Homeແຈ້ງການສໍາຄັນພະຍາກອນອາກາດ ປະຈໍາເຊົ້າວັນທີ 03 ເມສາ 2026

ພະຍາກອນອາກາດ ປະຈໍາເຊົ້າວັນທີ 03 ເມສາ 2026

ຄວາມກົດດັນຕ່ຳຂອງອາກາດຮ້ອນຍັງສືບຕໍ່ປົກຄຸມດ້ວຍກໍາລັງປານກາງ ຫາ ແຮງ, ສົມທົບກັບກະແສລົມຕາເວັນຕົກ-ຕາເວັນຕົກສ່ຽງໃຕ້ພ້ັດປົກຄຸມ, ຊຶ່ງຈະເຮັດໃຫ້ອາກາດຈະຮ້ອນ ຫາ ຮ້ອນເອົ້າ ພ້ອມມີໝອກແຫ້ງປົກຫຸ້ມຢູ່ທົ່ວໄປໃນຕອນກາງເວັນ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື່ອມໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ.

ຄໍາເຕືອນ: ຂໍແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ, ອົງການປົກຄອງ ແລະ ອົງການຈັດຕັ້ງທຸກພາກສ່ວນ ຈົ່ງມີສະຕິລະມັດລະວັງຕໍ່ສະພາບອາກາດຮ້ອນເອົ້າຫລາຍ, ຊຶ່ງຈະເຮັດໃຫ້ເກີດມີອັກຄີໄພ, ໄຟຟ້າລັດວົງຈອນ, ຜົນກະທົບຕໍ່ສຸຂະພາບຂອງຜູ້ເຖົ້າ ແລະ ເດັກນ້ອຍ, ໂລກລົມແດດ (Heat stroke) ພ້ອມນີ້ໃຫ້ຫລີກລ່ຽງກິດຈະກໍາກາງແຈ້ງເປັນເວລາດົນ. ເນື່ອງຈາກໃນໄລຍະນີ້ໄດ້ມີສະພາບອາກາດຮ້ອນເອົ້າ ຫາ ຮ້ອນເອົ້າຫລາຍໃນໄລຍະຕອນບ່າຍ, ຊຶ່ງອາດຈະເຮັດໃຫ້ເກີດມີຟ້າຮ້ອງ ຟ້າເຫລື້ອມ, ຟ້າຜ່າ, ໝາກເຫັບຕົກ ແລະ ລົມພັດແຮງຢູ່ບາງທ້ອງຖິ່ນ. ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢໍ່າງຕໍ່ເນື່ອງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments