Homeຂ່າວຕ່າງປະເທດສ.ເກົາຫລີ ເລັ່ງຂະຫຍາຍຂໍ້ຈຳກັດການໃຊ້ລົດ

ສ.ເກົາຫລີ ເລັ່ງຂະຫຍາຍຂໍ້ຈຳກັດການໃຊ້ລົດ

ສຳນັກຂ່າວ ຕ່າງປະເທດ ລາຍງານ ຈາກ ນະຄອນຫລວງ ເຊອຸນ ປະເທດ ສ.ເກົາຫລີ ເມື່ອບໍ່ດົນມານີ້ວ່າ: ເຈົ້າໜ້າທີ່ ລະດັບສູງ ຂອງ ສ.ເກົາຫລີ ກ່າວວ່າ ລັດຖະບານ ພວມພິຈາລະນາ ຂະຫຍາຍ ມາດຕະການ ຈຳກັດ ການຂັບຂີ່ລົດ ໃຫ້ຄວບຄຸມ ປະຊາຊົນ ທົ່ວໄປ ຖ້າຫາກ ລາຄາ ນໍ້າມັນໂລກ ປັບຕົວຂຶ້ນສູງ ອີກຕໍ່ໄປ, ເພື່ອຄວບຄຸມ ຄວາມຕ້ອງການ ໃຊ້ພະລັງງານ ທ່າມກາງ ພາວະຂາດແຄນ ອັນເນື່ອງມາຈາກ ສົງຄາມ.

ໂດຍ ທ່ານ ຄູ ຢຸນ-ຊອນ ລັດຖະມົນຕີ ການເງິນ ສ.ເກົາຫລີ ກ່າວວ່າ ລັດຖະບານ ສ.ເກົາຫລີ ໄດ້ຂະຫຍາຍ ຂໍ້ຈຳກັດ ການນໍາໃຊ້ ລົດສ່ວນບຸກຄົນ ອອກໄປ ນອກຈາກ ສະຖາບັນ ຂອງ ລັດ ຖ້າຫາກ ລາຄາ ນໍ້າມັນດີບ ປັບຕົວສູງເຖິງ ລະດັບ 120-130 ໂດລາ ສະຫະລັດ ຕໍ່ຖັງ, ປັດຈຸບັນ ລາຄານໍ້າ ຢູ່ໃນ ລະຫວ່າງ 100-110 ໂດລາສະຫະລັດ ຕໍ່ຖັງ.

ຖ້າຫາກ ນະໂຍບາຍດັ່ງກ່າວ ຂະຫຍາຍໄປສູ່ ປະຊາຊົນທົ່ວໄປ ຈະຖືເປັນ ການຈຳກັດ ການຂັບຂີ່ລົດ ທົ່ວປະເທດຄັ້ງທຳອິດ ຂອງ ປະເທດ, ໃນຂະນະນັ້ນ ລັດຖະບານ ໄດ້ກຳນົດ ລະບົບໝູນວຽນລົດທຸກ 10 ວັນ ເພື່ອປະຢັດພະລັງງານ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments