Homeຂ່າວຕ່າງປະເທດລາ​ຄາ​ນ້ຳ​ມັນ​ແອັດ​ຊັງ ຢູ່​ອາ​ເມ​ຣິ​ກາ​ ສ້າງ​ສະ​ຖິ​ຕິ​ສູງ​ສຸດ​ໃນ​ຮອບ 4 ປີ

ລາ​ຄາ​ນ້ຳ​ມັນ​ແອັດ​ຊັງ ຢູ່​ອາ​ເມ​ຣິ​ກາ​ ສ້າງ​ສະ​ຖິ​ຕິ​ສູງ​ສຸດ​ໃນ​ຮອບ 4 ປີ

ຂ່າວສານຊີອາໄອລາຍງານໃນວັນທີ 1 ເມສາ ຜ່ານມາວ່າ: ໂຕ​ເລກ​ຂໍ້​ມູນ​ທີ່​ສະ​ມາ​ຄົມ​ລົດ​ ສະຫະລັດ ອາ​ເມ​ຣິ​ກາ​ເປີດ​ເຜີຍ​ໃນ​ວັນ​ທີ 31 ມີ​ນາ​ຜ່ານ​ມາ​ສະ​ແດງ​ໃຫ້​ເຫັນ​ວ່າ, ລາ​ຄາ​​ນ້ຳ​ມັນ​ແອັດ​ຊັງ​ທຳ​ມະ​ດາ​ສະ​ເລ່ຍໃນ​ທົ່ວ​ປະ​ເທດ​​ໄດ້​ເພີ່ມ​ຂຶ້ນ​ເປັນ 4.02 ໂດ​ລາ​ຕໍ່​ກາ​ລອນ ຊຶ່ງໄດ້​ສ້າງ​ສະ​ຖິ​ຕິ​ສູງ​ສຸດ​ໃນ​ຮອບ 4 ປີ ແລະ ໄດ້​ເພີ່ມ​ຂຶ້ນຫຼາຍກວ່າ 1 ໂດ​ລາ​ ເມື່ອ​ທຽບ​ໃສ່​ໄລ​ຍະ​ທີ່​ ສະຫະລັດ ອາ​ເມ​ຣິ​ກາ ແລະ ອິ​ສ​ຣາ​ແອນ ​ເລີ່ມເຄື່ອນ​ໄຫວ​ທາງ​ການ​ທະ​ຫານ​ຕໍ່​ອີ​ຣານ​ໃນ​ວັນ​ທີ 28 ກຸມ​ພາ​ຜ່ານ​ມາ.

ບຸກຄົນພາຍໃນວົງການຄາດຄະເນວ່າ: ຍິ່ງຊ່ອງແຄບຮໍມູຸສຖືກປິດດົນເທົ່າໃດ, ຍິ່ງຈະສ້າງຜົນກະທົບຕໍ່ເສດຖະກິດໂລກຫຼາຍເທົ່ານັ້ນ ແລະ ລາຄານ້ຳມັນຈະເພີ່ມສູງຂຶ້ນຢ່າງຕໍ່ເນື່ອງ. ຜູ້ບໍລິໂພກຊາວສະຫະລັດ ອາເມຣິກາ ມີຄວາມເຫັນໄປໃນແງ່ລົບຕໍ່ການພັດທະນາເສດຖະກິດໃນອະນາຄົດ. ຜົນການສຳຫຼວດທາງອອນລາຍທີ່ດຳເນີນໃນເດືອນມີນາຜ່ານມາສະແດງໃຫ້ເຫັນວ່າ: ມີຊາວສະຫະລັດ ອາເມຣິກາ 65% ເຫັນວ່າ: ເສດຖະກິດ ສະຫະລັດ ອາເມຣິກາ ຈະຊຸດໂຊມລົງໃນ 12 ເດືອນຂ້າງໜ້າ ຊຶ່ງເພີ່ມຂຶ້ນຈາກ 59% ໃນການສຳຫຼວດໃນເດືອນກຸມພາ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments