Homeຂ່າວຕ່າງປະເທດຫວຽດນາມ-ເກຣັກ ເພີ່ມທະວີການຮ່ວມມື ດ້ານແຮງງານ

ຫວຽດນາມ-ເກຣັກ ເພີ່ມທະວີການຮ່ວມມື ດ້ານແຮງງານ

ວິທະຍຸ ກະຈາຍສຽງ ຫວຽດນາມ: ເມື່ອບໍ່ດົນມານີ້, ທ່ານນາງ ຟ້າມທິທູເຮືອງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ເກຣັກ ໄດ້ມີການ ພົບປະ ແລະ ເຮັດວຽກຮ່ວມກັບ ທ່ານ Athanasios Plevris, ລັດຖະມົນຕີ ກະຊວງອົບພະຍົບ ແລະ ລີ້ໄພ ເກຣັກ ເພື່ອແລກປ່ຽນ ກ່ຽວກັບ ການຮ່ວມມື ດ້ານແຮງງານ ລະຫວ່າງ 2 ປະເທດ.

ໃນການພົບປະ, ທ່ານເອກອັກ ຄະລັດຖະທູດ ນາງ ຟ້າມທິທູເຮືອງ ໃຫ້ຮູ້ວ່າ ຫວຽດນາມ ປາດຖະໜາ ຢາກລົງນາມ ໃນບົດບັນທຶກຊ່ວຍຈຳ ກ່ຽວກັບ ການຮ່ວມມື ດ້ານແຮງງານ ລະຫວ່າງ 2 ປະເທດ ຢ່າງວ່ອງໄວ ເພື່ອສ້າງຂອບເຂດໃຫ້ແກ່ ວິວັດການຮ່ວມມື ແລະ ສ້າງເງື່ອນໄຂ ຄວາມສະດວກ ກໍຄື ການຮັບປະກັນ ສິດທິຜົນປະໂຫຍດ ໃຫ້ແກ່ຜູ້ອອກແຮງງານ ເພື່ອໃຫ້ຄວາມສອດຄ່ອງກັບ ກົດໝາຍຂອງ 2 ຝ່າຍ.

ສ່ວນ ທ່ານ Athanasios Plevris ໃຫ້ຮູ້ວ່າ: ເກຣັກ ປາດຖະໜາ ຢາກເພີ່ມທະວີ ການຮ່ວມມື ແລະ ລົງນາມໃນຂໍ້ຕົກລົງຮ່ວມມື ດ້ານແຮງງານ ກັບ ບັນດາປະເທດ, ໃນນັ້ນ ລວມມີ ຫວຽດນາມ, ເພື່ອເຮັດໃຫ້ ຜູ້ອອກແຮງງານ ຕ່າງປະເທດ ຢູ່ ເກຣັກ ເຮັດວຽກ ຢ່າງຖືກຕ້ອງ ຕາມກົດໝາຍ, ຕອບສະໜອງ ຄວາມຕ້ອງການ ດ້ານແຫລ່ງຊັບພະຍາກອນມະນຸດ ໃຫ້ແກ່ ການເຕີບໂຕ ແລະ ພັດທະນາເສດຖະກິດ ຂອງປະເທດຊາດ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments