Homeຂ່າວຕ່າງປະເທດEU ກະກຽມມາດຕະການແກ້ໄຂຜົນກະທົບທີ່ເກີດຂຶ້ນຕໍ່ຕະຫຼາດພະລັງງານ

EU ກະກຽມມາດຕະການແກ້ໄຂຜົນກະທົບທີ່ເກີດຂຶ້ນຕໍ່ຕະຫຼາດພະລັງງານ

ຂ່າວຕ່າງປະເທດລາຍງານໃນທ້າຍເດືອນມີນາ ຜ່ານມາວ່າ: ທ່ານ ແດນ ຢໍເກັນເຊນ ຄະນະກໍາມາທິການພະລັງງານຂອງສະຫະພາບເອີຣົບ (EU) ໄດ້ກ່າວຫຼັງຈາກກອງປະຊຸມກັບບັນດາລັດຖະມົນຕີກະຊວງພະລັງງານຂອງEU ເພື່ອປຶກສາຫາລືກ່ຽວກັບການປະສານງານຮັບມືກັບສະຖານະການຄວາມຂໍ້ຂັດແຍ່ງໃນຕາເວັນອອກກາງທີ່ມີທ່າອ່ຽງຈະສົ່ງຜົນກະທົບຍາວນານຕໍ່ຕະຫຼາດພະລັງງານ, ເຖິງແມ່ນວ່າການຕໍ່ສູ້ຈະຢຸດລົງກໍຕາມ ເພາະວ່າພື້ນຖານໂຄງລ່າງພະລັງງານຂອງພາກພື້ນໄດ້ຮັບຄວາມເສຍຫາຍຢ່າງຮ້າຍແຮງ.

ທ່ານ ຢໍເກັນເຊນ ໄດ້ເນັ້ນໜັກວ່າ: ບໍ່ມີວິທີການຮັບມືແບບດຽວທີ່ເໝາະສົມກັບທຸກປະເທດ ແລະ ຮຽກຮ້ອງໃຫ້ບັນດາປະເທດສະມາຊິກ EU ພິຈາລະນາຫຼຸດຜ່ອນຄວາມຕ້ອງການນໍ້າມັນເຊື້ອໄຟ, ໂດຍສະເພາະນໍ້າມັນກາຊວນ ແລະ ນໍ້າມັນເຮືອບິນ, ພ້ອມທັງປົກປ້ອງກຸ່ມທີ່ມີຄວາມສ່ຽງ. ຄະນະກໍາມະການເອີຣົບກໍາລັງກະກຽມມາດຕະການເພື່ອແກ້ໄຂຜົນກະທົບທີ່ເກີດຂຶ້ນຢ່າງຕໍ່ເນື່ອງ ຊຶ່ງຄ້າຍຄືກັບມາດຕະການທີ່ໄດ້ຈັດຕັ້ງປະຕິບັດໃນໄລຍະວິກິດການພະລັງງານປີ 2022 ຊຶ່ງລວມມີມາດຕະການສຸກເສີນເຊັ່ນ: ການຈຳກັດລາຄານໍ້າມັນເຊື້ອໄຟ, ເກັບພາສີອາກອນໃນບາງຂະແໜງພະລັງງານ ແລະ ພະຍາຍາມຫຼຸດຄວາມຕ້ອງການອາຍແກ໊ສທໍາມະຊາດ.

ທ່ານ ຢໍເກັນເຊນ ກ່າວວ່າ: ລາຄາອາຍແກ໊ສໃນ EU ໄດ້ເພີ່ມຂຶ້ນປະມານ 70% ແລະ ລາຄານ້ຳມັນເພີ່ມຂຶ້ນປະມານ 50% ນັບຕັ້ງແຕ່ເກີດການຂັດແຍ່ງໃນຕາເວັນອອກກາງ ຊຶ່ງປັດຈຸບັນແກ່ຍາວເປັນເວລາປະມານ 30 ມື້ແລ້ວ ຊຶ່ງເຮັດໃຫ້ຄ່າໃຊ້ຈ່າຍໃນການນຳເຂົ້າເຊື້ອໄຟຟອດຊິວຂອງ EU ເພີ່ມຂຶ້ນ 14 ຕື້ເອີໂຣແລ້ວ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments