປະຕິບັດໜ້າທີ່ການເມືອງ, ທັງປະສານສູ້ຮົບຢ່າງພິລະອາດຫານ, ອອກແຮງປັບປຸງ, ກໍ່ສ້າງກໍາລັງຂອງຕົນ ໃຫ້ນັບມື້ເຂັ້ມແຂງ ແລະ ຂະຫຍາຍຕົວເປັນລໍາດັບມາ.

ຕະຫລອດໄລຍະ 65 ປີ ກໍາລັງປ້ອງກັນຄວາມສະຫງົບ ໄດ້ເຮັດຫລ້ອນໜ້າທີ່ອັນໃຫຍ່ຫລວງທີ່ພັກ ແລະ ປະຊາຊົນມອບໝາຍໃຫ້ ຊຶ່ງເປັນພື້ນຖານອັນໜັກແໜ້ນໃຫ້ການປັບປຸງກໍາລັງປະກອບອາວຸດ ກ້າວສູ່ແບບແຜນທີ່ທັນສະໄໝ ເພື່ອອະນາຄົດອັນສົດໃສຂອງປະເທດຊາດ ແລະ ສືບຕໍ່ເສີມຂະຫຍາຍມູນເຊື້ອ, ຜົນງານທີ່ຍາດມາໄດ້ ແລະ ສືບຕໍ່ປະຕິບັດແນວທາງປ່ຽນແປງໃໝ່ຂອງພັກ, ປະຕິບັດໜ້າທີ່ການເມືອງໃຫ້ມີໝາກຜົນດີກວ່າເກົ່າ, ນໍາພາກໍາລັງພວກເຮົາ ກ້າວຂຶ້ນສ້າງທ່ວງທ່າໃໝ່ຢ່າງໜັກແໜ້ນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments