ວັນທີ 2 ເມສາ 2026, ໂຮງຮຽນເຫຼົ່າຮົບສ່າງແສງ 506 ໄດ້ຈັດພິທີ ເປີດບັ້ນອົບຮົມ-ຫັດແອບ ການເມືອງ, ການທະຫານ, ພະລາທິການ ແລະ ເຕັກນິກ ປະຈຳປີ 2026 ໃຫ້ແກ່ພະນັກງານ-ນັກຮົບທົ່ວໂຮງຮຽນ, ໂດຍການເປັນປະທານຂອງສະຫາຍ ພັນໂທ ອານຸສັກ ພົມວົງສາ ຫົວໜ້າການທະຫານ, ອຳນວຍການໂຮງຮຽນ 506, ມີຮອງຫົວໜ້າພະແນກອົບຮົມກົມສ່າງແສງ, ຄະນະພັກ-ຄະນະອໍານວຍການ, ຄະນະບັນຊາພະແນກການ, ກອງພັນ, ຄູ-ອາຈານ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ, ສະຫາຍ ພັນໂທ ພົມມະນີ ລາດສະບຸດ, ຮອງອຳນວຍການ, ຫົວໜ້າພະແນກອົບຮົມ ໄດ້ຜ່ານແຜນການອົບຮົມ-ຫັດແອບ ເຊິ່ງເນັ້ນໃສ່ການຜັນຂະຫຍາຍຄຳສັ່ງແນະນຳຂອງກົມໃຫຍ່ເສນາທິການ, ກົມອົບຮົມ ແລະ ກົມສ່າງແສງ ເພື່ອຍົກລະດັບຄວາມຮູ້-ຄວາມສາມາດດ້ານສິລະປະຍຸດ, ຍຸດທະວິທີ ແລະ ວິຊາສະເພາະເຫຼົ່າຮົບໃຫ້ມີຄວາມຊຳນິຊຳນານ, ມີໄຫວພິກຄ່ອງແຄ້ວ ເພື່ອຮັບປະກັນການກຽມພ້ອມສູ້ຮົບ ແລະ ການຕອບໂຕ້ໄພພິບັດທຳມະຊາດ. ໂດຍຈຸດປະສົງ ແລະ ຄາດໝາຍຂອງບັ້ນອົບຮົມ: ສຸມໃສ່ເນື້ອໃນຫຼັກ 4 ພາກຄື: ການເມືອງ, ການທະຫານ, ພະລາທິການ ແລະ ເຕັກນິກ, ພ້ອມນີ້, ຍັງອົບຮົມຄູການທະຫານ ແລະ ການນຳໃຊ້ພາຫະນະວິຊາສະເພາະໃນການກອບກູ້ໄພພິບັດ. ຄາດວ່າຜົນການອົບຮົມແຕ່ລະດ້ານຕ້ອງບັນລຸ 85% ຂຶ້ນໄປ, ໄລຍະເວລາ: ກໍານົດ 185 ວັນ, ໂດຍແບ່ງອອກເປັນ 2 ໄລຍະ, ຜູ້ເຂົ້າຮ່ວມ: ມີນັກຮຽນລະບົບບໍາລຸງ ແລະ ກໍ່ສ້າງ ຈໍານວນ 80 ສະຫາຍ ແລະ ພະນັກງານ-ນັກຮົບທົ່ວກົມກອງເຂົ້າຮ່ວມທັງໝົດ 235 ສະຫາຍ.

ຕອນທ້າຍພິທີ, ສະຫາຍ ພັນໂທ ອານຸສັກ ພົມວົງສາ ໄດ້ມີຄຳເຫັນໂອ້ລົມ ແລະ ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາທຸກຂັ້ນ, ຄູ-ອາຈານ ແລະ ນັກຮົບທຸກສະຫາຍ ຈົ່ງເຊີດຊູຄວາມຮັບຜິດຊອບ, ກໍາແໜ້ນເນື້ອໃນບົດຮຽນ ແລະ ທິດສະດີຫຼັກການຢ່າງເຂັ້ມງວດ. ພ້ອມທັງຕັ້ງໜ້າເຝິກຝົນຫຼໍ່ຫຼອມກຳລັງແຮງກາຍ, ປະຕິບັດລະບຽບວິໄນໃຫ້ເຂັ້ມງວດ ເພື່ອເຮັດໃຫ້ບັ້ນອົບຮົມຄັ້ງນີ້ ມີຄຸນນະພາບສູງ, ຮັບປະກັນຄວາມປອດໄພ 100% ແລະ ກາຍເປັນກຳລັງທີ່ເຂັ້ມແຂງ, ທັນສະໄໝ ໃຫ້ແກ່ກອງທັບໃນສະເພາະໜ້າ ແລະ ຍາວນານ.

